ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສຍຊີວິດ 15 ຄົນ ເຫດໄຟໄໝ້ ໂຮງແຮມ ໃນ Saudi Arabia (ວີດີໂອ)


ແຜນທີ່ Saudi Arabia
ແຜນທີ່ Saudi Arabia
ບັນດາ​ເຈົ້າໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ Saudi Arabia ​ເວົ້າ​ວ່າ​ໂຮງ​ແຮມຫຼັງນຶ່ງ ຖືກ​ໄຟ​ໄໝ້ ​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ 15 ຄົນ ​ແລະ​ ບາດ​ເຈັບ​ອີກ 130 ຄົນ.

​ເຈົ້າໜ້າ​ທີ່​ລາດ​ຊະ​ອານາຈັກ Saudi Arabia ​ເວົ້າ​ວ່າ ພະນັກງານ​ມອດ​ໄພໄດ້​ທໍາ​ການ​ມອດ​ໄພ​ເປັນ​ເວລາຫຼາຍຊົ່ວ​ໂມງ ​ເມື່ອ​ວັນ​ເສົາ​ວານ​ນີ້ ທີ່​ເມືອງ Medina ກ່ອນ​ຈະ​ລະງັບ​ໄຟໄດ້.

​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ມີ​ຊາວ​ອີ​ຈິບ​ຈຸນຶ່ງ​ ທີ່ຢູ່​ໃນ​ຈໍານວນ​ຜູ້​ຮັບ​ເຄາະ​ນັ້ນ.

ມີ​ຄົນ​ທີ່​ພັກ​ຢູ່​ໃນໂຮງ​ແຮມ ​ປະມານ 700 ​ຄົນ ເວລາ​ເກີດ​ໄຟ​ໄໝ້.

​ເມືອງ Medina ​ເປັນ​ເມືອງ​ທ່ອງ​ທ່ຽວ​ທາງ​ສາສະໜາ​ທີ່​ສໍາຄັນເມືອງ​ນຶ່ງ ທີ່​ເປັນ​ບ່ອນ​ທ່ອງ​ທ່ຽວ​ຂອງ​ຊາວ​ມຸສລິ​ມ. ​ເມືອງ​ດັ່ງກ່າວ ຖື​ວ່າ​ເປັນ​ເມືອງ ສັກສິດທີ່​ສຸດ​ແຫ່ງ​ທີ່​ສອງ​ ລອງ​ຈາກ​ເມືອງ Mecca.

Saudi Hotel Fire
please wait
Embed

No media source currently available

0:00 0:00:35 0:00
XS
SM
MD
LG