ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານກາງ ສະຫະລັດ ເຕືອນ ກ່ຽວກັບ ຄວາມວຸ້ນວາຍ ໃນພາກສ່ວນອະສັງຫາລິມະຊັບ ຈີນ


ປະທານຄະນະຄານກາງ ສະຫະລັດ ທ່ານ ເຈໂຣມ ພາວ ກ່າວຄຳປາໄສຢູ່ຫໍລັດຖະສະພາ ແຄັບປິຕອລ, ນະຄອນຫຼວງ ວໍຊິງຕັນ. 30 ກັນຍາ, 2021.
ປະທານຄະນະຄານກາງ ສະຫະລັດ ທ່ານ ເຈໂຣມ ພາວ ກ່າວຄຳປາໄສຢູ່ຫໍລັດຖະສະພາ ແຄັບປິຕອລ, ນະຄອນຫຼວງ ວໍຊິງຕັນ. 30 ກັນຍາ, 2021.

ທະນາຄານກາງ ສະຫະລັດ ໄດ້ເຕືອນວ່າຜົນກະທົບທີ່ກະຈາຍໄປທົ່ວຈາກວິກິດການໜີ້ສິນທີ່ຮ້າຍ ແຮງຂຶ້ນໃນພາກສ່ວນອະສັງຫາລິມະຊັບ ຈີນ ອາດລົບກວນຕະຫຼາດການເງິນໂລກ ແລະ ສ້າງຄວາມເສຍຫາຍຕໍ່ການເຕີບໂຕດ້ານເສດຖະກິດ, ລວມທັງຂອງ ສະຫະລັດ ດ້ວຍ.

ການເຕືອນໃນວັນຈັນວານນີ້ໄດ້ມີຂຶ້ນໃນລາຍງານຄວາມໝັ້ນຄົງດ້ານການເງິນ, ທີ່ອອກສອງຄັ້ງຕໍ່ປີໂດຍທະນາຄານກາງ ສະຫະລັດ. ສະບັບກ່ອນໜ້ານີ້ຂອງລາຍງານດັ່ງກ່າວ ໄດ້ຢໍ້າເຖິງຄວາມເປັນຫ່ວງ ກ່ຽວກັບ ລະດັບໜີ້ສິນທີ່ສູງໃນບັນດາບໍລິສັດຕ່າງໆຂອງ ຈີນ.

ແຕ່ລາຍງານສະບັບຫຼ້າສຸດໄດ້ກ່າວເຖິງກຸ່ມ China Evergrande ໂດຍສະເພາະເຈາະຈົງ, ເຊິ່ງແມ່ນກຸ່ມບໍລິສັດອະສັງຫາລິມະຊັບທີ່ມີໜີ້ສິນຢ່າງໜັກໜ່ວງວ່າ ໃນຕອນແລງວັນອັງຄານວານນີ້ປາກົດວ່າໄດ້ຫຼີກລ່ຽງສິ່ງທີ່ອາດເປັນການຜິດນັດຈ່າຍໜີ້ສິນຄັ້ງຫາຍະນະຢ່າງຫວຸດຫວິດໃຫ້ບັນດາຜູ້ລົງທຶນສາກົນ.

ບໍລິສັດ Evergrande ໄດ້ກາຍເປັນສັນຍາລັກຂອງຄວາມພະຍາຍາມທີ່ກຳລັງດຳເນີນຢູ່ໂດຍລັດ ຖະບານ ຈີນ ເພື່ອບັງຄັບໃຫ້ບັນດາບໍລິສັດໃຫຍ່ຕັດພາລະໜີ້ສິນທີ່ໜັກ. ລັດຖະບານດັ່ງກ່າວໄດ້ສ້າງຂໍ້ຫ້າມໃໝ່ທີ່ເຮັດໃຫ້ມັນຍາກ ຫຼື ເປັນໄປບໍ່ໄດ້ສຳລັບບໍລິສັດຕ່າງໆຄື Evergrande ທີ່ຈະ “ໂອນໜີ້ສິນ” ຂອງເຂົາເຈົ້າໃນຂະນະທີ່ເຂົາເຈົ້າມີກຳນົດຊຳລະ ດ້ວຍການເອົາໜີ້ສິນໃໝ່ອອກໄປພຽງເທົ່ານັ້ນ. ດັ່ງຜົນທີ່ອອກມາ, ຫຼາຍບໍລິສັດໄດ້ພະຍາຍາມທີ່ຈະຂາຍຊັບສິນເພື່ອຈ່າຍໜີ້ສິນຂອງເຂົາເຈົ້າ.

ແນວໃດກໍຕາມການກໍ່ສ້າງໃນຫຼາຍສິບໂຄງການຂອງເຂົາເຈົ້າທົ່ວ ຈີນ ນັ້ນແມ່ນໄດ້ຖືກຢຸດຊົ່ວຄາວ ໃນຂະນະທີ່ກຳມະກອນ ແລະ ຜູ້ສົ່ງສິນຄ້າບໍ່ໄດ້ຖືກຈ້າງ, ບໍລິສັດ Evergrande ແມ່ນໄດ້ພະຍາ ຍາມທີ່ຈະປະພຶດຄືບໍ່ມີບັນຫາ ກ່ຽວກັບ ສະພາບທີ່ລຳບາກຂອງເຂົາເຈົ້າ. ໃນຂໍ້ຄວາມທີ່ຂຽນເຖິງພວກພະນັກງານທີ່ຖືກເປີດເຜີຍໃນ WeChat ນັ້ນ, ຝ່າຍບໍລິຫານໄດ້ກ່າວວ່າ “ພະນັກງານໝົດທຸກຄົນໃນກຸ່ມບໍລິສັດ ຈະສາບານເພື່ອຮັບປະກັນການກໍ່ສ້າງຂອງໂຄງການດ້ວຍຄວາມມຸ່ງໝັ້ນ ແລະ ຄວາມເຂັ້ມແຂງຢ່າງເປັນທີ່ສຸດ, ແລະ ສຳເລັດການປະຕິບັດວຽກງານຂອງອະສັງຫາລິມະຊັບດ້ວຍຄຸນນະພາບ ແລະ ປະລິມານທີ່ສູງທີ່ສຸດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG