ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານກາງ ສຫລ ເຕືອນວ່າ ເສດຖະກິດຫລຸດລົງເປັນເວລາດົນ ຈະມີຜົນເສຍຫາຍຢ່າງຮ້າຍແຮງ


ຮ້ານຂາຍເຄື່ອງສັບພະສິນຄ້າ Bloomingdale ມີແປ້ນໄມ້ອັດຕອກຕິດໄວ້ໃນໄລຍະທີ່ມີການລະບາດພະຍາດໂຄວິດ-19 ໃນນະຄອນນິວຢອກ, ວັນທີ 11 ມິຖຸນາ, 2020.
ຮ້ານຂາຍເຄື່ອງສັບພະສິນຄ້າ Bloomingdale ມີແປ້ນໄມ້ອັດຕອກຕິດໄວ້ໃນໄລຍະທີ່ມີການລະບາດພະຍາດໂຄວິດ-19 ໃນນະຄອນນິວຢອກ, ວັນທີ 11 ມິຖຸນາ, 2020.

ທ່ານ ເຈໂຣມີ ພາວແວລ (Jerome Powell), ປະທານທະນາຄານກາງຂອງ ສະຫະລັດໄດ້ບອກສະມາຊິກລັດຖະສະພາໃນວັນອັງຄານວານນີ້ວ່າ ເສດຖະກິດ ຂອງສະຫະລັດຈະບໍ່ເລີ້ມຟື້ນຕົວຄືນຢ່າງເຕັມສ່ວນ ຈົນກວ່າວ່າ ປະຊາຊົນອາເມ ຣິກັນຈະມີຄວາມໝັ້ນໃຈໄດ້ວ່າ ການລະບາດຢ່າງໜັກຂອງພະຍາດໂຄວິດ-19 ແມ່ນຢູ່ພາຍໃຕ້ການຄວບຄຸມໄດ້ແລ້ວ.

ຢູ່ໃນການໃຫ້ການຕໍ່ໜ້າຄະນະກໍາມະການ ດ້ານທະນາຄານ ຂອງສະພາສູງນັ້ນ ທ່ານພາວແວລທີ່ໄດ້ປາກົດຕົວໃນທາງອອນລາຍນັ້ນ ເວົ້າວ່າ ມີຂ່າວດີຈໍານວນ ນຶ່ງຢູ່ໃນເດືອນພຶດສະພາຜ່ານມານີ້ ທີ່ມີທ່າທີດີເພີ້ມຂຶ້ນໜ້ອຍນຶ່ງ ໃນດ້ານການ ຫວ່າງງານ ແລະການຂາຍສິນຄ້າ, ທຸກຮ່ອງຮອຍ ບາງທີ ແມ່ນອາດເປັນຍ້ອນ ຊຸດການຊ່ວຍເຫລືອກະຕຸ້ນເສດຖະກິດທີ່ໄດ້ຮັບຜ່ານໃນຕົ້ນປີນີ້ ກໍາລັງມີຜົນກະ ທົບໃຫ້ດີຂຶ້ນຢູ່.

ທ່ານ ພາວແວລ ໃຫ້ເຫດຜົນວ່າ ຍ້ອນທຸລະກິດຫລາຍແຫ່ງກໍາລັງເປີດຄືນ ຫລື ຢ່າງໜ້ອຍກໍເປີດຄືນເປັນສ່ວນໃດສ່ວນນຶ່ງໃນຊຸມອາທິດໝໍ່ໆມານີ້ ສະພາບການ ນີ້ ອາດຈະເຮັດໃຫ້ມີສິ່ງ ທີ່ທ່ານເອີ້ນວ່າ “ການກັບຄືນມາ”. ແຕ່ທ່ານກໍເວົ້າວ່າ ການ ຟື້ນຕົວຄືນໃນລະດັບນ້ອຍຈະບໍ່ເຮັດໃຫ້ເສດຖະກິດກັບໄປຢູ່ໃນຈຸດທີ່ຢູ່ໃນ ເດືອນກຸມພາ ກ່ອນຈະມີການວາງຂໍ້ຈໍາກັດ ເພື່ອຫລຸດຜ່ອນການແຜ່ລະບາດ ຂອງພະຍາດໂຄວິດ-19 ອອກມານັ້ນໄດ້.

ທ່ານ ພາວແວລເວົ້າວ່າ ຍິ່ງການຫລຸດລົງຂອງເສດຖະກິດທີ່ມີຢູ່ໃນປັດຈຸບັນນີ້ ແກ່ຍາວໄປເທົ່າໃດ ກໍຍິ່ງມີຄວາມເປັນໄປໄດ້ສູງຂຶ້ນເທົ່ານັ້ນ ທີ່ຈະມີຜົນກະທົບ ໄລຍະຍາວຕໍ່ເສດຖະກິດ. ທ່ານເວົ້າວ່າ ພວກກໍາມະກອນທີ່ໄດ້ຕົກງານເປັນ ເວລາອັນຍາວນານກໍຈະເຫັນວ່າ ຄວາມຄ່ອງແຄ້ວໃນການເຮັດວຽກຫລຸດລົງ ແລະສະ ພາບການນີ້ກໍເຮັດໃຫ້ຄວາມສາມາດທີ່ຈະໄດ້ວຽກໄດ້ການຂອງເຂົາ ເຈົ້ານັ້ນ ໄດ້ຮັບຜົນກະທົບ.

ທ່ານ ພາວແວລ ໄດ້ສະແດງຄວາມເປັນຫ່ວງພິເສດຕໍ່ທຸລະກິດຂະໜາດນ້ອຍທີ່ ທ່ານເວົ້າວ່າ ໄດ້ຮັບຜົນກະທົບຢ່າງໜັກ ຈາກການລະບາດຂອງພະຍາດນີ້. ຖ້າ ຫາກວ່າມີທຸລະກິດຂະໜາດນ້ອຍ ແລະຂະໜາດກາງຖືກລົ້ມລະລາຍ ຫຼາຍເກີນ ໄປມັນກໍຈະເປັນໄພຂົ່ມຂູ່ ຕໍ່ໝາກຫົວໃຈຂອງເສດຖະກິດອາເມຣິກາ, ອີງຕາມ ທ່ານເວົ້າ.

ທ່ານພາວແວລກ່າວວ່າ ທະນາຄານກາງມີຄວາມມຸ້ງໝັ້ນທີ່ຈະໃຊ້ເຄື່ອງມື ຢ່າງ ເຕັມສ່ວນເພື່ອໃຫ້ການສະໜັບສະໜຸນແກ່ເສດຖະກິດ ແລະເພື່ອຮັບປະກັນ ວ່າ ການຟື້ນຕົວຄືນຈາກໄລຍະນີ້ ເພີ້ມຂຶ້ນຫລາຍເທົ່າທີ່ຈະຫລາຍໄດ້.

ທ່ານພາວແວລ ຈະມີເວລາໃນມື້ທີສອງອີກໃນວັນພຸດມື້ນີ້ ເມື່ອທ່ານໃຫ້ການຜ່ານ ທາງອອນລາຍອີກ ຕໍ່ໜ້າຄະນະກໍາມະການດ້ານການເງິນຂອງສະພາຕໍ່າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG