ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຍິງວາງລະເບີດສະລະຊິບ ພະຍາຍາມສັງຫານ ນັກການເມືອງ ປາກິສຖານ


ເຈົ້າ​ໜ້າ​ທີ່ ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ອັຟການິສຖານ
ກ່າວ​ວ່າ ຜູ້ຍິງ​ວາງ​ລະ​ເບີດສະລະ​ຊິບ​ຄົນ​ນຶ່ງ ​ໄດ້​ລ​ະ​ເບີດ​ຕົນ​ເອງ
​ຢູ່ໃກ້ກັບຂະ​ບວນລົດຂອງ ​ອະດີດ​ຜູ້​ນໍາພັກການ​ເມືອງໃຫຍ່ທີ່​ສຸດ
​ຂອງ​ປະ​ເທດ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເປົ້າໝາຍ​ຂອງ​ການວາງລະ​ເບີດ ​ແມ່ນ​ແນ່​ໃສ່ ທ່ານ Qazi Hussain Ahmad ອະດີດ​ຫົວໜ້າ​ Jamaat-e-Islami ຜູ້​ທີ່​ບໍ່ໄດ້​ຮັບຄວາມ​ກະທົບ​ຈາກ​ເຫດ​ລະ​ເບີດ.
​ແຕ່​ຢ່າງ​ໜ້ອຍ​ ມີບັນດາ​ພະນັກງາ​ນການ​ເມືອງ ຈໍານວນນຶ່ງ ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການໂຈມຕີດັ່ງກ່າວ​ ທີ່ເກີດຂຶ້ນຢູ່ໃນ​ຂົງ​ເຂດ​ຊາວ​ເຜົ່າ Mohmand​.

ຍັງ​ບໍ່​ມີ​ກຸ່ມ​ໃດ ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສໍາລັບການ​ໂຈມ​ຕີຄັ້ງ​ນີ້.
XS
SM
MD
LG