ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກ​ເຕະ​ບານ​ຍິງ ກ່າວ​ຫາ ເຈົ້າ​ໜ້າ​ທີ່ ອັ​ຟ​ກາ​ນິ​ສ​ຖານ ລວນ​ລາມ​ທາງ​ເພດ


ນັກ​ເຕະ​ບານ​ຍິງ ທີມ​ຊາດ ອັ​ຟ​ກາ​ນິ​ສ​ຖານ ສະ​ຫຼອງ​ໄຊ​ຊະ​ນະ ໃນ​ການ​ແຂ່ງ​ຂັນ​ມິດ​ຕະ​ພາບ ກັບທີມ​ ກອງ​ກຳ​ລັງ​ຊ່ວຍ​ເຫຼືອ
ການ​ຮັກ​ສາ​ຄວາມ​ປອດ​ໄພ​ສາ​ກົນ ນຳ​ໜ້າ​ໂດຍ​ອົງ​ການ ເນ​ໂຕ. ນະ​ຄອນຫຼວງ ກາ​ບູ​ລ. 29 ຕຸ​ລາ, 2010.
ນັກ​ເຕະ​ບານ​ຍິງ ທີມ​ຊາດ ອັ​ຟ​ກາ​ນິ​ສ​ຖານ ສະ​ຫຼອງ​ໄຊ​ຊະ​ນະ ໃນ​ການ​ແຂ່ງ​ຂັນ​ມິດ​ຕະ​ພາບ ກັບທີມ​ ກອງ​ກຳ​ລັງ​ຊ່ວຍ​ເຫຼືອ ການ​ຮັກ​ສາ​ຄວາມ​ປອດ​ໄພ​ສາ​ກົນ ນຳ​ໜ້າ​ໂດຍ​ອົງ​ການ ເນ​ໂຕ. ນະ​ຄອນຫຼວງ ກາ​ບູ​ລ. 29 ຕຸ​ລາ, 2010.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ ອັ​ຟ​ກາ​ນິ​ສ​ຖານ ກຳ​ລັງ​ສືບ​ສວນ​ສອບ​ສວນ ການ​ກ່າວ​ຫາ​ວ່າ ເຈົ້າ
ໜ້າທີ່ຊາຍ ອາວຸໂສ ວ່າໄດ້ລວນລາມທາງເພດ ແລະ ຮ່າງກາຍຂອງບັນດາສະມາຊິກ
ເຕະບານທີມຊາດແມ່ຍິງ.

ຫ້ອງ​ການ​ຂອງ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳໃນ​ນະ​ຄອນຫຼວງ ກາ​ບູ​ລ ໄດ້​ປະ​ກາດ​ໃນ​ວັນ​ເສົາ​
ວານນີ້ວ່າ ເຂົາເຈົ້າໄດ້ສ້າງຕັ້ງຄະນະກຳມະການທີ່ມີອໍານາດສູງ ເພື່ອທຳການສອບ
ສວນຄວາມເຊື່ອຖືໄດ້ “ຢ່າງຮອບຄອບ” ກ່ຽວກັບ ການກ່າວຫາທີ່ຖືກລາຍງານຕໍ່ບັນ
ດາເຈົ້າໜ້າທີ່ ສະມາຄົມເຕະບານ ອັຟການິສຖານ ຫຼື AFF.

ໜັງ​ສື​ພິມ ກາ​ດຽນ (Guardian) ຂອງ​ອັງ​ກິດ ໄດ້​ຕີ​ພິມ​ລາຍ​ງານ​ພິ​ເສດ​ໃນ​ວັນ​ສຸກ​ທີ່​
ຜ່ານມາ, ເວົ້າວ່າພວກນັກເຕະຢູ່ທີມແມ່ຍິງ ໄດ້ຖືກລວນລາມໂດຍເຈົ້າໜ້າທີ່ອາວຸໂສທີ່
ກ່ຽວຂ້ອງກັບ AFF, ລວມທັງທ່ານ ເຄຣາມຸດດິນ ຄາຣິມ ຜູ້ເປັນປະທານ.

ບັນ​ດາ​ສະ​ມາ​ຊິກ​ທີມ​ຜູ້​ທີ່​ໄດ້​ລົມ​ກັບ​ໜັງ​ສື​ພິມ​ໄດ້​ກ່າວ​ວ່າ ການ​ລວນ​ລາມ​ໄດ້​ເກີດ​ຂຶ້ນ​ຢູ່​
ໃນປະເທດ ອັຟການິສຖານ, ລວມທັງສຳນັກງານໃຫຍ່ຂອງສະມາຄົມ, ແລະ ສູນຝຶກ
ຊ້ອມໃນປະເທດ ຈໍແດັນ ເມື່ອເດືອນກຸມພາທີ່ຜ່ານມາ.

ເລ​ຂາ​ທິ​ການ​ໃຫຍ່​ AFF ທ່ານ ຊາ​ເຢັດ ອາ​ລີ​ເຣ​ຊາ ອາ​ກາ​ຊາ​ດາ ໄດ້​ປະ​ຕິ​ເສດຢ່າງ​ແຮງ
ຕໍ່ສິ່ງທີ່ທ່ານໄດ້ເອີ້ນວ່າ ເປັນການກ່າວຫາທີ່ບໍ່ມີມູນຄວາມຈິງ ແລະ ໄດ້ສັນຍາທີ່ຈະ “ທຳ
ການສືບສວນສອບສວນ” ຢ່າງຮອບຄອບ ເພື່ອຫາຂໍ້ເທັດຈິງ. ທ່ານໄດ້ກ່າວໃນກອງປະ
ຊຸມຖະແຫຼງຂ່າວໃນນະຄອນຫຼວງຂອງ ອັຟການິສຖານ ເມື່ອວັນເສົາວານນີ້ວ່າ “ບໍ່ໄດ້ມີ
ການລວນລາມທາງເພດຕໍ່ນັກເຕະບານຍິງຄົນໃດ.”

ສະ​ມາ​ຄົມ​ເຕະ​ບານ​ສາ​ກົນ, ຟີ​ຟາ (FIFA), ໄດ້​ກ່າ​ວ​ວ່າເຂົາ​ເຈົ້າ​ມີ​ນະ​ໂຍ​ບາຍ “ບໍ່​ມີ​ການ​
ຜ່ອນຜັນ” ກ່ຽວກັບ ການລ່ວງລະເມີດດັ່ງກ່າວ ແລະ ກຳລັງຕິດຕາມກໍລະນີ “ທີ່ຮ້າຍແຮງ
ນີ້” ໃນວິທີທີ່ “ບໍ່ສ້າງຄວາມເສຍຫາຍ” ຕໍ່ຜູ້ເຄາະຮ້າຍ ເພື່ອຫາຂໍ້ເທັດຈິງ.

ອະ​ດີດ​ຫົວ​ໜ້າ​ທີ​ມ, ນາງ ຄາ​ລີ​ດາ ໂອ​ປາ​ລ, ຜູ້​ທີ່​ອາ​ໄສ​ຢູ່ນອກ​ປະ​ເທດ, ໄດ້​ລົມ​ກັບ​ອົງ
ການຂ່າວ ໂຕໂລນິວສ (TOLOnews) ໃນວັນເສົາວານນີ້ຜ່ານທາງ Skype ແລະ ໄດ້
ປຶກສາຫາລືລາຍລະອຽດ ກ່ຽວກັບ ການລ່ວງລະເມີດທີ່ສະມາຊິກເພື່ອນຮ່ວມທີມຂອງ
ລາວໄດ້ປະສົບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG