ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ທ.ນ. ຟາຍ​ສະ​ຕາຍ​ນ໌ ຮຽກ​ຮ້ອງໃຫ້ເປີດ​ ການ​ຮັບ​ຟັງ​ ຄຳ​ໃຫ້​ການ ກ່ຽວ​ກັບ ​ການ​ຕາຍ​ ຂອງ​ເດັກ​ນ້ອຍ ອົບ​ພະ​ຍົບ


ສະ​ມາ​ຊິກ​ສະ​ພາ​ສູງດາຍ​ແອນ ຟາຍ​ສະ​ຕາຍ​ນ໌, ຈາກ​ພັກ​ເດ​ໂມ​ແຄ​ຣັດ ທີ່ຮຽກ​ຮ້ອງ​ໃຫ້ກຳ​ມະ​ການ​​ຕຸ​ລາ​ການຂອງສະ​ພາ​ສູງ ເປີດ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ກ່ຽວ​ກັບ​ການ​ຕາຍ​ຂອງ​ເດັກ​ນ້ອຍ​ສອງ​ຄົນ ຢູ່​ໃນ​ບ່ອນ​ຄຸມ​ຂັງ​ ຂອງ​ຫ້ອງ​ການ​ພາ​ສີແລະ​ປົກ​ປ້ອງ​ຊາຍ​ແດນ
ສະ​ມາ​ຊິກ​ສະ​ພາ​ສູງດາຍ​ແອນ ຟາຍ​ສະ​ຕາຍ​ນ໌, ຈາກ​ພັກ​ເດ​ໂມ​ແຄ​ຣັດ ທີ່ຮຽກ​ຮ້ອງ​ໃຫ້ກຳ​ມະ​ການ​​ຕຸ​ລາ​ການຂອງສະ​ພາ​ສູງ ເປີດ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ກ່ຽວ​ກັບ​ການ​ຕາຍ​ຂອງ​ເດັກ​ນ້ອຍ​ສອງ​ຄົນ ຢູ່​ໃນ​ບ່ອນ​ຄຸມ​ຂັງ​ ຂອງ​ຫ້ອງ​ການ​ພາ​ສີແລະ​ປົກ​ປ້ອງ​ຊາຍ​ແດນ

ສະ​ມາ​ຊິກ​ສະ​ພາ​ສູງດາຍ​ແອນ ຟາຍ​ສະ​ຕາຍ​ນ໌, ຈາກ​ພັກ​ເດ​ໂມ​ແຄ​ຣັດຮຽກ​ຮ້ອງ​ໃຫ້​
ກຳ​ມະ​ການຕຸ​ລາ​ການ​ ຂອງສະ​ພາ​ສູງ ເປີດ​ການ​ຮັບ​ຟັງ​ຄຳ​ໃຫ້​ການກ່ຽວ​ກັບ​ການ​ຕາຍ
​ຂອງ​ເດັກ​ນ້ອຍ​ສອງ​ຄົນຢູ່​ໃນ​ບ່ອນ​ຄຸມ​ຂັງ​ຂອງ​ຫ້ອງ​ການ​ພາ​ສີແລະ​ປົກ​ປ້ອງ​ຊາຍ​ແດນ
ຫລື CBP ໃນ​ຕອນ​ຕົ້ນ​ປີ​ໜ້ານີ້.

ຢູ່​ໃນ​ຈົດ​ໝາຍ​ສະ​ບັບ​ນຶ່ງ ທີ່​ສົ່ງ​ໄປ​ຫາສະ​ມາ​ຊິກ​ສະ​ພາ​ສູງ ລິນ​ຊີ ແກ​ຣມ (Lindsey
Graham) ນັ້ນ ທ່ານ​ນາງ ຟາຍ​ສະ​ຕາຍ​ນ໌ໄດ້​ຂໍ​ຮ້ອງ​ໃຫ້​ເປີດ​ການ​ຮັບ​ຟັງ​ຄຳ​ໃຫ້​ການ
"ກ່ຽວ​ກັບ​ການ​ດູ​ແລແລະປິ່​ນ​ປົວ​ເດັກ​ນ້ອຍ​ຢູ່​ໃນ​ບ່ອນ​ຄຸມ​ຂັງ​ຂອງຫ້ອງ​ການ​ພາ​ສີ ແລະ
​ປົກ​ປ້ອງ​ຊາຍ​ແດນ." ສະ​ມາ​ຊິກ​ສະ​ພາ​ສູງແກ​ຣມ ມີ​ກຳ​ນົດ​ວ່າ ​ຈະ​ເປັນ​ປະ​ທານ​ຂອງ
​ກຳ​ມະ​ການຕຸ​ລາ​ການ​ໃນ​ປີ​ໃໝ່​ຈະ​ມາ​ເຖິງນີ້.

ທ່ານ​ນາງ ຟາຍ​ສະ​ຕາຍ​ນ໌ ທີ່ເປັນ​ສະ​ມາ​ຊິກພັກ​ເດ​ໂມ​ແຄ​ຣັດ ທີ່​ມີ​ຕຳ​ແໜ່ງ​ສູງ​ສຸດ ຢູ່​ໃນ
​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວເວົ້າ​ວ່າ​ ການ​ຕາຍ​ຂອງ​ເດັກ​ນ້ອຍ​ສອງ​ຄົນ​ນັ້ນ ​"ເປັນ​ເຫດ​ການ
​ທີ່​ໜ້າສະເທືອນ​ໃຈຫລາຍ" ແລະ​ເວົ້າ​ອີກວ່າ ກຳ​ມະ​ການ​ ​ຕຸ​ລາ​ການ​ຂອງສະ​ພາ​ສູງແມ່ນ
"ຢູ່​ໃນ​ຖາ​ນະ​ເໝາະ​ສົມ​ພິເສດ ທີ່​ຈະ​ເປັນ​ຜູ້ກວດ​ສອບບັນ​ຫາ​ເຫລົ່າ​ນີ້​ໄດ້."

ໃນຕົ້ນ​ເດືອນນີ້ ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ສະ​ຫະ​ລັດ ໄດ້​ລາຍ​ງານ​ວ່ານາງ ແຈັກ​ເກີ​ລິນ ຄາ​ລ ແມັກ​ກິນ (Jakelin Caal Maquin) ອາ​ຍຸ 7 ປີ ຈາກ​ກົວ​ເຕ​ມາ​ລາ ໄດ້​ເສຍ​ຊີ​ວິດໄປ​ໃນ​ເວ​ລາບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ ພາຍ​ຫລັງ​ທີ່​ໄດ້​ເອົາ​ໄປ​ຢູ່​ໃນ​ການ​ຄຸ້ມ​ຄອງ​ ຂອງ​ຫ້ອງ​ການລາດ​ຕະ​ເວນ​ຊາຍ​ແດນ. ໃນອາ​ທິດນີ້, ຫ້ອງ​ການ​ດັ່ງ​ກ່າວ​ເວົ້າ​ວ່າ ເດັກ​ຊາຍ​ຊາວ​ກົວ​ເຕ​ມາ​ລາອາ​ຍຸ 8 ປີ ຊື່ທ້າວ ຟີ​ລິເປ ອາ​ໂລ​ໂຊ-ໂກ​ເມ​ສ (Felipe Alonzo-Gomez) ໄດ້​ເສຍ​ຊີ​ວິດ​ໄປ​ໃນ​ຕອນ​ເດິກ​ຂອງວັນ​ກ່ອນ​ບຸນຄ​ຣິ​ສ​ມັ​ສ ຢູ່​ໃນ​ບ່ອນ​ຄຸມ​ຂັງ​ຂອງ​ຫ້ອງ​ການ​ພາ​ສີ ແລະ​ປົກ​ປ້ອງ​ຊາຍ​ແດນ.

ຢູ່​ໃນ​ຈົດ​ໝາຍ​ສະ​ບັບ​ນັ້ນ, ທ່ານ​ນາງ ຟາຍ​ສ​ຕາຍ​ນ໌ຮຽກ​ຮ້ອງ​ໃຫ້ CBP ຮັບ​ປະ​ກັນ​ວ່າ ເດັກ​ນ້ອຍ​ຕ້ອງ​ຖືກ​ປ່ອຍ​ຕົວຈາກ​ບ່ອນ​ຄຸມ​ຂັງພາຍ​ໃນ 72 ຊົ່ວ​ໂມງ ດັ່ງ​ທີ່​ກົດ​ໝາຍ​ລະ​ບຸ​ໄວ້. ທ່ານ​ນາງ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ຫ້ອງ​ການ​ດັ່ງ​ກ່າວ ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ໃນດ້ານ​ສື່​ສານ ກັ​ບ​ພວກ​ທີ່​ຖືກ​ຂັງ​ເປັນ​ພາ​ສາດັ່ງ​ເດີມ​ຂອງ ພວກ​ເຂົາ​ເຈົ້າ ແລະ​ສ້າງ​ມາດ​ຕະ​ຖານ​ໃນ​ການ​ດູ​ແລ​ເດັກ​ນ້ອຍ​ ບົນ​ພື້ນ​ຖານ​ທີ່​ມີ​ການ​ປຶກ​ສາ​ຫາ​ລືກັບ​ແພດ​ປົວ​ເດັກ​ນ້ອຍ ແລະ​ນັກ​ຊ່ຽວ​ຊານດ້ານ​ສະ​ຫວັດ​ດີ​ພາບ​ຂອງ​ເດັກ​ນ້ອຍ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ, ທ່ານ​ນາງ ເຄີ​ສ​ທ໌​ເຈນ ນີລ​ສັນ (Kirstjen Nielsen) ໃນ​ວັນ​ພຸດ​ວານນີ້ເວົ້າ​ວ່າ ເດັກ​ນ້ອຍ​ທຸກ​ຄົນ​ທີ່​ຢູ່​ໃນ ບ່ອນ​ຄຸມ​ຂັງ​ ຂອງຫ້​ອງ​ການລາດ​ຕະ​ເວນ​ຊາຍ​ແດນ ໄດ້​ຮັບ​ການກວດ​ສຸ​ຂະ​ພາບ​ຂັ້ນ​ຕົ້ນ​ແລ້ວ ແລະ​ເວົ້າ​ວ່າ ທ່ານ​ນາງ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ມີ​ດຳ​ເນີນການ​ຫຼາຍ​ຢ່າງ ​ເພີ້ມອີກ ເພື່ອ​ດູ​ແລ​ຄົນ​ທີ່​ເຂົ້າ​ມ​າ​ຢູ່​ໃນ​ສູນ​ຄຸມ​ຂັງ​ຂອງ​ສະ​ຫະ​ລັດ.

ໃນ​ວັນ​ພະ​ຫັດ​ວານນີ້ ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ໄດ້​ປະ​ກາດ​ວ່າ ທ່ານ​ນາງ​ ນີ​ລ​ສັນຈະ​ເດີນ​ທາງ​ໄປ​ຍັງ​ເມືອງ ແອ​ລ ປາ​ໂຊ (El Paso) ໃນ​ລັດ ເທັກ​ຊັ​ສ ໃນ​ວັນ​ສຸກມື້ນີ້ ແລະ​ໄປ​ເມືອງຢູ​ມາ, ໃນ​ລັດ​ອາ​ຣີ​ໂຊ​ນາ ໃນ​ວັນ​ເສົາ​ມື້​ອື່ນນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG