ທ່ານ Sepp Blatter ໄດ້ຮັບໄຊຊະນະຢ່າງງ່າຍດາຍເພື່ອເຂົ້າ
ຮັບຕຳແໜ່ງເປະ ທານອົງການຄຸ້ມຄອງເຕະບານໂລກຫຼື FIFA
ເປັນສະໄໝທີ 5 ໃນວັນສຸກວານນີ້ ເຖິງແມ່ນໄດ້ມີການຈັບກຸມ
ພວກເຈົ້າໜ້າທີ່ອົງການ FIFA 14 ຄົນໃນຕົ້ນອາ ທິດນີ້ໃນຂໍ້ຫາ
ສໍ້ໂກງ ແລະໄດ້ມີການປະກາດ ໃນການສືບສວນ ເບິ່ງການສໍ້
ໂກງ 2 ຄະດີຊ້ອນ ກ່ຽວກັບການປະຕິບັດຂອງອົງການ FIFA
ຢູ່່ໃນສະຫະລັດ ແລະ ສະວິດເຊີແລນ.
ທ່ານ Blatter ອາຍຸ 79 ປີ ໄດ້ຮັບຄະແນນ 133 ສຽງໃນການ
ປ່ອນບັດຮອບທຳອິດ ທີ່ນະຄອນ Zurich ໃນກອງປະຊຸມປະ
ຈຳປີສະພາບໍລິຫານ ຄັ້ງທີ 65 ຂອງອົງການ FIFA. ສ່ວນເຈົ້າ
ຊາຍ Ali bin al-Hussein ແຫ່ງ Jordan ໄດ້ຮັບ 73 ສຽງ ແລະ ຫລັງຈາກນັ້ນເຈົ້າຊາຍ
ກໍຍອມຮັບວ່າໄດ້ເສຍໄຊ ຊຶ່ງເຮັດໃຫ້ການລົງຄະແນນສຽງຮອບທີສອງບໍ່ມີຄວາມຈຳເປັນ.
ທ່ານ Blatter ຊຶ່ງເປັນນັກການເມືອງທີ່ສະຫລຽວສະຫລາດໄດ້ວາງຍຸດທະສາດ ກ່ຽວກັບ
ການສະໜັບສະໜຸນ ທ່ານ ຈາກບັນດາປະເທດໃນອາຟຣິກາແລະເອເຊຍ. ເຈົ້າຊາຍ Ali ໄດ້ຮັບການສະໜັບສະໜູນຈາກປະເທດຢູໂຣບ ແລະບາງປະເທດຈາກທະວີບອາເມຣິກາ
ແຕ່ວ່າການລົງຄະແນນສຽງຂອງພວກເຂົາເຈົ້າ ບໍ່ສາມາດຄ້ຳປະກັນການໄດ້ຮັບໄຊຊະນະ
ຂອງເຈົ້າຊາຍຕໍ່ທ່ານ Blatter.
ສອງສະມາຄົມເຕະບານທີ່ສຳຄັນຂອງຢູໂຣບໄດ້ຮຽກຮ້ອງໃຫ້ທ່ານ Blatter ລາອອກກ່ອນ ການປ່ອນບັດເລືອກຕັ້ງປະທານ ແຕ່ທ່ານ Blatter ໄດ້ປະຕິເສດ.