ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປ. ຄິວບາ ທ່ານ Fidel Castro ເຖິງແກ່ມໍລະນະກຳ ຮວມອາຍຸໄດ້ 90 ປີ


ທ່ານ Fidel Castro ໄປຮ່ວມ ມື້ສຸດທ້າຍ ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງພັກຄອມມູນິສຄິວບາ ທີ່ນະຄອນຮາວານາ. (19 ເມສາ 2016)
ທ່ານ Fidel Castro ໄປຮ່ວມ ມື້ສຸດທ້າຍ ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງພັກຄອມມູນິສຄິວບາ ທີ່ນະຄອນຮາວານາ. (19 ເມສາ 2016)

ອະດີດ​ຜູ້ນຳ​ຄອມ​ມູນິສຄິວ​ບາ ທ່ານ Fidel Castro ທີ່​ໄດ້​ນຳພາ​ປະ​ເທດ​ດັ່ງກ່າວ​ເປັນ​ເວ ລາ​ເກືອບ 50 ປີນັ້ນ ​ໄດ້ເຖິງ​ແກ່​ມໍລະນະ​ກຳ ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ທີ່​ນະຄອນຫຼວງ ຮາ​ວາ​ນາ ຮວມອາຍຸ​ໄດ້ 90 ປີ.

ປະທານາທິບໍດີ​ຄົນ​ປັດຈຸບັນ​ຂອງ​ຄິວ​ບາ ທ່ານ Raul Castro ທີ່​ເປັນ​ນ້ອງ​ຊາຍຂອງ​ທ່ານ Fidel ນັ້ນ ​ໄດ້​ປະກາດ​ທາງ​ໂທລະພາບ​ຂອງ​ລັດ ​ແລະ​ນອກ​ນັ້ນ ຍັງ​ໄດ້​ແຈ້ງໃຫ້​ປະຊາຊົນ​ຊາ​ບວ່າ ສົບ​ຂອງ​ມື້ລາງ​ອ້າຍ​ທ່ານ ຈະ​ຖືກ​ນຳ​ໄປ​ເຜົາ​ໃນ​ວັນ​ເສົາ​ມື້ນີ້.

ທ່ານ Raul Castro ກ່າວ​ວ່າ “ປະຊາຊົນ​ຊາວ​ຄິວ​ບາ​ທີ່​ຮັກ ດ້ວຍ​ຄວາມ​ເສົ້າສະຫລົດ​ໃຈ​ເປັນ​ທີ່​ສຸດ ຂ້າພະ​ເຈົ້າຂໍ​ແຈ້ງ​ ໃຫ້​ປະຊາຊົນ​ຂອງ​ພວກ​ເຮົາ ເພື່ອ​ນມິດ​ຂອງພວກ​ເຮົາ​ ໃນ​ທະວີບ​ອາ​ເມຣິກາ​ ແລະໃນ​ໂລກຊາບ​ວ່າ ​ໃນ​ມື້ນີ້ ວັນ​ທີ 25 ພະຈິກ ປີ 2016​ ​ເວລາ 10 ​ໂມງ 29​ ນາທີ ຕອນ​ແລງ ທ່ານ Fidel Castro Ruz ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ແລ້ວ. ສົບ​ຂອງ​ທ່ານ​ຈະ​ຖືກ​ເຜົາ​ໃນ​ຕອນ​ເຊົ້າວັນ​ເສົາ​ທີ 26 ພະຈິກ ຄະນະ​ກຳມາ​ທິການຈັດ​ພິທີ​ສົ່ງ ສະການ ຈະ​ສະໜອງ​ລາຍລະອຽດເພີ້ມ​ຕື່ມ​ ກ່ຽວ​ກັບ​ການຈັດ​ແຈງ ​ໃນການ​ໄວ້ອາ​ໄລທີ່​ ຈະສະ​ແດງຄວາມ​ເຄົາລົບ​ຕໍ່​ຜູ້​ກໍ່ຕັ້ງການ​ປະຕິວັດ​ຂອງ​ຄິວ​ບາ. ຕໍ່​ໄຊຊະນະ ສະເໝີໄປ.”

Fidel Castro Dead
please wait
Embed

No media source currently available

0:00 0:02:59 0:00

ທ່ານ Castro ​ໄດ້​ເຮັດ​ໃຫ້​ຄິວບາ​ກາຍ​ເປັນ​ປະ​ເທດ​ຄອມ​ມູນິສປະ​ເທດ​ທຳ​ອິດໃນ​ຊີກ​ໂລກ​ຕາ​ເວັນ​ຕົກ ຫຼັງ​ຈາກ​ທ່ານ​ໄດ້​ນຳ​ພາ​ການ​ປະຕິວັດ​ໂຄ່ນ​ລົ້ມປະທານາ​ທິບໍດີທີ່​ໄດ້ຮັບເລືອກ ທ່ານ Fulgencio Batista ​ໃນ​ປີ 1959. ​ແລະ​ບໍ່​ຕ່າງຫຍັງ​ ກັບ​ທ່ານ Batista ທີ່​ໄດ້​ກາຍ​ເປັນ​ຈອມ​ຜະ​ເດັດ​ການ​ທະຫານ ທ່ານ Castro ກໍ​ໄດ້​ເປັນ​ຈອມ​ຜະ​ເດັດ​ການ ​ທີ່​ໂຫດ​ຫ້ຽມ ຜູ້ນຶ່ງ. ທ່ານ​ເປັນ​ນາຍົກລັດຖະມົນຕີ​ປົກຄອງ​ຄິວບາ​ແຕ່​ປີ 1959 ຫາ 1976 ​ແລະ​ຫຼັງ​ຈາກ​ນັ້ນກໍ​ເປັນປະທາ​ນາ​ທິບໍດີ ​ແຕ່​ປີ 1976 ຫາປີ 2008.

Castro React
please wait
Embed

No media source currently available

0:00 0:01:21 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG