ສິບຕີ ນິໂຄລ ໂບເວັນ ຄຣໍຝອດ ໄດ້ກ່າວວ່າ ລາວໄດ້ຍ່າງໄປກິນເຂົ້າທ່ຽງ ຢູ່ຖານທັບ
ກອງທັບບົກຂອງລາວ ຢູ່ໃນກັບເມືອງ ນາຊິຣີຢາ, ປະເທດ ອີຣັກ ປີ 2013 ໃນເວລາທີ່
ລາວໄດ້ເຊີນຊວນ ຈາກເພື່ອນຜູ້ເປັນທະຫານທີ່ຍ່າງກາຍລາວໃນແຕ່ລະມື້.
ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ເວົ້າວ່າ “ເຮີຍ, ໂບເວັນ, ໄປມີເພດສຳພັນຢູ່ຂຸມຫຼົບໄພນຳກັນ
ໄປ.”
ສິບຕີ ໂບເວັນ ຄຣໍຝອດ ໄດ້ກ່າວຕໍ່ວີໂອເອວ່າ ໃນຂະນະທີ່ນີ້ແມ່ນຕົວຢ່າງທີ່ໜ້າຕົກໃຈ
ກ່ຽວກັບ ກິດຈະວັດປະຈຳວັນຂອງການເວົ້າລວນລາມທາງເພດທີ່ລາວໄດ້ປະສົບ ໃນ
ເວລາທີ່ຢູ່ໃນກອງທັບບົກ ລະຫວ່າງປີ 2001-2004 ນັ້ນ, ມັນບໍ່ແມ່ນປະສົບການທີ່
ຮ້າຍແຮງທີ່ສຸດ. ລາວໄດ້ຖືກທຳຮ້າຍໂດຍ ສີບເອກທີ່ເປັນຕຳແໜ່ງສູງກວ່າໃນຕົ້ນຂອງ
ປີນັ້ນ.
ລາວໄດ້ລາຍງານເຫດການດັ່ງກ່າວໃນຜູ້ຊີ້ນຳ ເຊິ່ງເປັນຜູ້ຊາຍ, ລາວໄດ້ຖືກແນະນຳ
ໃຫ້ມິດງຽບໄວ້ ເພື່ອຜົນປະໂຫຍດຂອງອາຊີບຂອງລາວ.
ປະສົບການຂອງສິບເອກ ໂບເວັນ ຄຣໍຝອດ ບໍ່ແມ່ນທົ່ວໄປ, ແຕ່ເກີດຂຶ້ນບໍ່ຫຼາຍ.
ສິ່ງແວດລ້ອມໃນການເຮັດວຽກ ທີ່ອົດກັ້ນກັບການທຳຮ້າຍທາງເພດ ແລະ ການລວນ
ລາມ ແມ່ນເຊື່ອວ່າຈະເປັນນຶ່ງໃນຫຼາຍສາເຫດຂອງອັດຕາການຂ້າຕົວຕາຍທີ່ສູງໃນ
ບັນດາທະຫານຜ່ານເສິກເພດຍິງ, ເຊິ່ງໄດ້ເພີ່ມຂຶ້ນຫຼາຍກວ່າ 45 ເປີເຊັນໃນລະຫວ່າງ
ປີ 2001 ແລະ 2015, ອີງຕາມຂໍ້ມູນຈາກກົມທະຫານຜ່ານເສິກ ສະຫະລັດ.
ອັດຕາໃນບັນດາທະຫານຜ່ານເສິກຍິງ ແມ່ນຕ່ຳກວ່າທະຫານຜ່ານເສິກຊາຍ ແຕ່ບໍ່
ໄດ້ທຽບໃສ່ກັບເພື່ອນຮ່ວມທະຫານ ທີ່ອອກເປັນພົນລະເຮືອນແລ້ວຂອງເຂົາເຈົ້າ.
ທະຫານຜ່ານເສິກຍິງ ແມ່ນມີແນວໂນມທີ່ຈະຂ້າຕົວເອງຕາຍເກືອບ 2 ເທົ່າ ໃນຖາ
ນະເປັນພົນລະເຮືອນແມ່ຍິງ.