ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະມາຊິກສະພາສູງ ເປີດເຜີຍ ສຳນວນ ຄຳໃຫ້ການ ຂອງ ບໍລິສັດ Fusion GPS ກ່ຽວກັບ ການສືບສວນ ຣັດເຊຍ


ທ່ານນາງ ດາຍແອນ ຟາຍສໄຕນ໌ (Dianne Feinstein),ນຶ່ງໃນຖັນແຖວ ຂອງສະມາຊິກສະພາສູງ ສັງກັດພັກ
ເດໂມແຄຣັດ ຈາກລັດຄາລີຟໍເນຍ ຢູ່ໃນ ຄະນະກຳມະການ ຕຸລາການ ສະພາສູງ ເດີນທາງໄປເຖິງ ການຮັບຟັງຄຳໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ເມື່ອວັນທີ 6 ທັນວາ 2017.
ທ່ານນາງ ດາຍແອນ ຟາຍສໄຕນ໌ (Dianne Feinstein),ນຶ່ງໃນຖັນແຖວ ຂອງສະມາຊິກສະພາສູງ ສັງກັດພັກ ເດໂມແຄຣັດ ຈາກລັດຄາລີຟໍເນຍ ຢູ່ໃນ ຄະນະກຳມະການ ຕຸລາການ ສະພາສູງ ເດີນທາງໄປເຖິງ ການຮັບຟັງຄຳໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ເມື່ອວັນທີ 6 ທັນວາ 2017.

ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ທ່ານນາງ ດາຍແອນ
ຟາຍສໄຕນ໌ ໃນວັນອັງຄານວານນີ້ ໄດ້ເປີດເຜີຍ ສຳນວນຄຳໃຫ້ການທີ່ຄົບຖ້ວນ ກ່ຽວກັບ
ການແຊກແຊງເຂົ້າໃນການເລືອກຕັ້ງ ປະທານາທິບໍດີ ປີ 2016 ຕໍ່ຄະນະກຳມະການ
ຕຸລາການ ສະພາສູງ ຂອງ ທ່ານເກລັນ ຊິມຊັນ ຜູ້ຮ່ວມກໍ່ຕັ້ງ ບໍລິສັດ Fusion GPS.

ທ່ານເກລັນ ຊິມຊັນ (Glenn Simpson) ຜູ້ກໍ່ຕັ້ງ ບໍລິສັດ ຄົ້ນຄວ້າ ຊື່ວ່າ Fusion GPS, ເດີນທາງໄປຮອດ ຕາມກຳນົດ ເວລາ ທີ່ຈະໄປປາກົດໂຕ ຕໍ່ໜ້າ ຄະນະກຳມະການ ສືບລັບ ສະພາຕ່ຳ ສຳລັບການຮັບຟັງທີ່ປິດລັບ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ເມື່ອວັນທີ 14 ພະຈິກ 2017.
ທ່ານເກລັນ ຊິມຊັນ (Glenn Simpson) ຜູ້ກໍ່ຕັ້ງ ບໍລິສັດ ຄົ້ນຄວ້າ ຊື່ວ່າ Fusion GPS, ເດີນທາງໄປຮອດ ຕາມກຳນົດ ເວລາ ທີ່ຈະໄປປາກົດໂຕ ຕໍ່ໜ້າ ຄະນະກຳມະການ ສືບລັບ ສະພາຕ່ຳ ສຳລັບການຮັບຟັງທີ່ປິດລັບ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ເມື່ອວັນທີ 14 ພະຈິກ 2017.

ສະມາຊິກພັກເດໂມແຄຣັດ ລະດັບສູງຜູ້ຢູ່ໃນຄະນະກຳມະການຕຸລາການ ໄດ້ເປີດເຜີຍ
ສຳນວນ ຈາກເດືອນສິງຫາ ຂອງການສຳພາດທີ່ປິດລັບໂດຍຄະນະກຳມະການດັ່ງກ່າວ
ກັບທ່ານເກລັນ ຊິມຊັນ ຫຼັງຈາກ ປະທານຄະນະກຳມະການ ນີ້ ຄື ສະມາຊິກສະພາສູງ
ຈາກລັດໄອໂອວາ ສັງກັດພັກຣີພັບບລີກັນ ທ່ານຊັກ ເກຣສລີ ໄດ້ປະຕິເສດ ບໍ່ໃຫ້ເປີດ
ເຜີຍສຳນວນທີ່ໄດ້ຖືກລວບລວມຂຶ້ນມາ ໂດຍບໍລິສັດ Fusion GPS ທີ່ໄດ້ຮັບການ
ຊ່ອຍເຫຼືອ ຈາກອະດີດສາຍລັບຂອງອັງກິດ ທ່ານຄຣິສໂຕເຟີ້ ສຕີລ ທີ່ໄດ້ກ່າວຫາວ່າ
ມີການສົມຮູ້ຮ່ວມຄິດ ລະຫວ່າງຄະນະໂຄສະນາຫາສຽງ ຂອງທ່ານທຣຳ ແລະ
ລັດຖະບານ ຂອງຣັດເຊຍ.

ທ່ານນາງ ຟາຍສໄຕນ໌ ໄດ້ກ່າວໃນຖະແຫລງການສະບັບ ໃນວັນອັງຄານວານວ່າ “ຫຼັງຈາກທີ່ໄດ້ໂອ້ລົມກັບ ຄະນະກຳມະການ ຈາກຝ່າຍສຽງສ່ວນຫຼາຍ ແລະ ຝ່າຍ
ສຽງສ່ວນນ້ອຍ ເປັນເວລາ 10 ຊົ່ວໂມງ, ທ່ານເກລັນ ຊິມຊັນ, ໄດ້ຂໍຮ້ອງໃຫ້ນຳເອົາ
ສຳນວນການສຳພາດຂອງທ່ານ ເປີດເຜີຍຕໍ່ມະຫາຊົນ. ປະຊາຊົນຊາວອາເມຣິກັນ
ຄວນໄດ້ຮັບໂອກາດ ທີ່ຈະໄດ້ເຫັນ ໃນອັນທີ່ທ່ານໄດ້ກ່າວນັ້ນ ແລະໃຫ້ຕັດສິນໃຈ
ດ້ວຍຕົວຂອງເຂົາເຈົ້າເອງ. ເລື່ອງຄຸມເຄືອ ແລະ ຂໍ້ມູນທີ່ຜິດ ທີ່ວົນວຽນກ່ຽວກັບ
ສຳນວນດັ່ງກ່າວ ແມ່ນສ່ວນນຶ່ງຂອງຄວາມພະຍາຍາມ ເພື່ອທີ່ຈະທຳລາຍການ
ສືບສວນ ສອບສວນ ກ່ຽວກັບ ຄວາມເປັນໄປໄດ້ ຂອງການສົມຮູ້ຮ່ວມຄິດ ແລະ
ການກີດກັ້ນ ດ້ານຕຸລາການ ທີ່ໜ້າເປັນຫ່ວງຢ່າງເລີກເຊິ່ງ. ມີພຽງທາງດຽວ
ເທົ່ານັ້ນ ທີ່ຈະເຮັດໃຫ້ຖືກຕ້ອງ ກໍແມ່ນໃຫ້ເປີດເຜີຍສຳນວນນີ້ ຕໍ່ມະຫາຊົນ.”

ອະດີດຜູ້ອຳນວຍການ ອົງການສັນຕິບານກາງ ສະຫະລັດ ທ່ານຣໍເບີຣຕ ມອລເລີ ໄດ້
ດຳເນີນການສືບສວນສອບສວນ ມາໄດ້ຫຼາຍເດືອນແລ້ວ ເຊິ່ງມາເຖິງປັດຈຸບັນນີ້ ຜົນທີ່
ອອກມາ ກໍແມ່ນການຟ້ອງ ຕໍ່ສີ່ຄົນ ລວມມີ ທ່ານ ພອລ ມານາຟອຕ ຜູ້ຈັດການໃນຄັ້ງນຶ່ງ
ກ່ຽວກັບການໂຄສະນາຫາສຽງ ແລະ ທ່ານໄມເກີລ ຟລິນ ອະດີດທີ່ປຶກສາດ້ານຄວາມ
ໝັ້ນຄົງ ຂອງທ່ານທຣຳ.

ທ່ານຊິມຊັນ ໄດ້ປາກົດໂຕອອກມາ ໃນຖານະເປັນບຸກຄົນສຳຄັນໃນໃຈກາງຂອງການ
ສືບສວນ ການແຊກແຊງເຂົ້າໃນການເລືອກຕັ້ງຂອງຣັດເຊຍ.

ໄອຍະການພິເສດ ສະຫະລັດ ທ່ານມອລເລີ ແລະ ທີມງານຂອງທ່ານ ໄດ້ປຶກ ສາຫາລື
ກັບຄະນະທີມກົດໝາຍ ຂອງປະທານາທິບໍດີ ດໍໂນລ ທຣຳ ໃນຄວາມຄາດໝາຍວ່າ
ຈະສຳພາດທ່ານປະທານາທິບໍດີ.

XS
SM
MD
LG