ມີຫລາຍລ້ານຄົນ ທີ່ດຳລົງຊີວິດຢູ່ກັບຄວາມເຈັບປວດ ຕະຫລອດເວລາ ຍ້ອນເປັນໂຣກ ເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິ. ມັນເປັນອາການສັບສົນທີ່ມັກຈະຖືກວິໄຈພະຍາດ ຜິດພາດໄປ. ແລະເຖິງແມ່ນວ່າ ການກວດຢູ່ໃນຫ້ອງ ທົດລອງ ຈະສາມາດຊ່ວຍກວດພົບພະຍາດ ຫຼາຍຊະນິດໄດ້ກໍຕາມ ແຕ່ບໍ່ມີການ ກວດໃດໆທີ່ໃຊ້ເພື່ອກວດຫາໂຣກເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິນີ້ ຈົນຮອດໄລຍະໃກ້ໆມານີ້. ດຽວນີ້ ດັ່ງທີ່ Carol Pearson ນັກຂ່າວວີໂອເອ ລາຍງານມາ ໃນທີ່ສຸດການກວດເລືອດແບບງ່າຍໆ ກໍສາມາດສະແດງຫຼັກຖານທາງວິທະຍາສາດຂອງອາການດັ່ງກ່າວໃຫ້ຄົນປ່ວຍທີ່ເປັນໂຣກນີ້ຮູ້ໄດ້. ບົວສະຫວັນ ມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
“ບ່າກ້ຳນີ້ເດ່ ເປັນແນວໃດ?”
ປ້າ ບາບ ຮາທັອງ (Barb Hartong) ໄດ້ທົນທຸກຕໍ່ການເຈັບປວດໄປທົ່ວຮ່າງກາຍທີ່ບໍ່ສາມາດອະທິບາຍໃຫ້ເຂົ້າໃຈໄດ້ ຕອນທີ່ລາວຍັງບໍ່ທັນໄດ້ຮັບການວິນິໄສວ່າເປັນໂຣກເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິ ຫລື Fibromyalgia ນັ້ນ.
ລາວເວົ້າວ່າ: "ມັນເກືອບວ່າເປັນເລື້ອງທີ່ເຮັດໃຫ້ຂ້ອຍໂລ່ງໃຈໄດ້ທັງໝົດເລີຍ ເພາະວ່າ ໃນທີ່ສຸດຂ້ອຍກໍຮູ້ວ່າມີບັນຫາຫຍັງເກີດຂຶ້ນກັບຂ້ອຍ.”
ໂຣກເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິທີ່ເຕັມໄປດ້ວຍອາການເຈັບປວດຕາມກ້າມເນື້ອ ແລະຂໍ້ຕໍ່ກະດູກຕ່າງໆ ລາມໄປທົ່ວຮ່າງກາຍ ຊຶ່ງຕິດຕາມມາດ້ວຍຄວາມອິດເມື່ອຍເຊື່ອຍຊາ ແລະມີບັນຫາໃນການຫຼັບນອນ, ໃນດ້ານຄວາມຈຳ, ແລະອາລົມ. ພວກນັກຄົ້ນຄວ້າເຊື່ອວ່າ ການເປັນໂຣກເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິນັ້ນ ສະໝອງເພີ້ມຂະຫຍາຍສັນຍານຄວາມເຈັບປວດໄປທົ່ວຮ່າງກາຍເລີຍ.
ຄົນທີ່ທົນທຸກຕໍ່ການເປັນໂຣກເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິ ປະມານ 75 ເປີເຊັນ ແມ່ນບໍ່ໄດ້ຮັບການວິນິໄສພະຍາດເລີຍ. ບາງຄົນແມ່ນໄດ້ດຳລົງຊີວິດຢູ່ກັບຄວາມເຈັບປວດຕັ້ງຫລາຍປີ. ຫລາຍຄົນກໍໄດ້ຮັບການປິ່ນປົວທີ່ບໍ່ມີປະສິດທິຜົນ ຫລືເຖິງຂັ້ນວ່າ ເຮັດໃຫ້ໄດ້ຮັບຄວາມເສຍຫາຍກໍເປັນໄດ້.
ດຣ. ເຄັບວິນ ແຮັກຊໍ (Kevin Hackshaw) ຈາກສູນການແພດເວັກສ໌ເນີ (Wexner) ຂອງມະຫາວິທະຍາໄລລັດໂອຮາຍໂອກ່າວວ່າ:
"ຄົນປ່ວຍຫລາຍຄົນທີ່ໃຊ້ຢາທີ່ປະສົມຢາຝິ່ນເປັນປະຈຳ ກັບກາຍວ່າ ເຮັດໃຫ້ ໂຣກເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິຖືກເຊື່ອງຊ້ອນໄວ້. ສະນັ້ນ, ທີ່ຈິງແລ້ວ ຖ້າຫາກຮູ້ຈັກວ່າ ມັນເປັນເຊັ່ນນັ້ນແລ້ວ ພວກເຮົາກໍຈະສາມາດຮູ້ໄດ້ວ່າ ເຮົາສາມາດຢັບຢັ້ງ ຂະບວນການປິ່ນປົວທີ່ບໍ່ຖືກຕ້ອງ ທີ່ໃຊ້ຢາປະສົມຢາຝິ່ນ ນັ້ນໄດ້.”
ພວກນັກຄົ້ນຄວ້າທີ່ສູນການແພດເວັກສ໌ເນີ (Wexner) ຂອງມະຫາວິທະຍາໄລ ລັດໂອຮາຍໂອພາກັນພັດທະນາວິທີກວດເລືອດແບບງາຍໆ ທີ່ສາມາດວິນິໄສໂຣກເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິໄດ້.
ດຣ. ລູຍສ໌ ໂຣດຣິກເກ ຊາວນາ (Luis Rodriguez-Saona) ຈາກສູນການແພດເວັກສ໌ເນີ (Wexner) ຂອງມະຫາວິທະຍາໄລລັດໂອຮາຍໂອເວົ້າວ່າ:
“ພວກເຮົາໃຊ້ລັງສີອິນແຟເຣດ ຢູ່ໃນຫລາຍບໍລິສັດ ເພື່ອກວດຫາທາດໂປຣຕິນ, ລະດັບທາດແປ້ງ, ເສັ້ນໃຍ ໄດ້ພາຍໃນບໍ່ເທົ່າໃດວິນາທີ.”
ພວກນັກຄົ້ນຄວ້າພົບວ່າ ວິທີກວດເລືອດແບບນີ້ສາມາດວິໄຈ ທາດເຄມີຢູ່ໃນເລືອດແບບດຽວກັນກັບ ມັນວິໄຈໂມເລກູນຢູ່ໃນອາຫານ. ວິທີກວດດັ່ງກ່າວສາມາດໄຈ້ແຍກຄວາມແຕກຕ່າງລະຫວ່າງໂຣກເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິ ກັບອາການປວດແບບຊຳເຮື້ອໄດ້ຢ່າງຊັດເຈນເກືອບຮອດ 100 ເປີເຊັນ.
ດຣ. ລູຍສ໌ ໂຣດຣິກເກ ຊາວນາ ກ່າວເພີ້ມເຕີມວ່າ:
“ຮູບສີ່ຫລ່ຽມສີນ້ຳຕານນັ້ນ ແມ່ນເປັນພາກສ່ວນທີ່ບອກວ່າ ມີໂຣກເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິ, ສ່ວນອັນທີ່ເປັນສີແດງ ບອກວ່າເປັນພະຍາດ ລູປັສ.”
ດຣ. ແຮັກຊໍ (Hackshaw) ກ່າວມ້ວນທ້າຍວ່າ:
"ການກວດພະຍາດແບບນີ້ ແມ່ນໃຫ້ການຢືນຢັນ ແລະໃຫ້ເຫດຜົນ ກ່ຽວກັບອາການຕ່າງໆ ທີ່ເຮັດໃຫ້ເຂົາເຈົ້າທົນທຸກມາໄດ້ຫລາຍປີນັ້ນ.”
ເຖິງແມ່ນວ່າຈະບໍ່ມີການປິ່ນປົວ ໂຣກເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິກໍຕາມ ແຕ່ວ່າການກິນຢາ, ການອອກກຳລັງກາຍ ແລະວິທີການຜ່ອນຄາຍຄວາມຕຶງຄຽດລົງ ກໍສາມາດຊ່ວຍໃຫ້ຄວບຄຸມອາການຕ່າງໆໄດ້. ປ້າ ບາບ ຮາທັອງ ໄດ້ກິນຢາ ແລະເຮັດກິດຈະວັດປະຈຳວັນ ບໍ່ໄດ້ຂາດ.
ປ້າ ບາບ ຮາທັອງ (Barb Hartong) ເວົ້າວ່າ "ມັນບໍ່ພຽງແຕ່ເປັນການເອົາຢາໃຫ້ຂ້ອຍກິນເທົ່ານັ້ນ ມັນເປັນການທີ່ບອກໃຫ້ຮູ້ວ່າ ຂ້ອຍດຳລົງຊີວິດຢູ່ແບບໃດ? ສຳລັບຂ້ອຍແລ້ວ ມັນແມ່ນການອອກກຳລັງກາຍ."
ພວກນັກຄົ້ນຄວ້າ ດຽວນີ້ ຢາກໃຊ້ການກວດພະຍາດດັ່ງກ່າວສຳລັບຄົນປ່ວຍ ຢູ່ໃນກຸ່ມໃຫຍ່ກວ່ານັ້ນ ໂດຍຫວັງວ່າ ຈະເອົາການກວດແບບນີ້ອອກໄປໃຊ້ຢູ່ ນອກຫ້ອງທົດລອງ ແລະເອົາໄປໃຊ້ຢູ່ໃນຫ້ອງກວດພະຍາດບ່ອນທີ່ທ່ານໝໍສາມາດ ທຳການວິນິໄສໂຣກເຈັບປວດທົ່ວຮ່າງກາຍແບບຜິດປົກກະຕິໃນທັນທີທັນໃດໂລດ.