ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະນາຄານ​ກາງ​ ສຫລ ເວົ້າວ່າ “ຄວນອົດ​ທົນ​ໄວ້ກ່ອນ” ກ່ອນ​ທີ່​ຈະ​​ຂຶ້ນດອກເບ້ຍ


US Economy CNPK
please wait
Embed

No media source currently available

0:00 0:01:37 0:00

ທະນາຄານ​ກາງ​ສະຫະລັດ ​ໄດ້​ກ່າວໃນ​ວັນ​ພຸດ​ວານ​ນີ້ວ່າ
“​ເສດຖະກິດ​ຂອງປະເທດ​ແມ່ນ​ຂະຫາຍ ຕົວ​ໃນ​ບາດກ້າວ​ທີ່
​ໝັ້ນຄົງ,” ແຕ່​ວ່າຕົນ​ຍັງມີແຜນການ​ຈະ​ສືບ​ຕໍ່​ ອົດທົນ” ກ່ອນ​ທີ່
​ຈະ​ຕັດສິນໃຈ​ວ່າ​ເມື່ອ​ໃດ​ຈະ​ຂຶ້ນອັດຕາດອກ​ເບ້ຍຫລັກ ເປັນ​ຄັ້ງ
​ທຳ​ອິດ​ໃນ​ຮອບເກືອບນຶ່ງທົດ​ສະ​ວັດ.

ຫຼັງ​ຈາກ​ທີ່​ໄດ້​ປະຊຸມ​ກັນ​ເປັນ​ເວລາ 2 ມື້​ຢູ່​ວໍ​ຊີງ​ຕັນແລ້ວ ບັນດາ​ຜູ້ກຳນົດນະ​ໂຍບາຍຂອງ​ທະນາຄານ​ກາງ​ ໄດ້​ສະແດງຄວາມ​ເຫັນ​ທີ່​ເປັນ​ຫວ່ງ​ກ່ຽວກັບອັດຕາ​ເງິນ​ເຟີ້​ທີ່​ຕ່ຳເກີນໄປຢູ່​ໃນ​ສະຫະລັດ ຊຶ່ງ​ໃນ​ປະຈຸ​ບັນ​ນີ້ ແມ່ນຕ່ຳ​ກວ່າເປົ້າໝາຍ 2 ເປີເຊັນຕໍ່ປີນັ້ນ.

ທະນາຄານກາງໄດ້ຮັກສາອັດຕາດອກ​ເບ້ຍໄວ້ເກືອບ 0% ​ແລະ​ໄດ້​ກ່າວ​ວ່າ ພວກເຮົາ “ຄວນອົດ​ທົນ​ໄວ້ກ່ອນ” ກ່ອນ​ທີ່​ຈະຂຶ້ນດອກເບ້ຍ ຊຶ່ງ​ຈະ​ເປັນ​ການ​ຂຶ້ນ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​ປີ 2006 ເປັນ ຕົ້ນມາ. ອັດຕາດອກເບ້ຍດັ່ງກ່າວ​ ​ມີ​ອິດ​ທິພົນຕໍ່​ອັດຕາດອກເບ້ຍໃນການໃຫ້ເງິນ
ກູ້ຢືມທາງທຸລະກິດແລະ​ຜູ້ບໍລິ​ໂພ​ກຢູ່ໃນປະເທດທີ່ມີເສດຖະກິດທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ນັ້ນ.

​ໃນຖະ​ແຫຼ​ງສະບັບນຶ່ງນັ້ນ ທະນາຄານ​ກາງ​ໄດ້​ລະບຸ​ວ່າ ​ຕະຫຼາດແຮງ​ງານ​ຂອງປະ​ເທດ ​ໄດ້​ສະ​ແດງ​ຮ່ອງຮອຍໃຫ້​ເຫັນ​ເຖິງ ການເພີ້ມຂຶ້ນຢ່າງເຂັ້ມແຂງຂອງວຽກເຮັດງານທຳແລະລະດັບຂອງຈຳນວນຄົນຫວ່າງງານນັ້ນແມ່ນຫລຸດໜ້ອຍລົງ.” ບັນດາ​ຜູ້ກຳນົດ​ນະ​ໂຍບາຍ ​ໄດ້​ກ່າວ​ວ່າ ການ​ຈັບ​ຈ່າຍ​ໃຊ້​ສອຍ​ຂອງຜູ້​ບໍລິ​ໂພ​ກ​ແມ່ນ ​ເພີ້​ມຂຶ້ນ​ໃນ​ລະດັບ​ປານ​ກາງ, ທີ່ກະ​ຕຸ້ນ
ໂດຍການ​ລຸດຄ່າ​ໃຊ້​ຈ່າຍ​ດ້ານ​ພະລັງງານ​ລົງ ຊຶ່ງ​ມີ​ຜົນ​ຈາກ​ການ​ທີ່​ລາຄາ​ນ້ຳມັນ​ຂອງ​ໂລກ ​ໄດ້​ຕົກ​ຕ່ຳລົງ​ນັ້ນ.

ການ​ເສດຖະກິດ​ຂອງ​ສະຫະລັດ​ແມ່ນ​ຢູ່​ໃນ​ທ່າ​ໄດ້​ປຽບ ຊຶ່ງ​ຕົງ​ກັນ​ຂ້າມ​ກັນ​ຢ່າງ​ສິ້ນ​ເຊີງ ກັບ​ຈີນ
ທີ່​ມີການຊັກ​ຊ້າ​ນັ້ນ ຍີ່ປຸ່ນ​ກໍ​ຢູ່​ໃນ​ທ່າ​ຖົດຖອຍ ​ແລະ​ບັນດາ 19 ປະ​ເທດ​ຂອງຂົງ​ເຂດໃຊ້ຢູ​ໂຣ ຊຶ່ງຕົກຢູ່ໃນສະພາບແບບ​ຢຸດ​ສະ​ງັກເກືອບບໍ່ມີການເໜັງຕີງເລີຍ.

XS
SM
MD
LG