ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ກ່າວ​ວ່າ ຢາ​ທີ່ ກ່ຽວຂ້ອງ​ກັບ ຢາ​ແກ້​ປວດ ເຟັນ​ຕາ​ນິ​ລ ຈະ​ຖືກ​ນຳ​ເຂົ້າ ​ລາຍ​ຊື່​ສານ​ ທີ່​ຖືກ​ຄວບ​ຄຸມ


ຫຼອດ​ຢາກ​ສັກ ທີ່​ບັນ​ຈຸ​ຢາ​ແກ້​ປວດ​ເຟັນ​ຕາ​ນິ​ລ ຢູ່​ຮ້ານຂາຍ​ຢາ​ແຫ່ງ​ນຶ່ງ. 1 ມິ​ຖຸ​ນາ 2019.
ຫຼອດ​ຢາກ​ສັກ ທີ່​ບັນ​ຈຸ​ຢາ​ແກ້​ປວດ​ເຟັນ​ຕາ​ນິ​ລ ຢູ່​ຮ້ານຂາຍ​ຢາ​ແຫ່ງ​ນຶ່ງ. 1 ມິ​ຖຸ​ນາ 2019.

ຈີນ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ເຂົາ​ເຈົ້າ​ໄດ້​ເພີ່ມ​ສານ​ທີ່​ກ່ຽວ​ຂ້ອງ​ກັບ​ຢາແກ້​ປວດ ເຟັນ​
ຕານິລ (Fentnyl) ທຸກຊະນິດ ຢູ່ໃນລາຍຊື່ສານທີ່ຖືກຄວາມຄຸມຂອງເຂົາເຈົ້າ, ເລີ່ມ
ຕົ້ນວັນທີນຶ່ງພຶດສະພາປີນີ້ເປັນຕົ້ນໄປ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ໂຄ​ສະ​ນາ​ມາ​ດົນ​ນານ ສຳ​ລັບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ. ​
ຢາ ເຟັນຕານິລ ແລະ ສານຕ່າງໆທີ່ຮຽນແບບຜົນກະທົບຂອງມັນ, ໄດ້ຖືກກ່າວຫາ ພາ
ໃຫ້ຄົນຕາຍຫຼາຍສິບພັນຄົນ ກ່ຽວກັບ ການໃຊ້ເກີນຂະໜາດແຕ່ລະປີໃນ ສະຫະລັດ.

ທ່ານນາງ ຫຼິວ ຢູ​ຈິນ, ຮອງ​ຜູ້​ອຳ​ນວຍ​ການ ຂອງ​ຄະ​ນະ​ກຳ​ມາ​ທິ​ການຢາ​ເສບ​ຕິດ​ແຫ່ງ​
ຊາດຂອງ ຈີນ ໄດ້ກ່າວໃນວັນຈັນມື້ນີ້ວ່າ “ສະຫະລັດ ໄດ້ເປັນຫ່ວງ ກ່ຽວກັບ ຢາ ເຟັນ
ຕານິລ ຊະນິດ ແລະ ທຸກຢ່າງກໍຖືກແກ້ໄຂແລ້ວ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ປີ​ກາຍນີ້​ວ່າ, ຖ້າ ຈີນ ທຳ​
ການຄວບຄຸມຢາ ເຟັນຕານິລ, ການເຄື່ອນໄຫວດັ່ງກ່າວກໍອາດເປັນ “ຄວາມກ້າວໜ້າ
ໃໝ່.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG