ອະດີດປະທານປະເທດຄິວບາ ທ່ານ Fidel Castro ໄດ້ອອກມາ
ປາກົດໂຕ ໃນທີ່ສາທາລະນະ ເປັນຄັ້ງທຳອິດ ໃນລະຍະນຶ່ງປີກວ່າ
ຜ່ານມາ ອີງຕາມສື່ຂ່າວຂອງທາງການ.
ພາບຖ່າຍ 4 ຮູບ ໄດ້ຖືກນຳລົງເຜີຍແຜ່ ທາງອິນເຕີເນັດ ຫຼື online
ສະແດງໃຫ້ເຫັນ ທ່ານ Castro ອາຍຸ 88 ປີ ນັ່ງຢູ່ໃນລົດຄັນນຶ່ງ
ກຳລັງຈັບມືກັບຜູ້ຄົນ ທີ່ປາກົດວ່າ ເປັນຊາວ Venezuela ຜູ້
ສະໜັບສະໜຸນທ່ານ ຜ່ານທາງປ່ອງຢ້ຽມລົດ. ພາບເຫຼົ່ານັ້ນ
ສະແດງໃຫ້ເຫັນແຕ່ໃບໜ້າດ້ານຂ້າງຂອງທ່ານ ສ່ວນທີ່ເຫຼືອ
ແມ່ນຖືກປົກປິດ ໃຕ້ມວກແກັບກີລາ baseball ແລະ ໜວດເຄົາ
ທີ່ເປັນສັນຍາລັກຂອງທ່ານ.
ລາຍງານຂອງສື່ຂ່າວຄິວບາ ກ່າວວ່າ ການພົບປະດັ່ງກ່າວ ໄດ້ເກີດຂຶ້ນເມື່ອວັນຈັນຜ່ານມາ
ແຕ່ ບໍ່ໄດ້ອະທິບາຍ ວ່າເປັນຍ້ອນຫຍັງ ຮູບພາບດັ່ງກ່າວ ຈຶ່ງໄດ້ຖືກນຳອອກມາເປີດເຜີຍ
ຫຼາຍມື້ຕໍ່ມາ.
ກ່າວກັນວ່າ ທ່ານ Castro ໄດ້ພົບປະກັບຄະນະຜູ້ແທນ Venezuela ທີ່ໄປຢ້ຽມຢາມ
ຄິວບາ ເພື່ອສະແດງຄວາມເປັນເອກະພາບກັນ. ລາຍງານກ່າວອີກວ່າ ທ່ານໄດ້ເຮັດໃຫ້
ຄະນະຜູ້ຕາງໜ້າ Venezuela ປະທັບໃຈ ດ້ວຍການຈັບມືທີ່ໜັກແໜ້ນຂອງທ່ານ ແລະ
ຄວາມຄິດ ທີ່ຊັດແຈ້ງຂອງທ່ານ.
ປະເທດ Venezuela ທີ່ອຸດົມສົມບຸນດ້ວຍນ້ຳມັນ ໄດ້ເປັນພັນທະມິດ ທີ່ໃກ້ຊິດກັບຄິວບາ
ເປັນເວລາດົນນານມາແລ້ວ.
ຄັ້ງນີ້ ເປັນເທື່ອທຳອິດ ທີ່ ທ່ານ Fidel Castro ໄດ້ປາກົດຕົວໃຫ້ເຫັນ ໃນທີ່ສາທາລະນະ
ນັບຕັ້ງແຕ່ ຄິວບາ ແລະ ສະຫະລັດ ໄດ້ປະກາດ ການເຄື່ອນໄຫວທີ່ເປັນປະຫວັດສາດ
ເພື່ອຮື້ຟື້ນສາຍສຳພັນທາງການທູດ ເປັນຕົ້ນມາ.