ພວກທີ່ສົງໄສວ່າ ເປັນກຸ່ມຫົວຮຸນແຮງ al-Shabab ໄດ້ທຳ
ການໂຈມຕີເປັນເທື່ອທີສອງ ຢູ່ເມືອງ Mpeketoni ຂອງ
ເຄັນຢາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 15 ຄົນ.
ບັດາເຈົ້າໜ້າທີ່ທ້ອງຖິ່ນກ່າວໃນວັນອັງຄານມື້ນີ້ວ່າ ຕຳ
ຫລວດ 2 ຄົນແມ່ນຮວມຢູ່ໃນຈຳນວນພວກເສຍຊີວິດ ໃນ
ການໂຈມຕີຕອນກາງຄືນຢູ່ທີ່ເມືອງແຄມຝັ່ງທະ ເລດັ່ງກ່າວ.
ບັນດາຜູ້ເຫັນເຫດການກ່າວວ່າ ພວກມືປືນຍັງໄດ້ຈູດເຜົາ
ເຮືອນຫລາຍຫລັງ.
ລັດຖະມົນຕີກະຊວງພາຍໃນ ທ່ານ Joseph Ole Lenku
ກ່າວວ່າ ບັນດາຜູ້ໂຈມຕີໄດ້ທຳລາຍອຸບປະກອນສື່ສານ ບໍ່ດົນຫລັງຈາກການໂຈມ
ຕີເລີ້ມຂຶ້ນ.
ກຸ່ມ al-Shabab ທີ່ເປັນເຄືອຂ່າຍຂອງພວກກໍ່ການຮ້າຍ al-Qaida ໄດ້ອ້າງເອົາຄວາມ
ຮັບຜິດຊອບ ໃນການໂຈມຕີ ໃນວັນຈັນວານນີ້ ແລະເວົ້າວ່າປະມານ 20 ຄົນໄດ້ຖືກຂ້າ
ຕາຍ. ກຸ່ມຫົວຮຸນແຮງ ທີ່ມີຖານປະຕິບັດງານຢູ່ໂຊມາເລຍດັ່ງ ກ່າວ ຍັງໄດ້ອ້າງເອົາ
ຄວາມຮັບຜິດຊອບ ໃນການບຸກໂຈມຕີເມືອງ Mpeketoni ທີ່ໄດ້ເຮັດໃຫ້ປະມານ 52
ຄົນເສຍຊີວິດນັ້ນ.
ບັນດາຜູ້ເຫັນເຫດການ ກ່າວໃນວັນອາທິດຜ່ານມານີ້ວ່າ ພວກມືປືນຢ່າງໜ້ອຍ 30 ຄົນ
ໄດ້ຂີ່ລົດຫລາຍຄັນ ເຂົ້າໄປໃນເມືອງດັ່ງກ່າວ ແລະໂຈມຕີໂຮງແຮມ ປ້ອມຕຳຫລວດແຫ່ງ
ນຶ່ງ ເຮືອນຫລາຍຫລັງແລະສະຖານທີ່ສາທາລະນະຕ່າງໆ. ພວກທີ່ເສຍຊີວິດຈຳນວນນຶ່ງ
ໄດ້ພາກັນໄປເຕົ້າໂຮມກັນເບິ່ງການແຂ່ງຂັນເຕະ ບານໂລກ.
ຜູ້ທີ່ເຫັນເຫດການກ່າວວ່າ ພວກມືປືນ ຊຶ່ງໃນບາງກໍລະນີນັ້ນປາກົດວ່າ ໄດ້ ເຈາະຈົງໃສ່
ພວກທີ່ບໍ່ແມ່ນມຸສລິມເປັນການສະເພາະ.