ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມີນາ ໒໐໒໓

ຕຳຫຼວດ ເມືອງ Furguson ແລະ ພວກປະທ້ວງ ຕົກລົງກັນ ກ່ຽວກັບ ກົດການປະທ້ວງ


ຫົວໜ້າຫ້ອງການຮັກສາຄວາມປອດໄພ ລັດ Missouri ທ່ານ Daniel Isom (ຊ້າຍ) ກ່າວຢູ່ ຫ້ອງການຜູ້ປົກຄອງເມືອງ St Louis.

ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ ຢູ່ທີ່​ເມືອງ Ferguson ລັດ Mis-
souri ໃນພາ​ກ ກາງຂອງສະຫະລັດໄດ້​ເຫັນ​ດີ​ນຳ “ກົດ​ຂອງ​
ການ​ປະ​ທ້ວງ” ກັບ​ບັນດາ​ອົງການ​ຈັດ​ຕັ້ງຂອງພວກ​ນັກເຄື່ອນ
​ໄຫວ ​ເພື່ອຄໍ້າປະກັນວ່າການ​ປະ​ທ້ວງ​ຈະມີຂຶ້ນຢ່າງ ສະຫງົບ
​ເວລາ​ຄະນະ​ຕຸລາການອອກຄຳຕັດສິນ​ ໃນ​ບໍ່​ເທົ່າ​ໃດ​ວັນ​ຂ້າງ
ໜ້ານີ້ວ່າ ຈະ​ຟ້ອງຕຳຫລວດ​ຜີ​ວຂາວ ຜູ້​ທີ່​ຍິງ​ສັງຫານ​ໜຸ່ມ
ນ້ອຍ​ຜິວ​ດຳ ທີ່​ບໍ່​ຕິດ​ອາວຸດ​ໃນ​ຕົ້ນ​ເດືອນ​ສິງຫາຜ່ານມາ​ນັ້ນ​
ຫລືບໍ່.

ເຫດຮ້າຍດັ່ງກ່າວ ​ໄດ້​ພາໃຫ້​ມີການ​ປະ​ທ້ວງ​ຢູ່​ຫລາຍ​ອາທິດ
​ຊຶ່ງບາງ​ຄັ້ງ​ບາງ ຄາວກໍໄດ້ເກີດຮຸນ​ແຮງຂຶ້ນ ຢູ່​ໃນເຂດຊານ​
ເມືອງ ຂອງນະຄອນ St Louiseທີ່​ໄດ້​ກາຍ​ມາ​ເປັນ​ຈຸດລະເບີດທີ່​ພົວພັນກ່ຽວກັບ​ເລື້ອງ
ຜີວພັນຢູ່ໃນສະຫະລັດ.

Law Enforcement, Activists in Ferguson Agree to Keep Peace
please wait

No media source currently available

0:00 0:02:19 0:00

​ໃນ​ວັນ​ສຸກ​ວານ​ນີ້ ຜູ້​ບໍລິຫານ​ສູງ​ສຸດ​ຂອງ​ເຂດເມືອງ St Louis ທ່ານ Charlie Dooley
ກ່າວ​ວ່າ ທ່ານ​ “ຄາດ​ຫວັງ​ໃນ​ທາງ​ດີ​ທີ່​ສຸດ” ບໍ່​ວ່າ​ຄະນະ​ຕຸລາການ ຈະ​ຕັດສິນ​ຢ່າງ​ໃດ​ກໍ
​ຕາມ. ທ່ານ Dooley ກ່າ​ວວ່າ ທ່ານ​ພົບ​ເຫັນ​ວ່າ ​ມີ​ຄວາມ​ຫວັງ “ທີ່​ພວກ​ເຮົາ​ສາມາດ​ນັ່ງ
​ອ້ອມ​ໂຕະ ​ເຖິງ​ແມ່ນ​ວ່າ ​ເຮົາ​ມີ​ແນວ​ຄິດ​ທີ່​ແຕກ​ຕ່າງ​ກັນ.” ທ່ານ​ຮ້ອງ​ຂັ້ນຕອນການ​ຮ່າງ
ກົດ​ລະບຽບ​ການປະ​ທ້ວງນີ້ວ່າ “ເປັນທີ່ໜ້າ​ນັບຖື.”

ບັນດາກຸ່ມ​ປະ​ທ້ວງ ຈາກ​ທົ່ວ​ປະ​ເທດ ກຳລັງ​ວາງ​ແຜນ​ ຈະ​ໄປໂຮມຊຸມນຸມກັນ ທີ່​ເມືອງ
Fergurson ​ເປັນ​ຈຳນວນ​ຫລວງຫລາຍ ຖ້າ​ຫາກຄະນະ​ຕຸລາການ ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່
Darren Wilson ພົ້ນ​ຈາກ​ຄວາມ​ຜິດ. ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ທ້ອງ​ຖິ່ນ ​ໄດ້​ວາງ​ແຜນຮັບ
ມືສຸກເສີນໄວ້ລ່ວງ​ໜ້າ ​ໃນ​ກໍລະນີທີ່​ການ​ປະ​ທ້ວງ​ກາຍເປັນ ຄວາມ​ຮຸນ​ແຮງ.

ຄະນະ​ຄຸ​ລາ​ການ ​ໄດ້​ເລີ້ມພິຈາລະນາຄະດີນີ້ ມາ​ຕັ້ງ​ແຕ່ທ້າຍ​ເດືອນ​ສິງຫາ ​ແລະ​ຍັງ​ພວມ
ພິຈາລະນາ​ຄະດີດັ່ງ​ກ່າວນີ້ຢູ່.

FERGUSON PROTEST PACT CNPK
please wait

No media source currently available

0:00 0:01:31 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG