ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ພະຈິກ ໒໐໒໕

​ມີຊາວອົບພະຍົບ ອັຟການິສຖານ ພຽງເລັກນ້ອຍ ໄດ້ຖືກຍົກຍ້າຍ ມາຢູ່ສະຫະລັດ ພາຍໃຕ້ໂຄງການ 'P-2'


ພວກອົບພະຍົບຊາວອັຟການິສຖານ ພາກັນຂຶ້ນລົດເມ ທີ່ຈະນຳເອົາພວກເຂົາ ສູນດຳເນີນການ ພາຍຫຼັງທີ່ໄດ້ເດີນທາງມາຮອດ ສະໜາມບິນສາກົນ ດາ​ລ​ແລັ​ສ (Dulles International Airport) ໃນເມືອງໂດລເລັສ ລັດເວີຈີເນຍ, ວັນທີ 1 ກັນຍາ 2021.
ພວກອົບພະຍົບຊາວອັຟການິສຖານ ພາກັນຂຶ້ນລົດເມ ທີ່ຈະນຳເອົາພວກເຂົາ ສູນດຳເນີນການ ພາຍຫຼັງທີ່ໄດ້ເດີນທາງມາຮອດ ສະໜາມບິນສາກົນ ດາ​ລ​ແລັ​ສ (Dulles International Airport) ໃນເມືອງໂດລເລັສ ລັດເວີຈີເນຍ, ວັນທີ 1 ກັນຍາ 2021.

ພຽງ​ແຕ່​ສ່ວນ​ນ້ອຍ​ຂອງ​ຊາວ​ອັຟກາ​ນິສຖານ​ທີ່ມີຄວາມ​ສ່ຽງ​ຫຼາຍ​ພັນ​ຄົນ​ກຳລັງສະ ແຫວງ​ຫາການຍົກ​ຍ້າຍ​ມາ​ຕັ້ງຖິ່ນຖານໃໝ່ຢູ່​ໃນ​ສະຫະລັດ​ ພາຍ​ໃຕ້​ໂຄງການ​ອົບ​ພະຍົບ ​ທີ່​ປະກາດ​ໃນ​ລະດູ​ຮ້ອນຜ່ານ​ມາ​ນັ້ນ ກໍໄດ້ຖືກ​ຍົກຍ້າຍ​ໄປ​ຢູ່​ຕ່າງປະ​ເທດ ​ເພື່ອ​ເລີ້​ມດຳ​ເນີນ​ການ​ຍື່ນຄຳຮ້ອງ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ຂໍ້​ມູນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ທີ່​ບໍ່​ໄດ້ນນຳອອກ​ເຜີຍ​ແຜ່.

ມີສອງທາງຫຼັກສຳລັບຊາວອັຟການິສຖານທີ່ສະແຫວງຫາການຍົກຍ້ານ​ມາຢູ່ສະຫະລັດ. ທາງນຶ່ງ ແມ່ນໂຄງການວີຊາອົບພະຍົບແບບພິເສດທີ່ໃຊ້ມາເປັນເວລາຫຼາຍສິບປີ ຊຶ່ງເປີດແກ່ພວກແປພາສາໃຫ້ທະຫານ ແລະພວກຄົນອື່ນໆ ຜູ້ທີ່ໄດ້ເຮັດວຽກຕາມສັນຍາຈ້າງຂອງລັດຖະບານ. ອີກທາງນຶ່ງ ແມ່ນໂຄງການຮັບເອົາຜູ້ອົບພະຍົບ ທີ່ດຳເນີນການໂດຍກະຊວງການຕ່າງປະເທດ ແລະອົງການອື່ນໆ.

ໃນຕົ້ນເດືອນສິງຫາປີກາຍນີ້ ໃນຂະນະການບຸກໂຈມຕີຂອງກຸ່ມຕາລີບານໃນນະຄອນຫຼວງກາບູລ ໄດ້ຂົ່ມຂູ່ຈະທໍາລາຍລັດຖະບານ ທີ່ສະຫນັບສະຫນູນໂດຍສະຫະລັດ ແລະກໍ່ໃຫ້ເກີດຄວາມຕ້ອງການສໍາລັບວີຊາຄົນເຂົ້າເມືອງພິເສດ ເພີ່ມຫຼາຍຂຶ້ນ, ກະຊວງການຕ່າງປະເທດໄດ້ປະກາດວ່າ ພວກຊາວອັຟການິສຖານທີ່ມີຄວາມສ່ຽງ ບໍ່ມີສິດໄດ້ຮັບໂຄງການວີຊາພິເສດສຳລັບອົບພະຍົບ ຫຼື SIV ນັ້ນ ສາມາດສະແຫວງຫາ ສະຖານະພາບອົບພະຍົບ ພາຍໃຕ້ ການກຳນົດບູລິມະສິດ 2 ໄດ້.

ເຖິງແມ່ນວ່າ ສະຫະລັດ ແລະບັນດາພັນທະມິດຂອງຕົນ ໄດ້ຍົກຍ້າຍເອົາປະຊາ ຊົນຫຼາຍກວ່າ 124,000 ຄົນອອກໄປຈາກນະຄອນຫຼວງກາບູລ ຫຼັງຈາກກຸ່ມຕາລິບານໄດ້ເຂົ້າຢຶດອຳນາດ ແລ້ວກໍຕາມ ຊາວອັຟການິສຖານ ຫຼາຍໝື່ນຄົນທີ່ມີຄວາມສ່ຽງ ຜູ້ທີ່ໄດ້ຖືກປ່ອຍປະລະເລີຍ ແມ່ນກຳລັງດິ້ນຮົນຫາວິທີທາງເພື່ອໄປຢູ່ບ່ອນທີ່ປອດໄພ.

ໂຄງການບູລິມະສິດ 2 ຫຼື P-2 ນັ້ນ ເປັນໂຄງການອົບພະຍົບ ທີ່ມີຈຸດປະສົງຊ່ອຍຍົກຍ້າຍພວກຊາວອັຟການິສຖານທີ່ມີຄວາມສ່ຽງ ເຊັ່ນ ພວກນັກຂ່າວ ແລະນັກເຄື່ອນໄຫວເພື່ອປົກປ້ອງສິດທິ ຜູ້ທີ່ວ່າ ບໍ່ມີສິດສຳລັບວີຊາອົບພະຍົບແບບພິເສດ ທີ່ມີສະເພາະແຕ່ພວກແປພາສາໃຫ້ທະຫານ.

ເພື່ອໃຫ້ມີສິດໄດ້ ບຸກຄົນຕ້ອງໄດ້ເຮັດວຽກຢູ່ໃນອັຟການິສຖານໃຫ້ກັບລັດຖະບານ ສະຫະລັດ, ອົງການສື່ມວນຊົນທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ແລະຕ້ອງໄດ້ຮັບການແນະນຳໂດຍຜູ້ວ່າຈ້າງ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG