ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານ ທີ່ຮັບປະກັນ ໂດຍລັດຖະບານກາງ ບໍ່ສາມາດ ເຮັດທຸລະກິດ ກັບຮ້ານຂາຍກັນຊາ


ຕົ້ນກັນຊາ ແມ່ນເຫັນໄດ້ຢູ່ທີ່ ຮ້ານຂາຍກັນຊາ ເພື່ອປະໂຫຍດ ດ້ານການແພດ ຂອງມູນນິທິ ການເບິ່ງແຍງ ດ້ວຍຄວາມເມດຕາ (Compassionate Care Foundation) ໃນເມືອງເອກ ຮາຣເບີ ທາວຊິຟ ຂອງລັດນິວເຈີຊີ, ວັນທີ 22 ມີນາ 2019.
ຕົ້ນກັນຊາ ແມ່ນເຫັນໄດ້ຢູ່ທີ່ ຮ້ານຂາຍກັນຊາ ເພື່ອປະໂຫຍດ ດ້ານການແພດ ຂອງມູນນິທິ ການເບິ່ງແຍງ ດ້ວຍຄວາມເມດຕາ (Compassionate Care Foundation) ໃນເມືອງເອກ ຮາຣເບີ ທາວຊິຟ ຂອງລັດນິວເຈີຊີ, ວັນທີ 22 ມີນາ 2019.

ໃນເດືອນພຶດສະພາຜ່ານມາ ລັດອາແຄນຊໍ ກໍໄດ້ກາຍມາເປັນລັດຫຼ້າສຸດ ທີ່ຈະໄດ້ຮັບ
ຜົນປະໂຫຍດທາງດ້ານການເງິນ ​ຈາກການຊື້ຂາຍກັນຊາ ໃນທາງການແພດ. ພວກຄົນ
ທັງຫຼາຍພາກັນລຽນແຖວເປັນສາຍຍາວ ອ້ອມຮ້ານຂາຍກັນຊາທີ່ຫາກໍເປີດໃໝ່ ໂດຍມີ
ລູກຄ້າທີ່ມາຈາກ 4 ລັດອ້ອມແອ້ມລັດນີ້ ຊຶ່ງຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ.

ທ່ານບັດ ວັດກິນສ໌ ຜູ້ຈັດການຮ້ານຄ້າ ຊື່ວ່າ Doctor’s Orders RX ຢູ່ໃນເມືອງຮັອດ
ສປຣິງສ໌ ໄດ້ກ່າວວ່າ “ຂ້າພະເຈົ້າເຫັນພວກເຂົາເຈົ້າ ຢືນຢູ່ດ້ານນອກປ່ອງຢ້ຽມ ໂດຍ
ມີໜ້າຕາຍິ້ມແຍ້ມ ແລະພວກເຂົ້າເຈົ້າຊື່ນຊົມໃຈ.”

ພະນັກງານຄົນນຶ່ງ ກຳລັງຍື່ນມືໄປຈັບເອົາໂຖທີ່ບັນຈຸດອກກັນຊາ ເພື່ອໃຫ້ລູກຄ້າກວດເບິ່ງ ຢູ່ທີ່ຮ້ານ Utopia Gardens, ຊຶ່ງເປັນຮ້ານຂາຍກັນຊາເພື່ອປະໂຫຍດດ້ານການແພດ, ໃນນະຄອນດີໂທຣຍ, ວັນທີ 2 ຕຸລາ 2018.
ພະນັກງານຄົນນຶ່ງ ກຳລັງຍື່ນມືໄປຈັບເອົາໂຖທີ່ບັນຈຸດອກກັນຊາ ເພື່ອໃຫ້ລູກຄ້າກວດເບິ່ງ ຢູ່ທີ່ຮ້ານ Utopia Gardens, ຊຶ່ງເປັນຮ້ານຂາຍກັນຊາເພື່ອປະໂຫຍດດ້ານການແພດ, ໃນນະຄອນດີໂທຣຍ, ວັນທີ 2 ຕຸລາ 2018.

​ໃນສັບປະດາທຳອິດຂອງການເປີດທຸລະກິດ ພວກຮ້ານຂາຍກັນຊາ ຂອງລັດອາແຄນຊໍ
ໄດ້ຂາຍກັນຊາໜັກກວ່າ 22.6 ກິໂລກຣາມ ໃນເກືອບ 5,000 ຄັ້ງ ໃນການຊື້ຂາຍນັ້ນ.

ອີງຕາມໜັງສືພິມລາຍວັນ Marijuana Business Daily ແລ້ວ ລາຍຮັບດັ່ງກ່າວຈະ
ປະກອບສ່ວນເຂົ້າໃນຕະຫຼາດພາຍໃນປະເທດ ຂອງການຄ້າຂາຍກັນຊາເພື່ອຜົນປະ​
ໂຫຍດທາງການແພດ ແລະເພື່ອການຢ່ອນອາລົມ ທີ່ກຳລັງຂະຫຍາຍຕົວຂຶ້ນນັບມື້
ຊຶ່ງຄາດກັນວ່າ ຈະສູງເກີນ 12 ຕື້ໂດລາ ໃນການຊື້ຂາຍ ພາຍໃນທ້າຍປີ 2019 ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG