ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືລະເບີດສະຫຼະຊີບ ແມ່ຍິງ ຕາຍຍ້ອນລະເບີດ ຂອງໂຕເອງ ຢູ່ໄນຈີເຣຍ


In this combination of photos showing children with cherry blossoms in Tokyo, Beijing, and Seoul, from left to right: A child walks under the blooming cherry blossom trees in Tokyo, March 30, 2017; a child with a cherry flower in her mouth looks at cherry trees at the Yuyuantan Cherry Blossom festival in Beijing, April 2, 2017; a girl&#39;s face is painted with cherry flower patterns during the cherry blossom festival in Seoul, April 8, 2017.<br />
&nbsp;
In this combination of photos showing children with cherry blossoms in Tokyo, Beijing, and Seoul, from left to right: A child walks under the blooming cherry blossom trees in Tokyo, March 30, 2017; a child with a cherry flower in her mouth looks at cherry trees at the Yuyuantan Cherry Blossom festival in Beijing, April 2, 2017; a girl&#39;s face is painted with cherry flower patterns during the cherry blossom festival in Seoul, April 8, 2017.<br /> &nbsp;

ຕຳຫຼວດ​ໃນພາກ​ຕາ​ເວັນອອກສຽງ​ເໜືອ​ຂອງ ​ໄນ​ຈີ​ເຣຍ ​ກ່າວ​ວ່າ ມື​ລະ​ເບີດ​ສະຫຼະ​ຊີບ ​ແມ່​ຍິງ 2 ຄົນ ​ໄດ້​ຖືກ​ຂ້າ​ຕາຍໂດຍ​ລະ​ເບີດ​ລູກ​ໜຶ່ງ​ຂອງ​ພວກເຂົາ​ເອງ​ໃນ​ວັນ​ເສົາ​ວານ​ນີ້ ໃນ​ຂະນະ​ທີ່​ພະຍາຍາ​ມ​ຈະລັດ​ລົດ​ໄປຍັງ​ເມືອງ Maiduguri.

​ຕຳຫຼວດ​ທ້ອງ​ຖິ່ນຄົນ​ໜຶ່ງ ກ່າວ​ຕໍ່ ວີໂອ​ເອວ່າ ​ແມ່ຍິງ​ທັງ​ສອງ​ໄດ້​ຢືນ​ຢູ່ແຄມຫົນທາງ ​ແລະ ພະຍາຍາມ​ທີ່​ຈະ​ໂບກ​ເອົາ​ລົດ​ໃນ​ເມືອງ Jakana, ປະ​ມານ 40 ກິ​ໂລ​ແມັດ​ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ Maiguduri, ​ແຕ່​ວ່າ​ ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ລົດ​ຫຼາຍຄັນ​ທີ່​ແລ່ນ​ຜ່ານ​ໄປ.

ລາວ​ກ່າວ​ວ່າ ຕຳຫຼວດ​ໄດ້​ຍິນ​ສຽງລະ​ເບີດ​ແຮງ​ດັງຂຶ້ນ ​ໃນ​ເວລາ​ປະມານບ່າຍ 4:20 ​ແລະເວລາ​ເຂົາ​ເຈົ້າ​ໄປຮອດ​ບ່ອນ​ເກີດ​ເຫດ ກໍ​ພົບເຫັນ​ສົບ​ແມ່ຍິງ​ຄົນ​ໜຶ່ງ ​ໃນ​ສະພາບ​ຂາດ​ເປັນ​ຊິ້ນ​ສ່ວນ ​ແລະ​ອີກ​ຄົນໜຶ່ງ​ນອນ​ຕາຍຢູ່ ​ໂດຍ​ມີ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ ມັດ​ຕິດ​ແອວ​ຢູ່.

ລາວ​ກ່າວ​ວ່າ ຕຳຫຼວດ​ໄດ້​ລໍຖ້າ​ໃຫ້​ຜູ້​ຊ່ຽວຊານ​ລະ​ເບີດ​ ມາ​ປົດ​ຂະ​ນວນ​ລະ​ເບີດ ​ກ່ອນ​ທີ່​ຈະ​ເກັບ​ກູ້ເອົາສົບທັງ​ສອງ​ໄປ.

​ຕຳຫຼວດ​ກ່າວ​ວ່າ ບັນດາ​ຜູ້ຂັບ​ຂີ່ລົດ​ຢູ່​ອ້ອມ​ເມືອງ Maiguduri ​ໄດ້​ມີ​ຄວາມ​ລະມັດລະວັງ ​ກັບ​ການ​ຮັບ​ເອົາ​ພວກແມ່ຍິງ​ທີ່ໂບກ​ລົດ ​ຫຼັງຈາກ​ທີ່ມີ​ຫຼາຍ​ເຫດການ ທີ່​ແມ່ຍິງ​ໄດ້​ທຳ​ການລະ​ເບີດ​ສະຫຼະ​ຊີບຕົນ​ເອງ.

​ໃນ​ວັນ​ຈັນແລ້ວນີ້, ມື​ລະ​ເບີດ​ສະຫຼະ​ຊີບ​ແມ່ຍິງ​ຄົນ​ໜຶ່ງ ​ໄດ້​ລະ​ເບີດ​ຕົນ​ເອງ​ຢູ່​ຕະຫຼາດ​ປາ​ ໃນ​ເມືອງ Maiguduri, ​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ຢ່າງໜ້ອຍ 30 ຄົນ.

XS
SM
MD
LG