ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານກາງ ເສຍໂອກາດ ໃນການຄ້ຳປະກັນວ່າ ມີຢາວັກຊີນປ້ອງກັນໄວຣັສໂຄໂຣນາ ຈາກບໍລິສັດ ຟາຍເຊີຣ


ໃນພາບຖ່າຍເມື່ອວັນທີ 27 ກໍລະກົດ 2020 ນີ້, ແພດຄົນນຶ່ງ ກຳລັງກຽມເຂັມສັກຢາ ໃນລະຫວ່າງ ການສຶກສາຢາວັກຊີນປ້ອງກນ COVID-19 ທີ່ອາດເປັນໄປໄດ້ ໃນເມືອງ ບິງແຮມຕັນ ລັດນິວຢອກ.
ໃນພາບຖ່າຍເມື່ອວັນທີ 27 ກໍລະກົດ 2020 ນີ້, ແພດຄົນນຶ່ງ ກຳລັງກຽມເຂັມສັກຢາ ໃນລະຫວ່າງ ການສຶກສາຢາວັກຊີນປ້ອງກນ COVID-19 ທີ່ອາດເປັນໄປໄດ້ ໃນເມືອງ ບິງແຮມຕັນ ລັດນິວຢອກ.

ຄະນະລັດຖະບານທ່ານທຣຳ ໃນລະດູຮ້ອນນີ ໄດ້ເລືອກທີ່ຈະບໍ່ເອົາໂອກາດເພື່ອຊື້ເອົາຢາວັກຊີນປ້ອງກັນໄວຣັສໂຄໂຣນາເພີ້ມຕື່ມອີກຫຼາຍລ້ານຊຸດຫຼືໂດສ ທີ່ກຳລັງທຳຄວາມກ້າວໜ້າຢູ່ນັ້ນ ອັນເປັນການຕັດສິນໃຈທີ່ອາດເຮັດໃຫ້ການນຳສົ່ງຊັກຊ້າລົງຂອງຊຸດຢາວັກຊີນອັນທີສອງ ຈົນກວ່າວ່າ ບໍລິສັດຜູ້ຜະລິດຢາ ຟາຍເຊີຣ ຈະສຳເລັດການສະໜອງຢາໃຫ້ແກ່ຄູ່ສັນຍາທັງຫຼາຍຈາກຕ່າງປະເທດເສຍກ່ອນ.

ເລື້ອງທີ່ເຜີຍແບອອກມານີ້ ໄດ້ຖືກຢັ້ງຢືນໃນວັນຈັນວານນີ້ ໂດຍພວກຄົນທີ່ຮູ້ຈັກດີກັບເລື້ອງລາວດັ່ງກ່າວ ຊຶ່ງໄດ້ອອກມານຶ່ງວັນກ່ອນໜ້າທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ແນເປົ້າໝາຍໃສ່ເພື່ອເອົາຜົນງານສຳລັບການພັດທະນາຢາວັກຊີນປ້ອງກັນໄວຣັສໂຄໂຣນາທີ່ວ່ອງໄວນັ້ນ ຢູ່ທີ່ກອງປະຊຸມສຸດຍອດຂອງທຳນຽບຂາວ ທີ່ຈະມີຂຶ້ນໃນວັນອັງຄານມື້ນີ້.

ຢາວັກຊີນຂອງບໍລິສັດຟາຍເຊີຣ ແມ່ນຄາດໝາຍວ່າ ຈະໄດ້ຮັບການຮັບຮອງໂດຍຄະນະກຳມະການທີ່ປຶກສາຂອງອົງການອາຫານແລະຢາຂອງສະຫະລັດ ໄວທີ່ສຸດພາຍໃນອາທິດນີ້ ໂດຍຈະນຳສົ່ງ 100 ລ້ານໂດສ ພຽງພໍສຳລັບຊາວອາເມຣິກັນ 50 ລ້ານຄົນ ຊຶ່ງຄາດໝາຍໄວ້ວ່າ ໃນບໍ່ເທົ່າໃດເດືອນຈະມາເຖິງນີ້.

ພາຍໃຕ້ສັນຍາຂອງຕົນກັບບໍລິສັດຟາຍເຊີຣ ຄະນະລັດຖະບານທ່ານທຣຳ ໄດ້ໝັ້ນໝາຍທີ່ຈະຊື້ຢາວັກຊີນໃນເບື້ອງຕົ້ນ 100 ລ້ານໂດສກ່ອນ ພ້ອມດ້ວຍທາງເລືອກທີ່ຈະຊື້ຕື່ມອີກຫຼາຍເຖິງ 5 ເທົ່າ.

ໃນລະດູຮ້ອນທີ່ຈະມາເຖິງນີ້ ທຳນຽບຂາວໄດ້ເລືອກທີ່ຈະບໍ່ຍຶດເອົາຢາວັກຊີນເພີ້ມຕື່ມອີກ 100 ລ້ານໂດສ ສຳລັບການສຳສົ່ງໃນໄຕມາດທີສອງຂອງປີ 2021 ອີງຕາມພວກຄົນຜູ້ທີ່ໄດ້ກ່າວກ່າວກ່ຽວກັບເລື້ອງນີ້ ໂດຍຂໍບໍ່ອອກຊື່ ເພາະວ່າພວກເຂົາເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ສົນທະນາເລື້ອງນີ້ຢ່າງເປີດເຜີຍ.

ສອງສາມວັນກ່ອນໜ້າຂອງການຄາດໝາຍວ່າຢາວັກຊີນຈະໄດ້ຖືກຮັບຮອງນັ້ນ ຄະນະລັດຖະບານ ກຳລັງຫັນທິດທາງຄືນ ແຕ່ມັນບໍ່ເປັນທີ່ຈະແຈ້ງວ່າ ບໍລິສັດຟາຍເຊີຣ ຊຶ່ງນັບຕັ້ງແຕ່ນັ້ນມາ ກໍໄດ້ໃຫ້ຄຳໝັ້ນໝາຍຕໍ່ປະເທດອື່ນໆໄປແລ້ວວ່າ ຈະສາມາດຕອບສະໜອງການສັ່ງຢາວັກຊີນໃນໄລຍະເວລາດຽວກັນນັ້ນ.

ຢາວັກຊີນຂອງບໍລິສັດຟາຍເຊີຣ ແມ່ນນຶ່ງໃນສອງ ທີ່ຢູ່ໃນການຂໍອະນຸຍາດນຳໃຊ້ແບບສຸກເສີນຈາກອັງການອາຫານແລະຢາຍ ຫຼື FDA ໃນເດືອນນີ້ ສ່ວນຢາວັກຊີນອື່ນ ແມ່ນມາຈາກຜູ້ບໍລິສັດຜະລິດຢາ ໂມເດີຣນາ.

ລັດຖະບານທ່ານທຣຳ ໄດ້ຢືນຢັດເມື່ອຕອນແລງວັນຈັນວານນີ້ວ່າ ລະຫວ່າງຢາວັກຊີນທັງສອງອັນນັ້ນ ແລະອື່ນໆທີ່ກຳລັງຢູ່ໃນຂັ້ນທົດລອງ ສະຫະລັດ ຈະສາມາດຮອງຮັບຊາວອາເມຣິກັນໃດໆໄດ້ ຜູ້ທີ່ຢາກຈະສັກຢາວັກຊີນ ພາຍໃນທ້າຍໄຕມາດທີສອງຂອງປີ 2021.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG