ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະວິດເຊີແລນ ເລີ້ມສືບສວນ ປະທານ ອົງການ FIFA


ທ່ານ Sepp Blatter ປະທານອົງການຄຸ້ມຄອງ​ເຕະບານ​
ໂລກ ຫຼື FIFA.
ທ່ານ Sepp Blatter ປະທານອົງການຄຸ້ມຄອງ​ເຕະບານ​ ໂລກ ຫຼື FIFA.

ປະ​ເທດສະ​ວິດ​ເຊີ​ແລນ ​ເລີ້ມການສື​ບສວນ ກ່ຽວກັບການ​ກະ
ທຳຜິດຂອງທ່ານ Sepp Blatter ປະທານອົງການຄຸ້ມຄອງ​
ເຕະບານ​ໂລກຫຼື FIFA. ຫ້ອງການ​ອະທິໄອຍະການຂອງ​ສະ
​ວິດ ​ໄດ້​ປະກາດ​ການສືບສວນເບິ່ງຄວາມເປັນ​ໄປ​ໄດ້​ໃນ​ການ​
ກະທໍ​າ​ຄວາມ​ຜິດ ກ່ຽວກັບການ​ບໍລິຫານທີ່ບໍ່​ຖືກ​ຕ້ອງ​ ແລະ
ໃຊ້ເງິນຂອງອົງການ FIFA ໄປໃນທາງຜິດ​ເມື່ອ​ວັນ​ສຸກ​ວານ
​ນີ້.

ຫ້ອງ​ການອະທິໄອຍະການ ກ່າວ​ວ່າ "ຫ້ອງການປະທານອົງ
ການ FIFA ​ໄດ້​ຖືກ​ຄົ້ນ ​ແລະ​ຍຶດ​ເອົາ​ຂໍ້​ມູນ.”

ການ​ສືບສວນທ່ານ Blatter ​ມີ​ຂຶ້ນ​ໃນຂະນະທີ່ການສືບສວນກ່ຽວກັບການສໍ້​ລາດ​ບັງ​ຫຼວງ​
ຂອງອົງການຄຸ້ມຄອງກິລາ ທີ່ໄດ້ຮັບຄວາມ​ນິຍົມ​ທີ່ສຸດໃນໂລກ ກຳລັງດຳເນີນຢູ່.

ທ່ານ Blatter ອາຍຸ 79 ປີ ​ໄດ້​ປະກາ​ດ​ແລ້ວວ່າ ທ່ານ​ຈະລາ​ອອກ​ຈາກ​ໜ້າ​ທີ່​ໃນ​ເດືອນກຸມ
ພາປີໜ້າ​ນີ້ ​ເພາະວ່າ​ມີ​ການ​ກ່າວ​ຫາ​ກ່ອນໜ້ານີ້ກ່ຽວກັບ​ການ​ສໍ້​ລາດ​ບັງ​ຫຼວງ ຕໍ່ບັນດ​າ​ເຈົ້າ
​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ທາງອົງການ.

ທະນາຍຄວາມຂອງ ທ່ານ Blatter ຄື​ທ່ານ Richard Cullen ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​
ວ່າ ຫົວໜ້າ​ອົງການ FIFA ​ໃຫ້​ຄວາມ​ຮ່ວມມື​ ກັບ​ບັນດາ​ເຈົ້າ​ໜ້າ​ທີ່. ທ່ານ Cullen ກ່າວ
​ວ່າ ຫລັກ​ຖານ​ຈະ​ພິສູດ​ໃຫ້​ເຫັນ​ວ່າ “ບໍ່ມີ​ຄວາມພິດ​ພາດໃນດ້ານ​ການ​ບໍລິຫານເກີດຂຶ້ນ.”

ການ​ປະກາດກ່ຽວກັບ​ສືບສວນ​ເລີ້ມຂຶ້ນ ຫຼັງ​ຈາກ​ການ​ປະຊຸມຄະນະ​ບໍລິຫານຂອງອົງການ
FIFA ທີ່​ນະຄອນ Zurich.

ສະຫະລັດ ກໍ​ກຳລັງທຳການ​ສືບ​ສວນ ກ່ຽວກັບການ​ສໍ້​ລາດ​ບັງ​ຫລວງ​ ຂອງອົງການ FIFA ​ເຊັ່ນ​ດຽວ​ກັນ.

FIFA Corruption
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG