ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຮຽນຍິງຊາວອັຟການິສຖານ ​ຕ້ອງ​ຕິການປະຕິເສດ ບໍ່ໃຫ້ວີຊ່າ ຂອງສະຫະລັດ

ແຟ້ມພາບ - ຊາວອັຟການິສຖານ ປະທ້ວງການຫ້າມການສຶກສາລະດັບມະຫາວິທະຍາໄລ ສຳລັບແມ່ຍິງ ໃນກາບູລ ປະເທດອັຟການິສຖານ ວັນທີ 22 ທັນວາ 2022. ນັກຮຽນຍິງ 4 ຄົນ ກ່າວວ່າການຍື່ຂໍວີຊ່າຕໍ່ສະຖານທູດສະຫະລັດ ແລະ ການາດາ ໃນນະຄອນຫຼວງອິສລາມາບັດ ຖືກປະຕິເສດ ເຖິງແມ່ນວ່າ ແຕ່ລະຄົນຈະໄດ້ຮັບທຶນການສຶກສາເຕັມຈຳນວນກໍຕາມ.

ນາງເດວາ (Dewa) ອາຍຸ 19 ປີ ເຊິ່ງນີ້ບໍ່ແມ່ນຊື່ແທ້ຂອງນາງ, ໄດ້ຮັບຈົດໝາຍຕອບຮັບສະໝັກເຂົ້າຮຽນ ໃນມະຫາວິທະຍາໄລລະດັບປະລິນຍາຕີໃນສະຫະ ລັດ ແລະ ທຶນການສຶກສາກວມເອົາຄ່າໃຊ້ຈ່າຍທັງໝົດຂອງນາງ. ​ແຕ່​ສະຖານ ທູດ​ສະຫະລັດ​ໃນ​ນະຄອນຫຼວງອິສລາມາບັດ ປະ​ເທດ​ປາ​ກິ​ສຖານ ​ໄດ້​ປະຕິ​ເສດ​ຄໍາ​ຮ້ອງ​ຍື່ນຂໍ​ວີ​ຊາ​ນັກຮຽນ​ຂອງ​ນາງ ​ໂດຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ​ນາງ​ຕັ້ງ​ໃຈ​ຈະ​ຍົກຍ້າຍຖິ່ນຖານ.

ຫຼັງຈາກການປະຕິເສດ ເທື່ອທຳອິດ ໃນເດືອນສິງຫາ, ນາງ ເດວາ ໄດ້ພະຍາ ຍາມຄັ້ງທີສອງໃນເດືອນຕຸລາ, ສະໜັບສະໜູນຄໍາຮ້ອງຂອງນາງດ້ວຍຈົດຫມາຍ ຈາກສະມາຊິກສະພາສະຫະລັດ ທີ່ຮຽກຮ້ອງໃຫ້ສະຖານທູດ "ພິຈາລະນາຢ່າງເຕັມທີ່ ແລະຍຸຕິທໍາ" ຕໍ່ກໍລະນີຂອງນາງ.

ນັ້ນ ກໍບໍ່ໄດ້ຜົນເຊັ່ນກັນ.

ໃນການເລົ່າປະສົບການຂອງນາງກັບວີໂອເອທາງໂທລະສັບ, ນາງເດວາ ກ່າວວ່າ, "ເຈົ້າໜ້າທີ່ວີຊາພຽງແຕ່ເວົ້າວ່າ ຂ້ອຍບໍ່ໄດ້ພິສູດວ່າຂ້ອຍຈະກັບຄືນໄປປະ ເທດຂອງຂ້ອຍ."

ສະຖານທູດ​ສະຫະລັດ​ປະ​ຈໍາປາ​ກິ​ສຖານ​ ບໍ່​ໄດ້ໃຫ້ຄຳ​ຕອບຕໍ່ການ​ສອບ​ຖາມ​ທາງ​ອີ​ເມ​ລ ​ແລະ​ໂທລະສັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG