ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​ທ້ວງ​ “ເສື້ອກັກ​ສີ​​ເຫຼືອງ” ​ຈຳ​ນວນ​ໜ້ອຍເຂົ້າ​ສູ່​ຖະ​ໜົນ ກ່ອນ​ວັນ​ພັກ​ບຸນ


ຮູບ​ພາບ​ວິ​ດີ​ໂອ ວັນ​ທີ 22 ທັນ​ວາ 2018 ຢູ່​ຖະ​ໜົນຊຳ ເອ​ລີ​ເຊ ໃນ​ນະ​ຄອນ​ຫຼວງ ປາ​ຣີ ສະ​ແດງ​ໃຫ້​ເຫັນ​ຕຳ​ຫຼວດ​ລົດຈັກ ແນ​ປືນ​ໃສ່​ພວກ​ປະ​ທ້ວງ.
ຮູບ​ພາບ​ວິ​ດີ​ໂອ ວັນ​ທີ 22 ທັນ​ວາ 2018 ຢູ່​ຖະ​ໜົນຊຳ ເອ​ລີ​ເຊ ໃນ​ນະ​ຄອນ​ຫຼວງ ປາ​ຣີ ສະ​ແດງ​ໃຫ້​ເຫັນ​ຕຳ​ຫຼວດ​ລົດຈັກ ແນ​ປືນ​ໃສ່​ພວກ​ປະ​ທ້ວງ.

ພວກ​ປະ​ທ້ວງ​ “ເສື້ອກັກ​ສີ​ເຫຼືອງ” ​ຈຳ​ນວນ​ໜ້ອຍ​ລົງ ໄດ້​ພາ​ກັນ​ອອກ​ມາປະ​ທ້ວງ​ ​ຢູ່​ທົ່ວ
ປະເທດ​ ຝ​ຣັ່ງ ໃນ​ວັນ​ເສົາ​ວານ​ນີ້, ອີກ​ຄັ້ງ​ນຶ່ງ​ຄວາມ​ເຄັ່ງ​ຕືງ​ລະ​ຫວ່າງ​ພວກ​ປະ​ທ້ວງ ແລະ
​ຕຳ​ຫຼວດ​ໄດ້​ຝົດ​ເດືອດ​ຄື​ນ​ມາ​ອີກ​ ໃນ​ຕອນ​ແລງຂອງວັນ​ດັ່ງ​ກ່າວຢູ່​ ໃນຖະ​ໜົນ​ຫຼວງ ​ຊຳ
ເອ​ລີ​ເຊ ໃນ​ນະ​ຄອນຫຼວງ ​ປາ​ຣີ.

ຕຳ​ຫຼວດ​ໄດ້​ຍິງ​ແກັສ​ນໍ້​າຕາ ແລ​ະ​ ໃຊ້​ປືນ​ນ້ຳຍິງຕ້ານ​ພວກ​ປະ​ທ້ວງ. ຮູ​ບພາບວີ​ດີ​ໂອ​
ໄດ້ສະ​ແດງ​ໃຫ້​ເຫັນ​ພວກ​ປະ​ທ້ວງກຸ່ມ​ນຶ່ງ ພ​າ​ກັນ​ອ້ອມ ແລະ​ ໂຈມ​ຕີ​ພວກ​ເຈົ້າ​ໜ້າ​ທີ່
ຕຳ​ຫຼວດ​ຫຼາຍ​ຄົນ ຜູ້​ທີ່​ຂີ່​ລົດ​ຈັກ. ຕຳ​ຫຼວດ​ຄົນ​ນຶ່ງ​ປາ​ກົດ​ວ່າ ​ແນ​ປືນ​ໃສ່​ພວກ​ປະ​ທ້ວງ
ແຕ່​ວ່າເຈົ້າ​ໜ້າ​ທີ່​ຕຳ​ຫຼວດ ​ປາ​ຣີ ໄດ້ກ່າວ​ຕໍ່​ນັກ​ຂ່າວ​ເອ​ພີ (AP) ວ່າ​ລາວ​ບໍ່​ໄດ້​ຍິງ​ປືນ​
ຂອງ​ລາວ.

ການ​ປະ​ທ້ວງ​ຢູ່​ທົ່ວ​ປະ​ເທດ​ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 17 ພະ​ຈິກ ​ເພື່ອຕ້ານ​ແຜນ​ຂຶ້ນ​ຄ່າ​
ເກັບ​ພາ​ສີ​ນ້ຳ​ມັນ ​ທີ່ໄດ້​ດຳ​ເນີນມາ​ເປັນ​ອາ​ທິດ​ທີ​ຫົກ​ແລ້ວ. ເຂົາ​ເຈົ້າ​ໄດ້​ລວມ​ກັນ​ປະ
​ທ້ວງ ​ສ່ວນ​ໃຫ​ຍ່​ແມ່ນ​ເພື່ອ​ຕໍ່ຕ້ານ​ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ​ເສ​ລີ ຂອງ ປະ​ທາ​ນາ​ທິ​ບໍ​
ດີ ທ່ານ ເອັມ​ມາ​ນູແອ​ລ ມາກ​ຣົງ.

ພວກ​ປະ​ທ້ວງ​ນຸ່ງ "ເສ​ືອ​ສີ​ເຫຼືອງ" ພ​າ​ກັນ​ຢືນ​ປະ​ທ້ວງ​ຢູ່​ຕໍ່​ໜ້າ​ກົງ​ສຸນ​ຝ​ຣັ່ງ ທີ່​ນະ​ຄອນ​ນິວຢອກ ວັນ​ທີ 22 ທັນ​ວາ 2018.
ພວກ​ປະ​ທ້ວງ​ນຸ່ງ "ເສ​ືອ​ສີ​ເຫຼືອງ" ພ​າ​ກັນ​ຢືນ​ປະ​ທ້ວງ​ຢູ່​ຕໍ່​ໜ້າ​ກົງ​ສຸນ​ຝ​ຣັ່ງ ທີ່​ນະ​ຄອນ​ນິວຢອກ ວັນ​ທີ 22 ທັນ​ວາ 2018.

ໃນ​ການ​ຕອບ​ໂຕ້ຕໍ່​ກ​ານ​ເຄື່ອນ​ໄຫວດັ່ງ​ກ່າວ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ​ມາກ​ຣົງ ໃນ​ວັນ​ທີ
10 ທັນ​ວາ ​ໄດ້​ສຳ​ປະ​ທານ​ຄ່າ​ພາ​ສີ ແລະ​ ເງິນ​ເດືອນ. ນັບ​ຕັ້ງ​ແຕ່​ນັ້ນ​ມາ ທ່ານກໍບໍ່​ໄດ້
​ອອກ​ມາ​ສູ່​ສາຍ​ຕາຍ​ຂອງ​ສາ​ທາ​ລະ​ນະ.

ພວກ​ເຈົ້າ​ໜ້າ​ທີ່ ​ຝ​ຣັ່ງ ​ຄາດ​ຄະ​ເນ​ວ່າ ປະ​ຊາ​ຊົນປະ​ມານ 38,000 ຄົນ​ໄດ້​ເຂົ້າ​ຮ່ວມ​
ການ​ປະ​ທ້ວງ​ຢູ່​ທົ່ວ​ປະ​ເທດ​ໃນ​ວັນ​ເສົາ​ວານ​ນີ້ ພ້ອມ​ດ້ວ​ຍ​ພວກ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ
​ປະ​ມານ 2,000 ຄົນ ຢູ່​ໃນ​ນະ​ຄອນ​ຫຼວງ. ໂດຍ​ການ​ປຽບທຽບ ຫຼ​າຍກວ່າ 280,000
ຄົນ​ໄດ້​ເຂົ້າ​ຮ່ວມ​ປະ​ທ້ວງ​ຢູ່​ທົ່ວປະ​ເທດ​ໃນ​ວັນ​ທີ 17 ພ​ະ​ຈິ​ກທີ່​ຜ່ານ​ມາ. ​ພວກ​ປະ​ທ້ວງ
ຫຼາຍເຖິງ 4,000 ຄົນໄດ້​ອອກ​ມາ​ປະ​ທ້ວງ​ໃນ​ນະ​ຄອນຫຼວງ ປາ​ຣີ ໃນ​ວັນ​ທີ 15 ທັນ​ວາ
​ທີ່​ຜ່ານ​ມາ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG