ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເມືອງ Ferguson ຕຽມຮັບມື ກັບຄວາມວຸ້ນວາຍ ດ້ານຜິວພັນ ທີ່ອາດ​ມີ​ຂຶ້ນ


ພວກປະທ້ວງຮຽກຮ້ອງໃຫ້ມີການຟ້ອງຮ້ອງທາງອາຍາ ຕໍ່ເຈົ້າໜ້າທີ່ຕຳຫຼວດຜິວຂາວ ທີ່ຍິງວັຍລຸ່ນຜິວດຳ ຄົນນຶ່ງທີ່ບໍ່ມີອາວຸດຕິດໂຕຕາຍ ທີ່ເຂດຊານເມືອງ St.Louis, ລັດ Missouri ວັນທີ 23 ພະຈິກ 2014.
ພວກປະທ້ວງຮຽກຮ້ອງໃຫ້ມີການຟ້ອງຮ້ອງທາງອາຍາ ຕໍ່ເຈົ້າໜ້າທີ່ຕຳຫຼວດຜິວຂາວ ທີ່ຍິງວັຍລຸ່ນຜິວດຳ ຄົນນຶ່ງທີ່ບໍ່ມີອາວຸດຕິດໂຕຕາຍ ທີ່ເຂດຊານເມືອງ St.Louis, ລັດ Missouri ວັນທີ 23 ພະຈິກ 2014.

ພວກ​ຊາວ​ເມືອງ​ຍັງ​ຄົງ​ຢູ່​ຂ້າງ​ນອກໃຈກາງ​ເມືອງ Ferguson
ລັດMissouri ຂະນະ​ທີ່​ເມືອງ​ ດັ່ງກ່າວກຳລັງ​ລໍຖ້າ​ຄຳ​ຕັດສິນ​
ຂອງ​ຄະນະ​ຕຸລາການ​ວ່າຈະຟ້ອງ​ຮ້ອງ​ຕຳຫຼວດ​ຄົນ​ຜິວ​ຂາວ​
ທີ່​ຍິງ​ວັຍ​ລຸ່ນອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ​ທີ່​ບໍ່​ມີ​ອາວຸດ​ຕິດ​
ໂຕ​ຕາຍນັ້ນ​ຫຼື​ບໍ່ ​ໃນ​ລະຫວ່າງ​ການ​ປະ​ເຊີນ​ໜ້າ​ກັນ​ທີ່​ຖະໜົນ
​ສາຍ​ນຶ່ງ.

ພວກ​ຕຸລາການ​ໄດ້​ພົບ​ປະກັນ​ໃນ​ວັນ​ສຸກ​ຜ່ານ​ມາ ​ແຕ່​ເປັນ​ທີ່​ຈະ
​ແຈ້ງວ່າ​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ບັນລຸ​ຂໍ້​ຕົກ​ລັງ​ກັນ​ໃດໆ. ຄາດ​ວ່າ​
ພວກ​ຕຸລາການ​ຈະພົບ​ປະກັນ​ຄືນ​ອີກ​ໃນ​ວັນ​ຈັນ​ມື້​ນີ້ ​ເຖິງວ່າ​ຈ
ະບໍ່​ມີ​ການ​ຢືນຢັນ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ເລື້ອງ​ນີ້ກໍ​ຕາມ.

​ເປັນ​ເວລາ 3 ​ເດືອນ​ປາຍ​ຜ່ານ​ມາ ນັບ​ແຕ່​ນາຍ Darren Wilson ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ທີ່​ເປັນ​ຄົນ​ຜິວ​ຂາວ ​ໄດ້ຍິງ​ທ້າວ Michael Brown ​ໄວ 18 ປີ​ຕາຍ ຫຼັງຈາກ​ມີ​ການ​ປະ​ທະ​ກັນ​ແບບ​ໃດ​ແບບ​ນຶ່ງ​ຢູ່​ກາງ​ຖະໜົນສາຍ​ນຶ່ງ​ຢູ່ໃນ​ເຂດ​ຊານ​ເມືອງ St. Louis. ການ​ຍິງ​ຄົນ​ຕາຍ​ດັ່ງກ່າວ​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ ​ແລະ​ການ​ລັກຂະ​ໂມ​ຍຂຶ້ນ ​ແລະ​ຕຳຫຼວດ​ໄດ້​ທຳ​ການ​ຕອບ​ໂຕ້​ດ້ວຍ​ພວກລົດ​ຫຸ້ມ​ເກາະ ​ແລະ​ແກ​ສນ້ຳຕາ.

ໄດ້​ມີເລື້ອງແຕກ​ຕ່າງ​ກັນ​ໄປ ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນໃນ​ວັນ​ທີ 9 ສິງຫາ​ຜ່ານ​ມາ. ພວກ​ທະ
ນາຍຄວາມ​ຂອງ​ຄອບຄົວ​ທ້າວ Michael Brown ກ່າວ​ວ່າ ທ້າວ Michael ກຳລັງ​ພະ
ຍາຍາມ​ມອບ​ໂຕ ​ເວລາ​ເຈົາໜ້າ​ທີ່​ຕຳຫຼວດ​ຍິງ​ລາວ. ​ແຕ່​ພວກ​ສະໜັບສະໜຸນ​ນາຍ Wilson ກ່າວ​ວ່າ ຕຳຫຼວດ​ຍິງ​ທ້າວ Michael ​ເພື່ອ​ເປັນ​ການ​ປ້ອງ​ກັນ​ໂຕ.

XS
SM
MD
LG