ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Fidel Castro ກ່າວວ່າ “ຍິນ​ດີ​ທີ່​ຈະ​ຮ່ວມມື” ກັບ​ສະຫະລັດ ໃນການຕໍ່ສູ້ ກັບອີໂບລາ


ອະດີດຜູ້ນຳຄິວບາ ທ່ານ Fidel Castro ໃນນະຄອນຫລວງ ຮາວານາ ປະເທດຄິວບາ.
ອະດີດຜູ້ນຳຄິວບາ ທ່ານ Fidel Castro ໃນນະຄອນຫລວງ ຮາວານາ ປະເທດຄິວບາ.

ທ່ານ Fidel Castro ອະດີດ​ຜູ້ນຳ​ຄິວບາ ປະ​ເທດ​ເກາະດອນ​
ໃນ​ເຂດ​ທະ​ເລ Caribbean ​ ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ ​ແມ່ນ
“ຍິນ​ດີ​ທີ່​ຈະ​ ​ ​ຮ່ວມມື” ກັບ​ສະຫະລັດ ​ໃນ​ການ​ຕໍ່ສູ້​ຕ້ານ​ພະຍາດ
​ອີ​ໂບລາ ໃນອາ​ຟຣິກາ ຕາ​ເວັນ​ຕົກ.

​ທ່ານ​ Castro ໄວ 88 ປີ ໄດ້​ຂຽນ​ລົງ​ໃນ​ສື່​ຂອງ​ລັດ​ເມື່ອ​ວັນ​ເສົາ
​ວານ​ນີ້ ​ວ່າ ການ​ຮ່ວມໄມ້​ຮ່ວມມື​ນີ້ ແມ່ນ​ເປັນ​ຜົນ​ປະ​ໂຫຍ​ດຂອງ
“ສັນຕິພາບ​ໃນ​ໂລກ” ​ແລະ ​ບໍ່​ແມ່ນ​ຄວາມ​ພະຍາຍາມ​ເພື່ອ​ແກ້
​ໄຂ​ບັນຫາ​ຕ່າງໆ ລະຫວ່າງ​ສະຫະລັດ ກັບ ຄິວ​ບາ.

ນັກ​ຂ່າວຂອງ​ໂທລະ​ພາບຄິວ​ບາ ອ່ານ​ຄຳ​ຖະ​ແຫລ​ງຂອງ ​ທ່ານ
Castro ວ່າດັ່ງ​ນີ້:

“ພວກ​ເຮົາ​ຈະຍິນ​ດີຮ່ວມມືກັບ​ພະນັກງານອາ​ເມຣິກັນ ​ໃນ​ວຽກງານດັ່ງກ່າວ​ນັ້ນ ​
ແລະ ບໍ່​ແມ່ນເພື່ອ​ຊອກ​ຫາ​ສັນຕິພາບ​ ລະຫວ່າງ​ສອງ​ລັດ ​ທີ່ໄດ້ເປັນປໍ​ລະ​ປັກ​ກັນ​
ມາ​ຫຼາຍໆ ປີນັ້ນ ​ແຕ່ແນວ​ໃດ​ກໍ​ຕາມ ​ເພື່ອສັນຕິພາບ​ໃນ​ໂລກ​ແລ້ວ ຈຸດ​ມຸ່ງ​ໝາຍ
ອັນ​ນັ້ນ​ແມ່ນ ​ສາມາດແລະກໍຄວນທີ່​ຈະ​ ພະຍາຍາມ​ເຮັດ​ໃຫ້​ໄດ້.”

ທິມຝັງສົບ ໃນຊຸດປ້ອງກັນຕົວ ຫາມສົບຜູ້ຍິງ ທີ່ສົງໄສວ່າ ເສຍຊີວິດຍ້ອນ ໄວຣັສອີໂບລາ ໃນນະຄອນຫລວງ ມອນໂຣເວຍ ປະເທດໄລບີເຣຍ, ວັນທີ 18 ຕຸລາ 2014.
ທິມຝັງສົບ ໃນຊຸດປ້ອງກັນຕົວ ຫາມສົບຜູ້ຍິງ ທີ່ສົງໄສວ່າ ເສຍຊີວິດຍ້ອນ ໄວຣັສອີໂບລາ ໃນນະຄອນຫລວງ ມອນໂຣເວຍ ປະເທດໄລບີເຣຍ, ວັນທີ 18 ຕຸລາ 2014.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ​ John Kerry ​ໄດ້​
ກ່າວຊົມ​ເຊີຍ​ຄວາມພະຍາຍາມ ​ຂອງ​ຄິວ​ບາ​ ​ເມື່ອ​ວັນ​ສຸກ​ຜ່ານ​ມາ
ສຳ​ຫລັບການ​ຕອບ​ສະໜອງ ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ຄິວ​ບາ ຕໍ່​ວິ​ກິດ
​ການອີ​ໂບລາ ຊຶ່ງ ທ່ານ Kerry ​ກ່າວ​ວ່າ “ຄິວ​ບາ ​ປະ​ເທດ​ທີ່​ມີ
ປະຊາກອນ​ພຽງ 11 ລ້ານ​ຄົນ ​ໄດ້​ສົ່ງ​ພະນັກງານ​ການ​ແພດ
ມືອາຊີບ​ ຈຳນວນ 165 ຄົນ ​ແລະ ມີ​ແຜນທີ່​ຈະ​ສົ່ງ​ຕື່ມອີກ ​
ເກືອບ 300ຄົນ”
​ ໄປ​ຍັງ​ອາ​ຟຣິກາ​ຕາ​ເວັນ​ຕົກ​ ທີ່​ໄດ້​ຖືກ​ກະທົບ
​ຢ່າງ​ໜັກ​ໜ່ວງນັ້ນ.

ຄິວບາມີ​ປະຫວັດ ໃນການ​ສົ່ງທ່ານໝໍ​ຂອງ​ຕົນ ​ໄປ​ຊ່ວຍ​ໃນ​ເຂດ​
ສຸກ​ເສີນຢູ່ທົ່ວ​ໂລກ.

EBOLA CUBA US CNPK
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG