ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການໂຈມຕີທາງອາກາດ ແນໃສ່ພວກຕໍ່ຕ້ານ ຢູ່ໃນເມືອງ Aleppo


ຮູບພາບນີ້ ສະໜອງໂດຍ ກຸ່ມປົກປ້ອງພົນລະເຮືອນຊີເຣຍ ທີ່ຮູ້ກັນວ່າ White Helmets.
ຮູບພາບນີ້ ສະໜອງໂດຍ ກຸ່ມປົກປ້ອງພົນລະເຮືອນຊີເຣຍ ທີ່ຮູ້ກັນວ່າ White Helmets.

ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ແນ​ໃສ່​ເຂດ​ຄວບ​ຄຸມ​ຂອງ​ພວກ​ຕໍ່ຕ້ານ​ໃນ​ເມືອງ Aleppo ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ ​ໄດ້​ເພີ້ມທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ ໃນ​ວັນ​ສຸກມື້ນີ້.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ອັງກິດ ລາຍ​ງານ​ວ່າມີ​ການໂຈມ​ຕີ​ຢ່າງ​ໜ້ອຍ 30 ຄັ້ງ ທີ່​ເລີ້ມຂຶ້ນ​ໃນ​ຕອນ​ກາງຄືນ​ ແລະຍັງ​ດຳ​ເນີນຕໍ່​ມາ​ຈົນ​ຮອດ​ເຊົ້າວັນ​ສຸກ​ມື້ນີ້.

ອົງການ​ປ້ອງ​ກັນພົນລະ​ເຮືອນ​ ຂອງ​ຊີ​ເຣຍ ກ່າວ​ວຍ່າ ຕຶກ​ອາຄານ​ຂອງ​ຕົນ 2 ຫລັງ ​ກໍ​ຖືກ​ໂຈມ​ຕີ ​ໃນ​ການຖິ້ມລະ​ເບີດ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ ​ແລະ​ສືບ​ລັບສະຫະລັດ ກຳລັງ​ສອບ​ຖາມ​ວ່າ ຣັດ​ເຊຍ​ມີ​ຄວາມ​ພໍ​ໃຈ ຫລື​ຄວາມ​ສາມາດ​ທີ່​ຈະ​ເຮັດ​ຢ່າງ​ໃດ​ຢ່າງ​ນຶ່ງກ່ຽວກັບ​ວິ​ກິດ​ການ​ໃນ​ຊີ​ເຣຍທີ່​ພວມ​ເພີ້ມ ທະວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ ​ໂດຍກ່າວ​ຫາ​ມົສກູ​ວ່່າ ​ແກ່ຍາວ​ໄພ ພິບັດທາງດ້ານ​ມະນຸດສະທຳ​ຢູ່​ທີ່​ນັ້ນ.

ການ​ກ່າວ​ຫາ​ໄດ້​ມີ​ຂຶ້ນໃນ​ຂະນະ​ທີ່​ກອງທັບ​ຊີ​ເຣຍ ​ໄດ້​ປະກາດ​ ກ່ຽວ​ກັບການ​ໂຈມ​ຕີ​ຄັ້ງ​ໃໝ່​ ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ຈະ​ຍຶດ​ເອົາ​ເຂດ​ທີ່​ໜັ້ນຂອງ​ພວກ​ຕໍ່ຕ້ານຄືນ ຢູ່​ທີ່​ເມືອງ Aleppo ​ໂດຍ​ໄດ້​ທຳລາຍ​ຄວາມ​ຫວັງໃນ​ການ​ທີ່​ຈະ​ຟື້ນຟູ​ການ​ຢຸດ​ຍິງ​ຄືນໃໝ່ ​ແລະ​ນຳ​ເອົາ​ການ​ ຊ່ວ​ຍເຫລື​ອ​ເຂົ້າ​ໄປໃຫ້​ພົນລະ​ເຮືອນ ທີ່​ໄດ້​ຮັບ​ຄວາມ​ຍາກລຳບາກ​ຈາກ​ສົງຄາມ​ກາງ​ເມືອງ​ມາ​ເປັນ​ເວລາ​ຫ້າ​ປີ​ແລ້ວ.

ຫົວໜ້າໜ່ວຍປະຕິບັດງານກຳລັງຣັດເຊຍ ນາຍພົນໂທ Sergei Rudskoi.
ຫົວໜ້າໜ່ວຍປະຕິບັດງານກຳລັງຣັດເຊຍ ນາຍພົນໂທ Sergei Rudskoi.

ເຈົ້າ​ໜ້າ​ທີ່​ສື​ບລັບ​ສະຫະລັດ​ຄົນ​ນຶ່ງ​ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ຣັດ​ເຊຍ​ສາມາດກອບ​ກູ້ ຕົນ​ເອງ ​ໂດຍ​ປະຕິບັດ​ໃນ​ຄວາມ​ເຊື່ອ​ທີ່​ດີ​ ໃນ​ການຈັດຕັ້ງປະຕິບັດ​ຂັ້ນຕອນ​ທາງ ດ້ານ​ການ​ເມືອງ​. ​ແຕ່​ວ່າມີ​ຮ່ອງ​ຮອຍພຽງ​ເລັກ​ນ້ອຍເທົ່າ​ນັ້ນ ​ທີ່ສະ​ແດງ​ໃຫ້​ເຫັນ ວ່າຣັດ​ເຊຍ ມີ​ຄວາມ​ປາດ​ຖະໜາ​ດີ​ທີ່​ຈະ​ທຳ​ດັ່ງ​ກ່າວ.”

​ເຈົ້າ​ໜ້າ​ທີ່ ທີ່​ບໍ່​ປະສົງ​ອອກ​ຊື່ທ່ານ​ນີ້ ​ໄດ້​ເນັ້ນ​ໜັກ​ເຖິງ​ຜົນ​ທີ່​ຮັບ​ເອົາ​ໄດ້ພຽງ​ຢ່າງດຽວ ​ຂອງ
ຂັ້ນຕອນ​ທາງການ​ເມືອງ​ໃດໆກໍ​ຕາມ ນັ້ນກໍ​ຈະ​ແມ່ນ​ການ​ປົດປະທານາທິບໍດີ​ຊີ​ເຣຍ ທ່ານ Bahar al-Assad ອອກ​ຈາກ​ຕຳ​ແໜ່​ງ.

​ແຕ່​ຍັງ​ມີ​ຄວາມສົງ​ໄສ​ຢູ່່​ວ່າ ມົສກູ​ຈະ​ສາມາດ​ດຳ​ເນີນ​ແຜນການ​ດັ່ງກ່າວ​ໄດ້​ຫລື​ບໍ່ ບໍ່​ວ່າແມ່ນ​ຫຍັງ​ກໍ​ຕາມ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ຣັດ​ເຊຍ ຫລື​ແກ່​ຂົງ​ເຂດ​ໃນ​ທີ່​ສຸດ​ນັ້ນ. ບັນດາ​
ເຈົ້າ​ໜ້າ​ທີ່​ສຶບລັບອີກ​ຄົນ​ນຶ່ງ ​ທີ່​ບໍ່​ປະສົງ​ອອກ​ຊື່ກ່າວ​ວ່າ “ທ່ານ Assad ຢູ່​ພາຍ​ໃຕ້ຄວາມ​ຝັນ​ ທີ່ຄິດ​ວ່າທ່ານຈະ​ສາມາດ​ ປົກຄອງຊີ​ເຣຍທີ່​ເປັນ​ເອກ​ກະພາບ ​ໃນ​ວັນ​ໃດ​ວັນ​ນຶ່ງ​ຂ້າງ​ໜ້າ.”

​ເຈົ້າ​ໜ້າ​ທີ່​ທ່ານນີ້​ກ່າວ​ເພີ້​ມອີກ​ວ່າ “ບໍ່ເປັນ​ຈັ່ງ​ບຸນ ບໍ່​ມີໃຜ​ຈະ​ຊ່ອຍ​ໃຫ້ທ່ານກຳຈັດ ຄວາມ​ຄິດ​ດັ່ງກ່າວ. ​ແລະ​ໃນ​ຂະນະ​ດຽວ​ກັນຫລາຍ​ພັນ​ຄົນ​ກໍຈະ​ເສຍ​ຊີວິດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Russia Syria Stalemate
please wait

No media source currently available

0:00 0:02:21 0:00

XS
SM
MD
LG