ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

18 ຄົນ ຖືກສັງຫານ ໃນເຫດລະເບີດແຕກ ຢູ່ທີ່ພິທີສົ່ງສະການ ໃນອັຟກາສິຖານ


ແຜນທີ່ ແຂວງ ນານກາຣຮາຣ (Nangarhar) ຂອງປະເທດ
ອັຟການິສຖານ
ແຜນທີ່ ແຂວງ ນານກາຣຮາຣ (Nangarhar) ຂອງປະເທດ ອັຟການິສຖານ

ມືລະເບີດລະຫຼະຊີບຄົນນຶ່ງ ໄດ້ສັງຫານ ຢ່າງໜ້ອຍ 18 ຄົນ ໃນການໂຈມຕີ ທີ່ແນເປົ້າ
ໝາຍໃສ່ ພິທີສົ່ງສະການຂອງ ອະດີດເຈົ້າເມືອງ ຢູ່ແຂວງນານກາຣຮາຣ (Nangarhar)
ທາງພາກຕາເວັນອອກຂອງ ປະເທດອັຟການິສຖານ.

ກຳລັງຂອງອັຟການິສຖານ ໄດ້ປະທະກັບກຸ່ມພວກຫົວຮຸນແຮງລັດອິສລາມ ຢູ່ເລື້ອຍມາ
ໃນເຂດດັ່ງກ່າວ ເມື່ອສອງສັບປະດາບໍ່ດົນມານີ້.

ບໍ່ມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດເທື່ອ. ກຸ່ມຕາລີບານ ໄດ້
ປະຕິເສດ ຕໍ່ການມີສ່ວນກ່ຽວຂ້ອງ ແຕ່ຢ່າງໃດ.

ເຫດການເກີດຂຶ້ນບໍ່ເທົ່າໃດມື້ ຫຼັງຈາກມີການໂຈມຕີສະຫຼະຊີບ ຕໍ່ສູນກາງ ວັດທະນະທຳ ຂອງຊາວຊີໄອ ໃນນະຄອນຫຼວງກາບູລ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 41 ຄົນ ແລະຫຼາຍກວ່າ
80 ຄົນໄດ້ຮັບບາດເຈັບ.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີນີ້.

ກ່ອນໜ້າການໂຈມຕີ ຕໍ່ສະຖານທີ່ພາວັນນາຕ່າງໆ ແລະ ຂະບວນແຫ່ທັງຫຼາຍ ຂອງ
ຊາວຊີໄອ ຢູ່ໃນນະຄອນຫຼວງກາບູລ ແລະ ແຫ່ງອື່ນໆ ຢູ່ໃນອັຟການິສຖານນັ້ນ ກໍຍັງ
ໄດ້ມີການອ້າງເອົາຄວາມຮັບຜິດຊອບ ໂດຍກຸ່ມລັດອິສລາມ ນຳດ້ວຍ.

Afghanistan Explosion
please wait
Embed

No media source currently available

0:00 0:00:55 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG