ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ບໍລິຫານ ເຮືອຂ້າມຟາກ Sewol ຖືກຕັດສິນ ລົງໂທດ ໃຫ້ຕິດຄຸກ 10 ປີ


SOKOR Ferry VO
please wait
Embed

No media source currently available

0:00 0:00:42 0:00

ສານ​ຂອງເກົາຫຼີ​ໃຕ້ ​ໄດ້​ຕັດສິນລົງ​ໂທດ​ຈຳ​ຄຸກ 10 ປີ ຫົວໜ້າ​ຂອງ
​ບໍລິສັດ​ທີ່​ບໍລິຫານງານ ​ເຮືອ​ຂ້າມ​ຟາກ ​ທີ່​ໄດ້​ປີ້ນຂວ້ຳ​ໃນ​ເດືອນ
​ເມສາ​ແລ້ວ​ ທີ່​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດຫຼາຍ​ກວ່າ 300 ຄົນນັ້ນ.

ທ່ານ Kim Han-sik ​ປະທານບໍລິສັດເດີນເຮືອ Chonghaejin
​ໄດ້​ຖືກພົບ​ເຫັນ​ວ່າ ມີ​ຄວາມ​ຜິດ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ຖານ​ບໍ່ເອົາ
ໃຈໃສ່ ​ປ່ອຍປະ​ລະ​ເລີຍ ທີ່ພາ​ໃຫ້ເຮືອ​ຂ້າມ​ຟາກ Sewol ຮັບ​ຜູ້
​ຄົນ​ເກີນ​ກຳນົດ ພ້ອມ​ທັງ​ເກັບມ້ຽນສິ່ງ​ຂອງ​ແບບທີ່ບໍ່ຖືກຕ້ອງ​ນັ້ນ.

​ເຮືອຂ້າມຟາກທີ່​ໜັກ 6,800 ​ໂຕນ ຊຶ່ງ​ທາງ​ການ​ກ່າວ​ວ່າ ທາງ​ເທິງ
​ຂອງ​ເຮືອໜັກ​ເກີນ​ໄປໄດ້ປີ້ນ​ຂວ້ຳ​ໃນ​ຂະນະ​ທີ່​ກຳລັງ​ລ້ຽວ​ຕາມ​ປົກ
ກະຕິ ທີ່ໄດ້ສັງຫານ 304 ຄົນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ພວກ​ເດັກນ້ອຍ​ນັກຮຽນ​ທີ່ໄປ​ທັດສະນະ​ສຶກ
ສາ.

ທ່ານ Kim ​ໄວ 71 ປີ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້ຫານີ້ ໂດຍ​ກ່າວ​ວ່າ ໜ້າ​ທີ່​ຮັບຜິດຊອບ​ກ່ຽວກັບອຸບັດ
ເຫດຄັ້ງ​ນີ້ ​ແມ່ນ​ຂຶ້ນ​ຢູ່​ກັນ​ຫົວໜ້າຂອງ​ລາວ ຊຶ່ງ​ຊາກສົບຂອງຜູ້ກ່ຽວທີ່ເນົ່າເປື່ອຍແລ້ວ​ໄດ້ຖືກ​ພົບ​ເຫັນ ​ເມື່ອເດືອນ​ມິຖຸນາຜ່ານມາ.

ຄະນະ​ສືບສວນບໍ່ສາມາດ​ລະບຸ​ໄດ້​ ​ເຖິງສາເຫດກ່ຽວກັບການ​ເສຍ​ຊີວິດ​ຂອງ​ເຈົ້າ​ຂອງບໍລິ ສັດເດີນເຮືອ Chong haejin ທ່ານ Yoo Byung-eun ທີ່ໄດ້ມີການ​ຄົ້ນ​ຫາ​ເປັນ​ເວລາ​ຫຼາຍ​ອາທິດ​ນັ້ນ.

ສານ​ໄດ້​ພົບ​ເຫັນ​ວ່າ ທ່ານ Kim ມີຄວາມຜິດ ​ຍ້ອນໄດ້ລັກລອບສົ່ງເງິນຈຳນວນ 2 ລ້ານ 6
​ແສນ​ໂດ​ລ່າ ​ໃນ​ໄລຍະ 4 ປີຜ່ານມາ​ໃຫ້ທ່ານ Yoo. ນອກນັ້ນຍັງມີ​ພະນັກງານອີກຫຼາຍ ​ຄົນ​ ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ໃນ​ຖານ​ຍັກ​ຍອກ​ເງິນ.

​ອຸບັດ​ເຫດ​ທີ່​ວ່າ​ນີ້ ​ແມ່ນ​ເປັນໄພພິບັດທີ່​ຮ້າຍ​ແຮງ​ສຸດ​ໃນເກົາຫຼີ​ໃຕ້​ໃນ​ຮອບ​ຫຼາຍໆທົດ​ສະ​ວັດ ຊຶ່ງພາໃຫ້​ສາທາລະນະຊົນ ມີຄວາມໂກດແຄ້ນຕໍ່ບັນດາເຈົ້າ​ຂອງ​ເຮືອ​ ຕະຫລອດທັງລັດຖະ ບານ​ນຳ ​ໃນ​ການ​ຖື​ເບົາ​ເລື້ອງ​ມາດຕະຖານຄວາມ​ປອດ​ໄພ​ ພ້ອມ​ທັງ​ການ​ຊ່ອຍ​ກູ້​ໄພ​ທີ່​ບໍ່
ປະສົບຜົນສຳ​ເລັດ​ນັ້ນ​ນຳ.

​ໃນ​ສັບປະດທີ່​ແລ້ວ​ນີ້ ສານ​ໃນ​ເຂດ Gwanju ​ກໍໄດ້ຕັດສິນ​ລົງ​ໂທດ​ກັບຕັນ​ເຮືອ Sewol ​ແລະບັນດາ​ຈຸ​ເຮືອອື່ນໆອີກ 15 ຄົນ ໃຫ້ຕິດ​ຄຸກແຕ່ 5 ​ເຖິງ 36 ປີ ​ໃນຖານ​ທີ່ສັ່ງໃຫ້ປະຖິ້ມ
​ເຮືອ​ລຳ​ດັ່ງກ່າວ.

XS
SM
MD
LG