ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມັງກອນ ໒໐໒໕

15 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ຊາຍແດນ ປາກິສຖານ


ແຜນທີ່ ພາກຕາເວັນຕົກສຽງເໜືອ ປາກິສຖານ
ແຜນທີ່ ພາກຕາເວັນຕົກສຽງເໜືອ ປາກິສຖານ
ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ ​ໃນ​ປາ​ກິ​ສຖານ ກ່າວ​ວ່າ ພວກ​ຫົວ
​ຮຸນ​ແຮງ 14 ຄົນ​ ​ແລະ​ທະຫານ​ຄົນ​ນຶ່ງ​ໄດ້​ເສຍ​ຊີວິດ​ໃນ​ການ​
ດັກ​ສະກັດໂຈມຕີ​ຢູ່​ດ່ານຊາຍ​ແດນແຫ່ງນຶ່ງໃນເຂດ​ຊາວ​ເຜົ່າ
ທີ່ວຸ້ນວາຍ​ທາງ​ພາກ​ຕາ​ເວັນ​ຕົກສຽງ​ເໜືອຂອງປະເທດ.

ທະຫານ​ກ່າວ​ວ່າ ພວກ​ກະບົດ​ໄດ້​ຂ້າມ​ຊາຍ​ແດນ​ໄປຈາກອັຟ
ການິສຖານ ​ໃນ​ຕອນ​ເຊົ້າ​ວັນເສົາ​ມື້​ນີ້.

ການ​ໂຈມ​ຕີ​ເກີ​ດຂື້ນ​ໃນ​ເຂ​ດຊາວ​ເຜົ່າ Bajur ​ຊຶ່ງເຮັດ​ໃຫ້​ມີ​ການ
​ຍິງຕໍ່ສູ້​ກັນ ​ເປັນ​ເວລາ​ຫລາຍໆ​ຊົ່ວ​ໂມງ ພ້ອມທັງມີການສົ່ງ​ເຮືອ
ບິນ​ລົບເຮ​ລີ​ຄອບ​ເຕີຕິດປືນກົນໄປໃຫ້ການສະໜັບສະໜຸນທະ
ຫານລັດຖະບານນຳດ້ວຍ.

​ໂຄສົກ​ຄົນ​ນຶ່ງ​ກ່າວວ່າ ທະຫານ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ​ຈຳນວນ​ຜູ້​ຕາຍ​ອາດ​ຈະ​
ເພີ້​ມຂື້ນຕື່ມ.

ປາ​ກິ​ສຖານ ​ແລະ​ອັ​ຟການິສ​ຖ​ານ ​ມີຊາຍ​ແດນທີ່ກັນດານແລະບໍ່ມີການປ້ອງກັນ ຢ່າງ
ຍືດຍາວ ​ແລະ​ພວກ​ຫົວ​ຮຸນ​ແຮງ ຈາກ​ທັງສອງ​ປະ​ເທດ ໄດ້ຂ້າມ​ຊາຍ​ແດນ​ເພື່ອ​ໃຊ້​ປະ
​ເທດ​ເພື່ອນ​ບ້ານ​ ໃຫ້​ເປັນ​ບ່ອນ​ລີ້​ຊອນ​ຂອງຕົນ.
XS
SM
MD
LG