ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ລັດຖະບານ​ກາງ ​​ຟ້ອງ​ຜູ້ໂຈມຕີ ກໍ່​ການ​ຮ້າຍ ​ທີ່ຂັບ​ລົດ ໄລ່​ຢຽບ​ຜູ້​ຄົນ ໃນ New York


ນາງ Kate Anstett, ໄວ 22 ປີ, ຢືນເຊັດນ້ຳຕາ ຕໍ່ໜ້າສະຖານ ທີ່ເກີດເຫດ ເພື່ອລະລຶກເຖິງພວກເຄາະຮ້າຍ ຢູ່ຂ້າງນອກ ສິ່ງກີດຂວາງຂອງຕຳຫຼວດ ໃນທາງລົດຖີບ ຂ້າງ
ຖະໜົນ West ທີ່ນະຄອນ New York, 1 ພະຈິກ, 2017.
ນາງ Kate Anstett, ໄວ 22 ປີ, ຢືນເຊັດນ້ຳຕາ ຕໍ່ໜ້າສະຖານ ທີ່ເກີດເຫດ ເພື່ອລະລຶກເຖິງພວກເຄາະຮ້າຍ ຢູ່ຂ້າງນອກ ສິ່ງກີດຂວາງຂອງຕຳຫຼວດ ໃນທາງລົດຖີບ ຂ້າງ ຖະໜົນ West ທີ່ນະຄອນ New York, 1 ພະຈິກ, 2017.

ຄະນະ​ໄອ​ຍະ​ການ​ຂອງ​ລັດຖະບານ​ກາງ ​ໄດ້​ຟ້ອງໃນຂໍ້ຫາກໍ່​ການ​ຮ້າຍ ຕໍ່​ຄົນເຂົ້າເມືອງ
ຈາກ Uzbekistan ທີ່ຖືກກ່າວຫາວ່າ​ຂັບ​ລົດ​ກະບະໄລ່​ຢຽບ​ຜູ້​ຄົນ ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ
​ຊີວິດ 8 ຄົນ ໃນ​ນະຄອນ New York.

ທ້າວ Sayfullo Saipov​ ໄວ 29 ປີ ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ໄດ້​ຂັບລົດກະບະ ທີ່ເຊົ່າມາ
​ແລ່ນເຂົ້າໄປໃນທາງລົດຖີບທີ່ໜາແໜ້ນໄປດ້ວຍຜູ້ຄົນ ໃນເຂດ​ Manhattan ລຸ່ມ
ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ໄລ່​ຢຽບ​ພວກ​ຂີ່​ລົດຖີບ​ແລະ​ຄົນ​ຍ່າງ. ລົດ​ກະບະ​ຂອງ​ລາວ
ໄດ້ແລ່ນຕຳລົດໂຮງຮຽນຄັນນຶ່ງ ​ແລະ​ທ້າວ Saipov ​ໄດ້​ແລ່ນ​ລົງ​ຈາກ​ລົດ​ທີ່​ຖືກ​ຕຳ​ນັ້ນ.
ລາວ​ຖືປືນສອງກະບອກ ຊຶ່ງ​ແມ່ນປືນຍິງລູກສີ ແລະ ປືນລົມຍິງລູກໝາກບີ ກ່ອນ​ທີ່​
ລາວ​ຈະ​ຖືກ​ຍິງ​ໂດຍ​ຕຳຫຼວດ New York.

ການ​ຟ້ອງຮ້ອງ​ຂອງ​ລັດຖະບານ​ກາງ​ຕໍ່​ລາວ​ນັ້ນ ​ແມ່ນ​ຮວມທັງ ​ໃຫ້ການສະໜັບ
ສະໜຸນທາງດ້ານວັດຖຸແກ່​ກຸ່ມ​ກໍ່​ການ​ຮ້າຍ ​ແລະ​ທຳລາຍ​ຍວດ​ຍານພາຫະນະ ນຳ.

ທ້າວ Saipov ​ໂດ້ຂໍ​ໃຫ້ເຈົ້າ​ໜ້າ​ທີ່ ​ທີ່​ທຳ​ການ​ສອບ​ປາກຄຳ​ລາວ​ນັ້ນ​ວ່າ ​ໃຫ້​ຕິດ​ທຸງ​
ຂອງກຸ່ມລັດ​ອິສລາມໃສ່ຫ້ອງໃນ​ໂຮງໝໍຂອງ​ລາວ​ທີ່​ຮັກສາ​ຢູ່​ນັ້ນ ​ແລະໄດ້ກ່າວ​ວ່າ
“ລາວ​ໄດ້​ມີ​ຄວາມ​ຮູ້ສຶກ​ທີ່​ດີ​ໃນ​ສິ່ງ​ທີ່​ລາວ​ໄດ້​ກະທຳ​ລົງ​ໄປ​ນັ້ນ,” ອີງ​ຕາມ​ສຳນວນຟ້ອງ.

ຮູບຂອງ ທ້າວ Sayfullo Saipov, ຜູ້ຕ້ອງສົງໄສໃນການໂຈມຕີກໍ່ການຮ້າຍ ທີ່ New York City ທີ່ໄດ້ເຫັນໃນໃບປີວ, 1 ພະຈິກ, 2017, ພາບຈາກສູນດັດສ້າງ St. Charles.
ຮູບຂອງ ທ້າວ Sayfullo Saipov, ຜູ້ຕ້ອງສົງໄສໃນການໂຈມຕີກໍ່ການຮ້າຍ ທີ່ New York City ທີ່ໄດ້ເຫັນໃນໃບປີວ, 1 ພະຈິກ, 2017, ພາບຈາກສູນດັດສ້າງ St. Charles.

ປະທານ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ມີ​ປະຕິກິລິຍາ​ຢ່າງ​ແຂງ​ຂັນ ຕໍ່​ລາຍ​
ລະອຽດຕ່າງໆ ຊຶ່ງທ່ານ​ໄດ້​ຂຽນ​ລົງ​ໃນ Twitter ​ໃນ​ແລງ​ວັນ​ພຸດ​ວານ​ນີ້ ​ວ່າ “ຜູ້​ໂຈມ​ຕີ​
ກໍ່​ການ​ຮ້າຍ​ໃນນະຄອນນິວຢອກ ແມ່ນ​ວ່າ ດີ​ໃຈ ໃນຂະນະ​ທີ່ລາວ​ໄດ້​ຂໍ​ເອົ​າ​ທຸງ​
ຂອງກຸ່ມລັດ​ອິສລາມຕິດໃສ່ຫ້ອງໃນ​ໂຮງໝໍຂອງ​ລາວ​ທີ່​ຮັກສາ​ຢູ່​ນັ້ນ. ລາວ
ໄດ້​ສັງຫານ 8 ຄົນ ​ແລະ​ບາດ​ເຈັບ ​ອີກ 12 ຄົນ. ລາວ​ຄວນ​ຈະ​ຖືກ​ປະຫານ​ຊີວິດ​
ດ້ວຍ​ຊ້ຳ.”

ທ້າວ Saipov ​ໄດ້​ບອກ​ກັບ​ພວກ​ສືບສວນ ຈາກ​ຕຽງໂຮງໝໍຂອງ​ລາວວ່າ ລາວ​ໄດ້
​ວາງ​ແຜນທີ່​ຈະ​ກໍ່ການ​ໂຈມ​ຕີ​ດັ່ງກ່າວ​ນີ້ ​ມາເປັນຫຼາຍໆ​ສັບປະດາ​ແລ້ວ ແລະ​ໄດ້​ຮັບ
ແຮງ​ດົນໃຈ​ທີ່​ຈະໂຈມ​ນີ້ ຍ້ອນ​ເບິ່ງ​ວີ​ດີ​ໂອ​ຂອງ​ກຸ່ມ​ລັດ​ອິສລາມ​ຈາກ​ໂທລະສັບ​ມື​ຖື
ຂອງ​ລາວ.

ອີງ​ຕາມ​ສຳນວນຟ້ອງແລ້ວ​ແມ່ນ​ວ່າ ນຶ່ງ​ໃນໂທລະສັບ​ມື​ຖື 2 ໜ່ວຍ ​ທີ່​ໄດ້​ພົບ​ເຫັນ​
ໃນ​ລົດ​ກະບະ​ເຊົ່າ​ນັ້ນ ​ແມ່ນ​ມີ​ວີ​ດີ​ໂອປະມານ 90 ​ເລື່ອງ ​ແລະ​ຮູບ​ພາບ 3 ພັນ
800 ຮູບຈຳນວນນຶ່ງນັ້ນ​ແມ່ນ​ພາບ​ການ​ໂຄສະນາ​ຊວນ​ເຊື່ອ​ຂອງ​ກຸ່ມ​ລັດ​ອິສລາມ​
ແລະ​ພາບຂອງ​ການ​ກະທຳຄວາມ​ຮຸນ​ແຮງຕ່າງໆ.

ຜູ້ປົກຄອງລັດ New York ທ່ານ Andrew Cuomo ກ່າວໃນກອງປະຊຸມຖະແຫຼງຂ່າວ, 1 ພະຈິກ, 2017, ທ່າມກາງການໂຈມຕີກໍ່ການຮ້າຍ. ຈາກຊ້າຍ ຜູ້ບັນຊາການຕຳຫຼວດ ທ່ານ James P. O'Neill, ທ່ານ Cuomo, ເຈົ້າຄອງກຳແພງນະຄອນ New York ທ່ານ Bill de Blasio, ແລະທ່ານ John Miller ຮອງບັນຊາການຂອງຄະນະສືບລັບ ທີ່ກຳກັບດ້ານການກໍ່ການຮ້າຍ.
ຜູ້ປົກຄອງລັດ New York ທ່ານ Andrew Cuomo ກ່າວໃນກອງປະຊຸມຖະແຫຼງຂ່າວ, 1 ພະຈິກ, 2017, ທ່າມກາງການໂຈມຕີກໍ່ການຮ້າຍ. ຈາກຊ້າຍ ຜູ້ບັນຊາການຕຳຫຼວດ ທ່ານ James P. O'Neill, ທ່ານ Cuomo, ເຈົ້າຄອງກຳແພງນະຄອນ New York ທ່ານ Bill de Blasio, ແລະທ່ານ John Miller ຮອງບັນຊາການຂອງຄະນະສືບລັບ ທີ່ກຳກັບດ້ານການກໍ່ການຮ້າຍ.

​ໂດຍ​ສະ​ເພາະ ທ້າວ Saipov ​ໄດ້​ກ່າວ​ວ່າ ລາວ​ໄດ້ຮັບ​ແຮງ​ດົນ​ໃຈ​ໃນຈາກ​ວີ​ດີ​ໂອ​
ຂອງຜູ້ນຳກຸ່ມ​ລັດ​ອິສລາມ ທ້າວ Abu Bakr Al-Baghdadi ທີ່​ທ້າທາຍ​ໃຫ້
“ຊາວ​ມຸສລິ​ມ​ໃນ​ສະຫະລັດ​ແລະ​ທີ່ໃດໆ​ກໍ​ຕາມ ​ໃຫ້​ຄຳ​ນຶງ​ເຖິງຄວາມ​ຮັບຜິດຊອບ
​ຂອງ​ພວກ​ເຂົາ​ເຈົ້າຕໍ່​ການ​ຕາຍ​ຂອງ ​ຊາວ​ມຸສລິ​ມ​ໃນ​ອີຣັກທີ່​ຖືກ​ສັງຫານ​ນັ້ນ.”

ປະຫວັດ​ຂອງ​ການ​ເຂົ້າ​ໄປ​ຊອກ​ຄົ້ນ​ຫາ​ທາງ​ອິນ​ເຕີ​ແນັດ ​ໃນ​ເຄື່ອງໂທລະສັບ​ມື​ຖື
ໜ່ວຍ​ທີ 2 ຂອງ​ລາວ ຊ່ອຍ​ໃຫ້​ເຈົ້າ​ໜ້າ​ທີ່​ສືບສວນຮູ້ ກ່ຽວ​ກັບ​ຂໍ້​ມູນ​ສຳຄັນໃນ​ການ
ເຄື່ອນ​ໄຫວຂອງທ້າວ Saipov ກ່ອນ​ທີ່​ຈະ​ມີ​ການ​ໂຈມ​ຕີ​ນັ້ນ ໂດຍ​ໄດ້​ເປີດເຜີຍ​ໃຫ້
​ເຫັນ ​ເຖິງການຊອກ​ຄົ້ນ​ຫາເພື່ອເຊົ່າ​ລົດ 4 ບ່ອນ ​ໃນ​ລັດ New Jersey, ຊອກ​ຄົ້ນ​ຫາ Halloween ​ແລະ​ການເຊົ່າ​ລົດ ​ໃນ​ລັດ New York ເມື່ອ​ວັນ​ທີ 15​ ເດືອນ​ຕຸ​ລາ ​
ແລະການ​ຊອກ​ຄົ້ນຫາ​ເຊົ່າ​ລົດ ໃນວັນ​ທີ 18 ​ຕຸ​ລາ ນຳ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ.

ລົດກະບະໄດ້ຖືກຂົນອອກຈາກທີ່ເກີດເຫດ, ໃນນະຄອນ New York, 1 ພະຈິກ, 2017.
ລົດກະບະໄດ້ຖືກຂົນອອກຈາກທີ່ເກີດເຫດ, ໃນນະຄອນ New York, 1 ພະຈິກ, 2017.
XS
SM
MD
LG