ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກກິລາຫລາຍຄົນ ສ້າງສະຖິຕິ ໃນການແຂ່ງຂັນ ກິລາໂອລິມປິກ ມື້ທີ 5 (ສະໄລດ໌)


ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ທີ່​ລອນ​ດອນ​ ​ໃນວັນ​ທີ່​ຫ້າ ຄື​ວັນ​ພຸດ​ວານ​ນີ້ ປາກົດ​ວ່າ​ ມີ​ນັກ
​ກິລາ​ທີ່​ໄດ້​ຮັບ​ໄຊຊະນະທີ່​ສໍາຄັນໆຫຼາຍຄົນ.

ຄື Daniel Gyurta ຈາກ​ປະ​ເທດ​ຮັງ​ກາຣີ ຊະນະຫຼຽນຄໍາເມື່ອ​ວັນ​ພຸ​ດ ວານ​ນີ້ ຈາກ​ການ
​ແຂ່ງ​ລອຍ​ນໍ້າ​ປະ​ເພດ​ທ່າ​ breaststroke ຂ້ວາ​ມໜ້າ​ໄລຍະ 200 ​ແມັດ ໂດຍ​ໃຊ້​ເວລາ 2
ນາທີ ​ແລະ 7.28 ວິນາທີ ຊຶ່ງ​ເປັນ​ສະຖິຕິ​ໂລກ.

Lu Xiaojun ຈາ​ກປະ​ເທດ​ຈີນ ກໍ​ໄດ້ສ້າງ​ສະຖິຕິ​ໂລກ​ ​ໃນ​ກິລາປະ​ເພດ​ຍົກ​ນໍ້າໜັກ​ຊາຍ 77
ກິ​ໂລກຣາມ.

ສ່ວນ Lauren Jackson ຈາກ​ອອສ​ເຕຣ​ເລຍ ​ໄດ້​ກາຍ​ເປັນ​ຜູ້​ທໍາ​ຄະ​ແນນ​ນໍາ​ໜ້າ​ໃນ​ປະວັດ
​ສາດ ຂອງກິລາ​ປະ​ເພດ​ບານ​ບ້ວງ​ຍິງ ທີ່​ທໍາລາຍ​ສະຖິຕິ 488 ​ແຕ້ມ​ທີ່​ ນັກ​ກິລາ​ບານ​ບ້ວງ​ຜູ້
​ຍິ່ງ​ໃຫຍ່ Lisa Leslie ຂອງ​ສະຫະລັດ ​ໄດ້ທໍາ​ໄວ້​ນັ້ນ.

Kohei Uchimura ຈາກ​ຍີ່ປຸ່ນ ກໍ​ໄດ້ຖືກ​ຈັດ​ເຂົ້າຢູ່​ໃນ​ກຸ່ມ​ນັກ​ກິລາປະ​ເພດ​ກາ​ຍະ​ກໍາ ຫຼື
gymnastic ຊາຍທີ່​ຍິ່ງ​ໃຫຍ່​ທີ່​ສຸດ ​ຫລັງ​ຈາກ​ທີ່ຄອງ​ຕໍາ​ແໜ່ງແຊມ​ໂລກ​ສາມ​ຄັ້ງ​ມາແລ້ວນັ້ນ
ກໍຄວ້າຫຼຽນຄໍາ​ໄປ​ໄດ້​ອີກ ​ໃນ​ການ​ແຂ່ງດ່ຽວຊາຍຮອບສຸດ​ທ້າຍ.

ທີມນັກກິລາກາຍະກໍາຂອງສະຫະລັດ ທີ່ໄດ້ຫລຽນຄໍາ:

​ສ່ວນ​ກິລາ​ປະ​ເພດ​ແຂ່ງ​ລົດຖີບ ປາກົດ​ວ່າ Bradley Wiggins ກາຍ​ເປັນ ນັກ​ກິລາ​ໂອ​ລິ​ມປິກ​
ທີ່​ໄດ້​ຮັບ​ຫລຽນ​ຫຼາຍທີ່​ສຸດ​ຂອງ​ອັງກິດ ​ໂດຍຄວ້າຫຼຽນ ຄໍ​າມາ​ໄດ້ ​ໃນ​ການແຂ່ງ​ລົດຖີບ​ຊາຍ
​ເປັນຫຼຽນໂອ​ລິ​ມປິກອັນທີ່​ເຈັດ​ທີ່ Bradley Wiggins ​ໄດ້​ຮັບ ​ເຮັດ​ໃຫ້​ຜູ້ກ່ຽວຊະນະຫຼຽນ
ຫຼາຍກວ່າ​ອະດີດ​ນັກ​ກິລາ​ພາຍເຮືອ​ Steve Redgrave ​ຂອງ​ອັງກິດທີ່​ໄດ້​ຄອງ​ຕໍາ​ແໜ່ງ ນີ້
ມາ​ກ່ອນນັ້ນ.

ມາ​ຮອດປັດຈຸບັນ​ ທັງ​ຈີນ ​ແລະ​ສະຫະລັດ ກໍ​ຍັງ​ຄົງເປັນ​ສອງ​ປະ​ເທດ​ນໍາ​ໜ້າ ​ໃນ​ດ້ານ​ໄດ້
ຫລຽນຫຼາຍກວ່າ​ໝູ່​ ຄື​ຈີນ​ໄດ້ 30 ຫລຽນ ​ແລະ​ສະຫະລັດ 29 ຫລຽນ​.

Loading...

See complete list at olympic.org

XS
SM
MD
LG