ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ຊາ​ຊົນ ທີ່​ເຕົ້າ​ໂຮມ​ກັນ​ ສຳ​ລັບ​ການ​ປະ​ທ້ວງ ເສື້ອ​ກັກ​ສີ​ເຫຼືອງໃນ​ ປາ​ຣີ ມີ​ຈຳ​ນວນ​ໜ້ອຍ​ລົງ


​ຕຳຫຼວດ ປ້ອ​ງ​ກັນ ອາ​ນຸ​ສາ​ວະລີ ຊັອງ ເອ​ລີ​ເຊ. ນະ​ຄອນຫຼວງ ປ​າ​ຣີ, ຝ​ຣັ່ງ. 15 ທັນ​ວາ, 2018
​ຕຳຫຼວດ ປ້ອ​ງ​ກັນ ອາ​ນຸ​ສາ​ວະລີ ຊັອງ ເອ​ລີ​ເຊ. ນະ​ຄອນຫຼວງ ປ​າ​ຣີ, ຝ​ຣັ່ງ. 15 ທັນ​ວາ, 2018

ບັນ​ດາ​ຜູ້​ປະ​ທ້ວງ​ ຝ​ຣັ່ງ ໄດ້​ຊຸມ​ນຸມ​ກັນ​ເພື່ອ​ປະ​ທ້ວງ​ຕໍ່​ຕ້ານ​ຄ່າ​ຄອງ​ຊີບ​ທີ່​ສູງ​ເປັນ​ອາ​ທິດ​
ທີ 5 ລຽນຕິດ, ເຖິງແມ່ນວ່າການປະທ້ວງທັງຫຼາຍແມ່ນໄດ້ຖືກປາບປາມຫຼາຍຂຶ້ນໃນ
ທົ່ວປະເທດ ໃນວັນເສົາວານນີ້ກໍຕາມ, ສ່ວນນຶ່ງແມ່ນຍ້ອນການໄດ້ຮັບອະນຸຍາດຈາກ
ປະທານາທິບໍດີ ເອັມມານູແອລ ມາກຣົງ ໃນຕົ້ນສັບປະດານີ້, ພ້ອມກັບມີສະພາອາກາດ
ທີ່ໜາວ ແລະ ຝົນຕົກແດ່.

ປະ​ຊາ​ຊົນ​ຫຼາຍ​ພັນ​ຄົນ​ໄດ້​ພາ​ກັນ​ອອກ​ມາ​ລວມ​ຕົວ​ກັນ​ ໃນ​ນະ​ຄອນຫຼວງ​ປະ​ເທດ​ໃນ​ວັນ​
ເສົາວານນີ້. ມີການປະທະກັນເກີດຂຶ້ນ ລະຫວ່າງພວກປະທ້ວງ ກັບ ຕຳຫຼວດ, ຜູ້ທີ່ໄດ້
ໃຊ້ແກັສນ້ຳຕາ ແລະ ຍິງນ້ຳໃສ່ພວກປະທ້ວງ ໃນຂະນະທີ່ເຂົາເຈົ້າໄດ້ແລ່ນເອົາມືງຸບ
ໜ້າອອກໄປຂ້າງຖະໜົນ ຊັອງ ເອລີເຊ ທີ່ມີຊື່ສຽງ.

ຕຳຫຼວດ​ປະ​ມານ 8,000 ຄົນ ແລະ ລົດ​ຫຸ້ມ​ເກາະ 14 ຄັນ​ໄດ້​ຖືກ​ສົ່ງ​ໄປ​ສະ​ຖານ​ທີ່ ເພື່ອ
ປ້ອງກັນການເກີດຂຶ້ນອີກ ຂອງການປະທ້ວງທີ່ໄດ້ກາຍເປັນຄວາມຮຸນແຮງ, ພວກປະ
ທ້ວງປຸ່ນສະດົມຮ້ານຂາຍເຄື່ອງຕ່າງໆ ແລະ ຈູດສິ່ງກີດຂວາງທັງຫຼາຍໃນຖະໜົນສາຍ
ຕ່າງໆ.

ຕຳຫຼວດ​ໄດ້​ກ່າ​ວວ່າ ປະ​ຊາ​ຊົນຫຼາຍກວ່າ 115 ຄົນ​ໄດ້​ຖືກ​ຄວບ​ຄຸມ​ຕົວ​ໃນ​ຕອນ​ບ່າຍ​
ຂອງວັນເສົາວານນີ້.

ເມື່ອ​ນຶ່ງ​ສັບ​ປະ​ດາ​ທີ່​ຜ່ານ​ມາ, ບັນ​ດາ​ເຈົ້າ​ໜ້າ​ທີ່ ຝ​ຣັ່ງ ໄດ້​ກ່າວ​ວ່າ ປະ​ຊາ​ຊົນ​ຫຼາຍ​ກວ່າ
100,000 ຄົນໄດ້ເຂົ້າຮ່ວມໃນການປະທ້ວງທົ່ວປະເທດ. ໃນອາທິດນີ້, ຕຳຫຼວດໄດ້
ນັບວ່າມີພວກປະທ້ວງກາຍ 33,000 ຄົນໜ້ອຍນຶ່ງໃນທົ່ວປະເທດ.

ໃນ​ນະ​ຄອນຫຼວງ ປາ​ຣີ, ຕຳຫຼວດ​ໄດ້​ເປີດ​ຖະ​ໜົນ ຊັອງ ເອ​ລີ​ເຊ ຄືນ​ສຳ​ລັບການ​ສັນ​
ຈອນໃນຕອນແລງຂອງວານນີ້.

ການ​ປະ​ທ້ວງ​ເຊິ່ງ​ໄດ້​ຮັບ​ແຮງ​ກະ​ຕຸ້ນ​ໂດຍ​ພາ​ສີ​ທີ່​ສູງ​ຂຶ້ນນັ້ນ, ໄດ້​ກໍ່​ໃຫ້​ເກີດ​ການ​ເຄື່ອນ​
ໄຫວ ກ່ຽວກັບ ຄ່າຄອງຊີບທີ່ສູງຂອງ ຝຣັ່ງ, ແລະ ໄດ້ຂະຫຍາຍເປັນວິກິດການທີ່ໃຫຍ່
ທີ່ສຸດໃນລະຫວ່າງ ການດຳລົງຕຳແໜ່ງປະທານາທິບໍດີຂອງທ່ານ ມາກຣົງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG