ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູ່​ໝັ້ນ​ຂອງ​ນັກ​ຂ່າວ ຜູ້​ຖືກ​ສັງ​ຫານ ຮຽກ​ຮ້ອງ​ໃຫ້ ຊາ​ອຸ​ດີ ເປີດ​ເຜີຍ ທີ່​ຢູ່​ຂອງ​ສົບ ທ. ຄາ​ຊອກ​ກີ

ທ່ານ​ນາງ ຮາ​ຕິ​ສ ເຊນ​ກິ​ຊ (Hatice Cengiz), ຄູ່​ໝັ້ນ ຂອງ​ນັກ​ຂ່າວ ຊາວ​ຊາ​ອຸ​ດີ ທ່ານ ຈາ​ມາ​ລ ຄາ​ຊ​ອກ​ກີ ຜູ້​ທີ່​ໄດ້​ຖືກ​ຂ້າ​ຕາຍ, ເຫັນ​ໄດ້​ໃນ​ລະ​ຫວ່າງ ການ​ໃຫ້​ສຳ​ພາດ ກັບ​ອົງ​ການ​ຂ່າວ ຣອຍ​ເຕີ ໃນ​ນະ​ຄອນຫຼວງ ລອນ​ດອນ ​ຂອງ​ອັງ​ກິດ, ວັນ​ທີ 29 ຕຸ​ລາ 2018.

ຄູ່ໝັ້ນຂອງນັກຂ່າວຊາວຊາອຸດີ ທ່ານ ຈາມາລ ຄາຊອກກີ ກ່າວວ່າ ພວກເຈົ້າໜ້າທີ່
ຂອງຊາອຸດີ ຮູ້ວ່າ ສົບ ຂອງທ່ານ ຄາຊອກກີ ຢູ່ບ່ອນໃດ ແລະໄດ້ຮຽກຮ້ອງຕໍ່ ພວກ
ເຂົ້າເຈົ້າ ໃຫ້ເປີດເຜີຍ ບ່ອນຢູ່ຂອງສົບທ່ານ ຄາຊອກກີ ເສຍ.

“ຂ້າພະເຈົ້າ ຂໍຮ້ອງອີກເທື່ອນຶ່ງ ສົບຂອງລາວຢູ່ໃສ?” ທ່ານນາງ ຮາຕິສ ເຊນກິຊ
ໄດ້ກ່າວໄປໃນວັນຈັນວານນີ້ ຢູ່ທີ່ພິທີລຳລຶກເຖິງ ທ່ານ ຄາຊອກກີ ຢູ່ໃນນະຄອນຫຼວງ
ລອນດອນ.

ທ່ານນາງ ກ່າວອີກວ່າ “ຂ້າພະເຈົ້າ ເຊື່ອວ່າ ລະບອບການປົກຄອງ ຂອງຊາອຸດີ ຮູ້ດີ
ວ່າ ສົບຂອງລາວຢູ່ບ່ອນໃດ. ພວກເຂົາເຈົ້າ ຄວນຕອບຕໍ່ຄຳຮຽກຮ້ອງ ຂອງຂ້າພະ
ເຈົ້າ. ສຳລັບອັນນີ້ ບໍ່ພຽງແຕ່ເປັນຄຳຮຽກຮ້ອງ ຂອງຄູ່ໝັ້ນເທົ່ານັ້ນ ແຕ່ເປັນ ມະນຸດ
ຄົນນຶ່ງ.”

ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ ຈາ​ມາ​ລ ຄາ​ຊອກ​ກີ ກ່າວ​ຄຳ​ປາ​ໄສ​ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ນະ​ຄອນຫຼວງ ມາ​ນາ​ມາ, ປະ​ເທດ ບາຫ​ເຣນ. 1 ກຸມ​ພາ, 2015.
ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ ຈາ​ມາ​ລ ຄາ​ຊອກ​ກີ ກ່າວ​ຄຳ​ປາ​ໄສ​ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ນະ​ຄອນຫຼວງ ມາ​ນາ​ມາ, ປະ​ເທດ ບາຫ​ເຣນ. 1 ກຸມ​ພາ, 2015.

ການເສຍຊີວິດຂອງ ທ່ານ ຄາຊອກກີ ຜູ້ທີ່ເປັນນັກຂຽນບົດຄວາມໃຫ້ແກ່ໜັງສືພິມ
ວໍຊິງຕັນ ໂພສຕ໌ ແລະ ເປັນຜູ້ທີ່ຕ້ອງຕິ ອົງມົງກຸດຣາຊະກຸມມານ ເຈົ້າຟ້າຊາຍ ຂອງ
ຊາອຸດີ ອາຣາເບຍ ຢູ່ໃນກົງສຸນ ຂອງຊາອຸດີ ປະຈຳ ນະຄອນ ອິສຕັນບູລ ໄດ້ກໍ່ໃຫ້ເກີດ ການວິພາກວິຈານ ຂອງໂລກ ຕໍ່ໍຊາອຸດີ ອາຣາເບຍ.

ທ່ານ ຄາຊອກກີ ອາຍຸ 59 ປີ ໄດ້ເຂົ້າໄປໃນກົງສຸນຂອງຊາອຸດີ ປະຈຳນະຄອນ
ອິສຕັນບູລ ຂອງເທີກີ ໃນວັນທີ 2 ຕຸລາ ຜ່ານມາ ເພື່ອຂໍເອກກະສານທີ່ຈຳເປັນ ສຳລັບ
ການແຕ່ງງານ ຂອງທ່ານ ທີ່ຈະມີຂຶ້ນ ກັບທ່ານນາງ ເຊນກິຊ ຜູ້ທີ່ເປັນ ຊາວເທີກີ. ໃນ
ເມື່ອ ທ່ານ ຄາຊອກກີ ບໍ່ໄດ້ກັບຄືນອອກມາ ທ່ານນາງ ເຊນກິຊ ຈຶ່ງໄດ້ແຈ້ງທາງການ
ໃຫ້ຊາບເປັນຄົນທຳອິດ.

ໃນເບື້ອງຕົ້ນ ຊາອຸດີ ອາຣາເບຍ ໄດ້ປະຕິເສດວ່າ ບໍ່ມີສ່ວນພົວພັນແຕ່ຢ່າງໃດ ໃນການ
ຫາຍສາບສູນໄປຂອງ ທ່ານ ຄາຊອກກີ ແຕ່ນັບຕັ້ງແຕ່ນັ້ນມາ ກໍໄດ້ປ່ຽນ ການເລົ່າເລື້ອງ
ຂອງຕົນ ຫຼາຍໆຄັ້ງ ແລະ ເມື່ອສັບປະດາແລ້ວນີ້ ຕົນກໍໄດ້ຍອມ ຮັບວ່າ ການສັງຫານ
ທ່ານ ຄາຊອກກີ ນັ້ນ ເປັນການວາງແຜນໄວ້ລ່ວງໜ້າ.

ຢູ່ໃນພິທີລຳລຶກດັ່ງກ່າວ ທ່ານນາງ ເຊນກິຊ ໄດ້ກ່າວວ່າ ທ່ານນາງເສຍໃຈ ໃນການ
ເຄື່ອນໄຫວຂອງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ.

ທ່ານນາງ ເວົ້າວ່າ “ປະທານາທິບໍດີ ທຣຳ ຄວນຊ່ອຍໃນການເປີດເຜີຍຄວາມຈິງ ແລະ
ຮັບປະກັນວ່າ ພວກທີ່ຮັບຜິດຊອບຈະຖືກນຳມາລົງໂທດ. ທ່ານບໍ່ ຄວນແຜ້ວທາງ
ເພື່ອປົກປິດ ການຄາດຕະກຳ ຄູ່ໝັ້ນຂອງຂ້າພະເຈົ້າ. ບໍ່ຄວນໃຫ້ ນ້ຳເງິນ ເຮັດໃຫ້ຈິດ
ສຳນຶກຂອງພວກເຮົາ ເປິເປື້ອນ ແລະທຳລາຍຄຸນນະທຳ ຂອງພວກເຮົາ.”

ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ແຊນເດີສ໌ ຮັກກາບີ ໂອ້​ລົມ ກັ​ບ​ບັນ​ດາ​ນັກ​ຂ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ທີ່​ທຳ​ນຽບ​ຂາວ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ວັນ​ທີ 29 ຕຸ​ລາ 2018.
ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ແຊນເດີສ໌ ຮັກກາບີ ໂອ້​ລົມ ກັ​ບ​ບັນ​ດາ​ນັກ​ຂ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ທີ່​ທຳ​ນຽບ​ຂາວ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ວັນ​ທີ 29 ຕຸ​ລາ 2018.

ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ແຊນເດີສ໌ ຮັກກາບີ ໄດ້ກ່າວໃນວັນຈັນ ວານນີ້
ວ່າ ລັດຖະບານທ່ານທຣຳ ແມ່ນກຳລັງພິຈາລະນາ ມາດຕະການຕ່າງໆ ທີ່ເປັນໄປໄດ້
ໃນການຕອບໂຕຕໍ່ການສັງຫານທ່ານຄາຊອກກີ ຢູ່.

ທ່ານນາງ ຮັກກາບີ ເວົ້າວ່າ “ຄະນະລັດຖະບານ ກຳລັງຊັ່ງຊາເບິ່ງ ທາງເລືອກແຕກ
ຕ່າງກັນໄປ ແລະ ພວກເຮົາຈະປະກາດສິ່ງທີ່ພວກເຮົາໄດ້ຕັດສິນໃຈ ກ່ຽວກັບມາດ
ຕະການ ນັ້ນ ວ່າແມ່ນຫຍັງ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG