ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

15 ຄົນ ເສຍຊີວິດ ໃນການ​ໂຈມ​ຕີ​ ຄັ້ງ​​ໃໝ່​ ຢູ່ອີຣັກ (ວີດີໂອ)


IRAQ VIOENCE VO
please wait
Embed

No media source currently available

0:00 0:00:29 0:00
ການ​ໂຈມ​ຕີ​ໃນອີຣັກ ໄດ້ສັງຫານ​ຊີ​ວິດ 15 ຄົນໃນ​ວັນ​ເສົາ
ມື້ວານ​ນີ້ ຊຶ່ງ​ເປັນການກໍ່​ຄວາມ​ຮຸນ​ແຮງ​ຮອບໃໝ່​ ກ່ອນ​ໜ້າ​
ການ​ເລືອກ​ຕັ້ງ ສະ ມາຊິກ​ສະພາ​ແຫ່ງ​ຊາດຂອງປະ​ເທດ
ຊຶ່ງຈະມີຂຶ້ນໃນອີກບໍ່ເທົ່າໃດມື້ ຂ້າງໜ້ານີ້.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ຢ່າງ​ນ້ອຍ 6 ຄົນ​ໄດ້ເສຍ​ຊີວິດ ໃນ​ການ​
ໂຈມ​ຕີສອງ ​ຄັ້ງ ຢູ່ໃນ​ນະຄອນຫຼວງ Baghdad ​ໃນຂະນະທີ່
ຄວາມ​ຮຸນ​ແຮງ​ຢູ່​ເຂ​ດ ອື່ນ​ໆ ​ໄດ້ສັງຫານອີກ​ເກືອບ 10 ຄົນ.

ຄວາມ​ຮຸນ​ແຮງ​ເຫຼົ່ານີ້​ເກີດ​ຂຶ້ນນຶ່ງມື້ ຫຼັງຈາກມື້​ທີ່​ມີຜູ້​ເສຍ​ຊີວິດ
ຢ່າງ​ນ້ອຍ ​33 ຄົນຍ້ອນການວາງລະ​ເບີ​ດ ຢູ່ບ່ອນໂຄສະນາຫາສຽງ ຂອງຊາວ Shi’ite.
​ລະ​ເບີ​ດໄດ້ແຕກຂຶ້ນ​ໃນ​ວັນ​ສຸກ ​ຂະນະທີ່ພວກສະໜັບສະໜຸນ​ ກຸ່ມ Asaib Ahl al-Haq
ຈຳນວນ 10,000 ຄົນໄດ້​ເຕົ້າ​ໂຮມ​ກັນ​ ​ຢູ່ສະໜາມ​ກິລາແຫ່ງນຶ່ງ ​ໃນ​ພາກ​ຕາ​ເວັນ​ອອກ​
ຂອງ​ນະຄອນຫຼວງ Baghdad.

ກຸ່ມລັດ​ອິສ​ລາມ​ໃນອີຣັກ​ແລະ Levant ທີ່ແຍກໂຕອອກມາຈາກກຸ່ມກໍ່ການຮ້າຍອາລກາ ອີດານັ້ນ ໄດ້​ອ້າງເອົາຄວາມຮັບຜິດ​ຊອບ​ສຳ​ລັບ​ການ​ໂຈມ​ຕີໃນຄັ້ງນີ້. ກຸ່ມ​ດັ່ງ​ກ່າວ​ເວົ້າວ່າ​ ຕົນໄດ້ວາງ​ລະ​ເບີດ​ ເພື່ອ​ແກ້​ແຄ້ນຕໍ່​ການ​ສັງຫານ​ຊາວ​ຊຸນນີ່​ ຂອງ​ພວກ
ທະຫານ​ຊີໄອທ໌.

ສະ​ມາ​ຊິກ​ຂອງກຸ່ມ Asaib Ahl al-Haq ​ຫຼາຍຄົນ ໄດ້​ໄປ​ສູ້ລົບຢູ່ໃນ​ສົງຄາມ​ການ​ເມືອງ
​ຂອງຊີ​ເຣຍ ຄຽງບ່າຄຽງໄຫລ່ກັບກຳລັງທະຫານ​ທີ່​ຈົງຮັກພັກດີຕໍ່​ ປະທານາທິບໍດີ Bashar al-Assad ແຫ່ງ​ຊີ​ເຣຍ.
XS
SM
MD
LG