ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 19 ຄົນ ເສຍຊິວິດ ໃນການໂຈມຕີ ທີ່ ປາກິສຖານ


ການໂຈມຕີດ້ວຍລະເບີດສະລະຊີບ ຢູ່ນອກວັດຊີໄອທ໌ແຫ່ງນຶ່ງ ໃນເມືອງ Hangu ທາງພາກຕາເວັນສຽງເໜືອຂອງປາກິສຖານ (1 ກຸມພາ 2013)
ການໂຈມຕີດ້ວຍລະເບີດສະລະຊີບ ຢູ່ນອກວັດຊີໄອທ໌ແຫ່ງນຶ່ງ ໃນເມືອງ Hangu ທາງພາກຕາເວັນສຽງເໜືອຂອງປາກິສຖານ (1 ກຸມພາ 2013)
ບັນດາ​ເຈົ້າ​ໜ້າ​ທີ່ໃນ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງປາ​ກິ​ສຖານ
ກ່າວ​ວ່າ ການ​ໂຈມ​ຕີ​ສະລະ​ຊີບ ທີ່​ແນ​ເປົ້າໝາຍ​ໃສ່ວັດ​ອິສລາມ
ນິກາຍ​ຊີ​ໄອ​ທ໌​ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຢ່າງໜ້ອຍ 19 ຄົນ ແລະໄດ້
ຮັບ​ບາດ​ເຈັບ​ອີກສາມ​ສິບກວ່າ ຄົນ.

​ບັນດາເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ​ຂື້ນ​ທີ່​ເມືອງ Hangu ​
ໃນ​ຂະນະ​ທີ່​ຊາວ​ຊີ​ໄອ​ທ໌ສິ້ນສຸດ​ການ​ສູດ​ມົນ​ພາວະນາໃນ​ວັນ​ສຸກ​ມື້ນີ້ ​ແຕ່ ພວກ​ທີ່​ບາດ​ເຈັບ​ລົ້ມຕາຍ​ນັ້ນ ​ແມ່ນ​ຮວມທັງ​ພວກ​ທີ່​ໄປ​ສູດ​ມົນ​ພາວະ ນາ​ໃນ​ວັດ​ຊາວ​ຊຸນ​ນີ່​ທີ່ຢູ່​ໃກ້​ຄຽງ.

​ເມືອງ Hangu ເປັນ​ບ່ອນ​ທີ່​ມີ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ພວກ​ທີ່​ນັບຖື​ສາ ສະໜາ​ກຸ່ມ​ນ້ອຍ​ຊີ​ໄອ​ທ໌ມາ​ດົນນານ​ແລ້ວ ຊຶ່ງ​ຊາວ​ຊີ​ໄອ​ທ໌​ແມ່ນ​ປະກອບ ​ເປັນ​ປະມານ 20% ຂອງ​ປະຊາກອນ​ປາ​ກິ​ສຖານ​ທັງ​ໝົດ. ພວກ​ຫົວ​ຮຸນ​ແຮງ​ຊຸນ​ນີ່​ຖື​ວ່າ ຊາວ​ຊີ​ໄ​ອທ໌​ເປັນ​ພວກ​ນອກຮີດ.

ຍັງ​ບໍ່​ທັນ​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ​ໃນ​ທັນທີ​ເທື່ອ ກ່ຽວ​ກັບ​ການ​ໂຈມ​ຕີ​ໃນ​ຄັ້ງນີ້.
​ເມືອງ Hangu ຕັ້ງຢູ່​ໃກ້​ກັບ​ເຂດ​ຊົນ​ເຜົ່າ​ຂອງ​ປາ​ກິ​ສຖານ ​ທີ່​ຕິດ​ກັບ​ຊາຍ​ແດນ​ອັຟກາ​ນິສ
ຖານ​ ບ່ອນ​ທີ່​ພວກ​ກະບົດ​ທາ​ລີ​ບານ​ແລະ​ພວກ​ຫົວ ຮຸນ​ແຮງ​ອາລກາ​ອີ​ດາ​ຍຶດ​ເອົາ​ເປັນ​ທີ່​ໝັ້ນນັ້ນ.
XS
SM
MD
LG