ພວກອົບພະຍົບ ທີ່ຂ້າມຊາຍແດນຢ່າງຜິດກົດໝາຍເຂົ້າໄປໃນ
Hungary ໄດ້ຫລຸດລົງຢ່າງຫລວງຫລາຍ ໃນວັນອັງຄານວານ
ນີ້ ໃນຂະນະທີ່ຫລາຍສິບຄົນມີລາຍງານວ່າ ໄດ້ຂ້າມເຂົ້າໄປປະ
ເທດ Croatia ຈາກ Serbia.
ລັດຖະບານ Hungary ກ່າວໃນວັນພຸດມື້ນີ້ວ່າ ມີພຽງແຕ່ 366
ຄົນທີ່ໄດ້ຂ້າມຊາຍແດນຢ່າງຜິດກົດໝາຍເຂົ້າໄປໃນປະເທດ
ຖືກຈັບໃນວັນອັງຄານວານນີ້ຊຶ່ງເປັນມື້ທຳອິດຂອງການຈັດຕັ້ງ
ປະຕິບັດກົດໝາຍໃໝ່ທີ່ເຄັ່ງຄັດຂອງ Hungary ເພື່ອລົງໂທດ
ຜູ້ຄົນທີ່ເຂົ້າປະເທດຜິດກົດໝາຍ. ໃນວັນຈັນແລ້ວນີ້ ຕຳຫຼວດ
ກ່າວວ່າ ມີອົບພະຍົບຫລາຍເປັນປະຫວັດການ 9,380 ຄົນໄດ້
ຂ້າມຊາຍແດນເຂົ້າໄປໃນປະເທດ Hungary.
ໃນຂະນະດຽວກັນ ກະແສຟອງຂອງອົບພະຍົບ ອາດຫັນປ່ຽນໄປທາງພາກໃຕ້. ມີອົບພະ
ຍົບຫລາຍສິບຄົນ ໄດ້ເຫັນພາກັນຂ້າມຊາຍແດນເຂົ້າໄປ Crotia ຈາກ Serbia ໃນວັນອັງຄານວານນີ້ ແລະເຫັນຢູ່ເຕັມລົດບັດຫຼາຍຄັນ ມຸ້ງໜ້າສູ່ທິດທາງດັ່ງກ່າວ ຈາກເມືອງ Presevo ຂອງ Serbia.
ລັດຖະມົນຕີ ກະຊວງພາຍໃນຂອງ Croatia ທ່ານ Ranko Ostojic ກ່າວໃນການສົນ
ທະນາຜ່ານທາງໂທລະພາບໃນວັນອັງຄານວານນີ້ວ່າ Crotia ໄດ້ຕຽມພ້ອມແລ້ວເພື່ອ
ຮັບມືກັບພວກອົບພະຍົບ ແລະຈະປະຕິບັດແຜນສຸກເສີນ ຖ້າຫາກມີຄວາມຈຳເປັນ.
ນອກນັ້ນໃນວັນອັງຄານວານນີ້ Serbia ກ່າວວ່າ ຕົນບໍ່ມີຄວາມສາມາດທີ່ຈະຮັບມືກັບ
ພວກອົບພະຍົບຈຳນວນຫລວງຫລາຍ ທີ່ພາກັນເຕົ້າໂຮມຢູ່ຕາມຊາຍແດນ ໃນຂະນະທີ່
Hungary ໄດ້ຂັບໄລ່ເຂົາເຈົ້າໜີ.
ລັດຖະມົນຕີ ຕ່າງປະເທດ Serbia ທ່ານ Ivica Dacic ກ່າວວ່າ “Serbia ບໍ່ແມ່ນສູນ
“ຮັບຕ້ອນ”. ທ່ານຮ້ອງວ່າ ເປັນທີ່ຮັບເອົາບໍ່ໄດ້ ທີ່ພວກອົບພະຍົບຕ້ອງໄດ້ກັບຄືນມາ
Serbia ໂດຍສະເພາະ ໃນຂະນະທີ່ພວກອົບພະຍົບໃນຈຳນວນຫຼາຍຂຶ້ນເລື້ອຍໆໄດ້
ເດີນທາງມາຈາກ Greece ແລະ Macedonia.
ບັນດາເຈົ້າໜ້າທີ່ Hungary ໃນວັນອັງຄານວານນີ້ ໄດ້ປິດດ່ານຂ້າມຊາຍແດນ ຢ່າງເປັນ
ທາງການຂອງຕົນສອງແຫ່ງ ເພາະອັນທີ່ເຂົາເຈົ້າກ່າວວ່າບໍ່ມີການຄວບ ຄຸມພຽງພໍຢູ່ທາງ
ຟາກຂອງ Serbia. ນອກນັ້ນ Hungary ຍັງໄດ້ປະກາດ ພາ ວະສຸກເສີນ ຢູ່ໃນສອງ
ເມືອງທາງພາກໃຕ້ຂອງປະເທດ.
ພວກອົບພະຍົບຫລາຍຮ້ອຍຄົນ ພາກັນແອອັດຢູ່ຕໍ່ໜ້າເຄື່ອງກີດຂວາງໃໝ່ ແລະທວງໃຫ້
ອະນຸຍາດໃຫ້ເຂົາເຈົ້າເຂົ້າໄປໃນປະເທດ. ເຂົາເຈົ້າພາກັນຮ້ອງໂຮຂຶ້ນວ່າ “ເປີດຊາຍແດນ
ເປີດຊາຍແດນ” ໃນຂະນະທີ່ຕຳຫລວດພາກັນຢືນເບິ່ງ.