ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ທ່ານເຟີດິນານ ມາໂກສ ຈູເນ່ຍ ໄດ້ກາຍມາເປັນປະທານາທິບໍດີ ຄົນ​ທີ 17 ຂອງຟີລິບປິນ


ປະທານາທິບໍດີ ເຟີດິນານ ມາໂກສ ຈູເນ່ຍ, ຢືນຄຽງຂ້າງກັບແມ່ຂອງທ່ານ ຍານາງອິມເມລດາ ມາໂກສ (ຊ້າຍ), ແລະພັນລະຍາຂອງທ່ານ ຍານາງມາເຣຍ ລຸຍສ໌ ມາໂກສ (ຂວາ), ໃນລະຫວ່າງພິທີສາບານໂຕ ຢູ່ທີ່ຫໍພິພິດທະພັນແຫ່ງຊາດ, ເມື່ອວັນທີ 30 ມິຖຸນາ 2022, ໃນນະຄອນຫຼວງມະນີລາ, ປະເທດຟີລິບປິນ.

ທ່ານເຟີ​ດີນານ “ບົງບົງ” ມາໂກສ ຈູເນ່ຍ, ເຊິ່ງເປັນລູກຊາຍຂອງອະດີດຜູ້ປົກ ຄອງຜະເດັດການ ທ່ານເຟີດີນານ ມາໂກສ, ໄດ້ກາຍມາເປັນປະທານາທິບໍດີຄົນທີ 17 ຂອງຟີລິບປິນ ໃນມື້ວັນພະຫັດວານນີ້, ເຊິ່ງເປັນການບັນລຸຄວາມສໍາເລັດຂອງພາລະກິດຄອບຄົວໃນການກັບມາມີອໍານາດອີກຄັ້ງ ລຸນຫຼັງທີ່ໄດ້ມີການລຸກຮືຂຶ້ນ ໂຄ່ນລົ້ມອໍານາດບິ​ດາຂອງທ່ານ​ໂດຍປະຊາຊົນ.

ດ້ວຍຈໍານວນຄະແນນສຽງຫຼາຍກວ່າ 31 ລ້ານຄະແນນ, ທ່ານ ບົງບົງ, ເຊິ່ງຮູ້ກັນດີວ່າທ່ານເປັນທີ່ນິຍົມ​ຂອງ​ປະ​ຊາ​ຊົນ ໄດ້ຮັບໄຊຊະນະ​ ຄວ້າ​ເອົາຕໍາແໜ່ງປະທານາທິບໍດີ ອັນເນື່ອງມາຈາກຜົນການເລືອກຕັ້ງທີ່ມີຄະແນນຫຼາຍທີ່ສຸດໃນເດືອນພຶດສະພາແລ້ວນີ້.

ທ່ານມາໂກສ ອາຍຸ 64 ປີ, ໄດ້ທຳການໂຄສະນາຫາສຽງເພື່ອຄວາມສາມັກຄີແຫ່ງຊາດ, ເຊິ່ງເປັນການເຊື້ອເຊີນໃຫ້ລືມຄວາມໂຫດຮ້າຍທາລຸນຕໍ່ລະບອບການປົກຄອງ​ຜະ​ເດັດ​ການຂອງບິ​ດາທ່ານ ໃນຂະ​ນະ​ທີ່​ໂຄ​ສະ​ນາເຜີຍແຜ່​ໃຫ້​ຫວນ​ລະ​ນຶກ​ເຖິງ​ອະດີດ​ຮ່ວມກັນ ເພື່ອການສະໜັບສະໜຸນ “ຍຸກຄໍາ” ຂອງປະເທດ.

​ພວກ​ຕ້ອງ​ຕິກ່າວວ່າ ໄຊຊະນະຂອງທ່ານ ສາມາດນໍາມາເຊິ່ງຄວາມພະຍາຍາມໃນການແກ້ໄຂປະຫວັດສາດ ທີ່ຍາວນານຫຼາຍທົດສະຫວັດຂອງຄອບຄົວ ແລະການບິດເບືອນຂໍ້ມູນ ຢູ່ໃນສື່ສັງຄົມອອນລາຍຕ່າງໆ.

ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ບໍ່ໄດ້ເຂົ້າຮ່ວມພິທີມອບຮັບຕໍາແໜ່ງ, ເຊິ່ງໄດ້ຈັດຂຶ້ນທີ່ທາງຂຶ້ນ ຂອງຫໍພິພິດທະພັນແຫ່ງຊາດ, ໂດຍທີ່ອະດີດປະທານາທິ ບໍດີຫຼາຍໆທ່ານ ກໍສາບານຕົນເຂົ້າຮັບຕໍາແໜ່ງຢູ່ທີ່ນີ້ເຊັ່ນກັນ. ແຕ່ທັງສອງທ່ານ ໄດ້ພົບປະກັນແລ້ວຢູ່ທາງດ້ານໃນຂອງທຳ​ນຽບ ກ່ອນພິທີສາບານໂຕ ຊຶ່ງ​ຈັດ​ຂຶ້ນ ໃນຕອນທ່ຽງ​ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG