ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງ​ວາງ​​ລະ​ເບີດ ສະຫລະ​ຊີບ​ຄົນ​ໜຶ່ງ ໄດ້​ສັງຫານຢ່າງ​ນ້ອຍ 10 ຄົນ ​​​ຢູ່​ໄນ​ຈີ​ເຣຍ


ໝູ່ບ້ານ Ngouboua ທີ່ຖືກຈູດເຜົາໂດຍກຸ່ມ Boko Haram, 13 ກຸມພາ 2015.
ໝູ່ບ້ານ Ngouboua ທີ່ຖືກຈູດເຜົາໂດຍກຸ່ມ Boko Haram, 13 ກຸມພາ 2015.

ແມ່ຍິງ​ທີ່​ວາງລະ​ເບີດສະຫລະ​ຊີບ​ຄົນ​ໜຶ່ງ ​ຢູ່​ໄນ​ຈີ​ເຣຍ ໄດ້​ສັງ
ຫານ ຢ່າງ​ນ້ອຍ 10 ຄົນ ​ແລະເຮັດ​ໃຫ້ບາດ​ເຈັບ 30 ​ກ່ວາຄົນ ​
ໃນ​ວັນອາທິດ​ວານ​ນີ້ ​ຫລັງ​ຈາກ​ທີ່​ຜູ້ກ່ຽວ​ລະ​ເບີດ​ຕົວ​ເອງ ​ຢູ່
​ສະຖາ​ນີລົດ​ເມ ທີ່​ເຕັມ​ໄປ​ດ້ວຍ​ຝູງຊົນ​ນັ້ນ.

ການວາງລະ​ເບີດ ​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ Darmaturu ທາງ​ພາກ
​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ ​ໃນລັດ Yobe ຊຶ່ງບັນດາ
​ເຈົ້າ​ໜ້າ​ທີ່​ແລະ​ພວກ​ເຫັນ​ເຫດການ ​ເວົ້າວ່າ ​ຍິງສາວ​ຄົນ​ນັ້ນ​ຫຼົບ
​ຫຼີກຜ່ານເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ​ໄປ​ໄດ້ ຢູ່ບ່ອນ​ກວດ​ຄົນ
ເຂົ້າ​ອອກ ກ່ອນ​ທີ່​ນາງ​ຈະ​ຈຸດ​ຂະ​ນວນ​ລະ​ເບີດຕົວ​ເອງ. ອົງການ
ຂ່າວຝຣັ່ງກ່າວ​ວ່າ ພວກ​ຝູງ​ຊົນ​ທີ່​ໂກດ​ແຄ້ນ​ໃນ​ທີ່​ນັ້ນ ​ໄດ້ຂັດຂວາງ​
​ພວກພະນັກງານກູ້​ໄພ ບໍ່​ໃຫ້​ເກັບກູ້ເອົາຊິ້ນ​ສ່ວນ​ທີ່​ເຫລືອ​ຂອງສົບ​ຂອງ​ແມ່ຍິງ​ຄົນນັ້ນ​ອອກ​ໄປ ແລະ​ພາກັນ​ຈູດ​ເຜົາ​ຊາກ​ສົບ​ຂອງ​ນາງ.

ພວກ​ທີ່​ເຫັນ​ເຫດການ​ ​ກ່າວ​ວ່າ ຜູ້​ໄດ້​ຮັບ​ເຄາະຮ້າຍ​ຈາກ​ການ​ໂຈມ​ຕີ​ຄັ້ງນີ້ ຫລາຍໆ​ຄົນ​ແມ່ນ​ພວກ​ເດັກນ້ອຍ​ທີ່​ຂາຍຂອງ​ ຢູ່ໃນ​ສະຖານ​ນີລົດ​ເມ.

ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​ການ​ໂຈມ​ຕີຄັ້ງນີ້​ເທື່ອ ​ແຕ່​ມັນ​ເກີດ​ຂຶ້ນ​ໃນ​ຂົງ​ເຂດ ບ່ອນ​ທີ່​ ​ກຸ່ມ Boko Haram ກໍ​ຄື ພວກ​ທີ່​ນັບຖື​ສາສະໜາ​ອີສລາມ ຫົວ​ຮຸນ​ແຮງ​ຈັດຂອງໄນ​ເຈີ​ເຣຍ ​ໄດ້​ໃຊ້​ພວກ​ຍິງ​ໜຸ່ມທຳການ​ໂຈມ​ຕີ ຫຼາຍຂຶ້ນ​ເລື້ອຍໆ ​ໃນ​ຄວາມ​ພະຍາຍາມທີ່​ຈະ​ຈັດ​ຕັ້ງ​ເຂດ​ປົກຄອງ​ດ້ວຍ​ສາສະໜາ ​ໃນ​ທົ່ວ​ພາກ​ເໜືອ​ຂອງ​ປະ​ເທດ.

​ເມື່ອ​ໜຶ່ງສັບປະດາ ຜ່ານ​ມາ​ນີ້ ​ໄນ​ຈີ​ເຣຍໄດ້​ເລື່ອນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ອອກ​ໄປ
6 ອາທິດ ທີ່ດັ້ງ​ເດີມ​ໄດ້​ກຳນົດ​ຈະ​ຈັດ​ຂຶ້ນ​ໃນວັນ​ເສົາ​ຜ່ານ​ມາ​ນີ້ ​ໂດຍ​ກ່າວ​ວ່າ ກຸ່ມ Boko Haram ກຳລັງ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ປອດ​ໄພ ຢ່າງ​ໃຫຍ່​ຫຼວງ​ເກີນ​ໄປ. ພວກຫົວ​ຮຸນ​ແຮງ ໄດ້​ເຕືອນ​ປະຊາຊົນ ​ບໍ່​ໃຫ້​ໄປ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ ຫຼື​ບໍ່​ກໍຈະ​ຖືກ​ສັງຫານ. ​ຜູ້ນຳ​ຂອງກຸ່ມ Boko Haram Abubakar Shekau ​ໄດ້​ກ່າວ​ຊ້ຳ​ແລ້ວ ຊ້ຳ​ອີກ​ວ່າ ປະຊາທິປະ​ໄຕ ​ບໍ່ມີ​
ຢູ່​ໃນ ​ອິສລາມ.

Nigeria Mosque Attack
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG