ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ພິ​ພາກ​ສາ ລັດ​ຖະ​ບານ​ກາງ ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ ກ່ຽວ​ກັບ ການ​ແຊກ​ແຊງ ຄະ​ດີ​ການ​ເມືອງ ທີ່​ລະ​ອຽດ​ອ່ອນ ​ໂດຍ​ລັດ​ຖະ​ບານ​ທ່ານ ທ​ຣຳ


ທ່ານ ໂຣ​ເຈີ ສ​ໂຕນ ເດີນ​ທາງ​ອອກ​ຈາກ​ສານ​ລັດ​ຖະ​ບານ​ກາງ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 15 ພະ​ຈ​ິກ, 2019.
ທ່ານ ໂຣ​ເຈີ ສ​ໂຕນ ເດີນ​ທາງ​ອອກ​ຈາກ​ສານ​ລັດ​ຖະ​ບານ​ກາງ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 15 ພະ​ຈ​ິກ, 2019.

ສະ​ມາ​ຄົມ​ຂອງ​ບັນ​ດາ​ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ​ແຫ່ງ​ຊາດ ຈະ​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ ໃນ​ວັນ​ພຸດມື້​ອື່ນນີ້ ຫຼັງ​ຈາກ​ທີ່ ​ບັນ​ດາ​ເຈົ້າ​ໜ້າ​ທີ່ກະ​ຊວງ​ຍຸ​ຕິ​ທຳ ເຂົ້າ​ແຊກ​ແຊງ​ໃນ​ຄະ​ດີ​ທີ່​ພົວ​ພັນ​ກັບ​ຜູ້​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ.

ຫົວ​ໜ້າ​ສະ​ມາ​ຄົມ​ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ ທີ່​ເປັນ​ອິດ​ສະ​ຫລະ ຄື​ຜູ້​ພິ​ພາກ​ສາ​ສານ​ເມືອງ ທ່ານ​ນາງ ຊິນ​ເຕຍ ຣູ​ຟ ກ່າວ​ຕໍ່​ວີ​ໂອ​ເອ ວ່າ ບັນ​ດາ​ຜູ້​ພິ​ພາກ​ສາ “ເປັນ​ຫ່ວງ​ກ່ຽວ​ກັບ​ກ່າວ​ກ່າວ​ໂຈມ​ຕີ ຕໍ່​ບັນ​ດາ​ຜູ້​ພິ​ພາກ​ສາ​ແຕ່​ລະ​ຄົນ” ແລະ​ມັນ​ຈະ​ເປັນ​ເລື້ອງ​ສຳ​ຄັນ​ທີ່​ຈະ​ຕ້ອງ​ໄດ້​ປຶກ​ສາ​ຫາ​ລື​ກັນ.

ທ່ານ​ນາງ ຣູ​ຟ ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ລາຍ​ລະ​ອຽດ​ຕື່ມ ແຕ່​ໄດ້​ກ່າວ​ວ່າ ບັນ​ດາ​ຕຸ​ລາ​ການ “ອົດ​ໃຈ​ລໍ​ຖ້າບໍ່​ໄດ້” ເມື່ອກອງ​ປະ​ຊຸມ​ຂອງ​ພວກ​ເພິ່ນ​ຈະ​ຈັດ​ຂຶ້ນ​ໃນ​ລະ​ດູ​ບານ​ໃໝ່.

ກະ​ຊວງ​ຍຸ​ຕິ​ທຳ ໄດ້​ເຮັດ​ໃຫ້​ປະ​ຊາ​ຄົມ​ດ້ານ​ການ​ເມືອງ ແລະ​ດ້ານ​ກົດ​ໝາຍ ຕົກ​ຕະ​ລຶກ ໃນ​ສັບ​ປະ​ດາ​ແລ້ວນີ້ ເມື່ອ​ກະ​ຊວງ​ໄດ້​ຄັດ​ຄ້ານ​ຕໍ່​ບັນ​ດາ​ໄອ​ຍ​ະ​ການ​ຂອງ​ຕົນ ແລະ​ໄດ້​ແນະ​ນຳຫລຸດ​ຜ່ອນໂທດ​ຈຳ​ຄຸກ​ສຳ​ລັບທ່ານ​ຣໍ​ເຈີ ສ​ໂຕນ ​ໃຫ້​ເບົາ​ລົງ​--ຊຶ່ງ​ຜູ້​ກ່ຽວ​ເປັນ​ມິດ​ສະ​ຫາຍ ແລະ​ຜູ້​ໄວ້​ເນື້ອ​ເຊື່ອ​ໃຈ ຂອງ​ທ່ານ​ທ​ຣຳ ຜູ້​ທີ່​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນ​ຖານ​ໃຫ້​ຄວາມ​ເທັດ​ຕໍ່​ລັດ​ຖະ​ສະ​ພາ ກໍ່​ກວນ​ພະ​ຍານ ແລະ ການ​ຄັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ ​ຊຶ່ງ​ເປັນ​ຜົນ​ມາ​ຈາກ​ການ​ສອບ​ສວນ​ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ໃນ​ການ​ເລືອກ​ຕັ້ງ​ສະ​ຫະ​ລັດນັ້ນ.

ບັນ​ດາ​ໄອ​ຍະ​ການ ຮັບ​ຜິດ​ຊອບ​ໃນ​ຄະ​ດີ​ດັ່ງ​ກ່າວ ໄດ້​ແນະ​ນຳ​ໃຫ້​ຈຳ​ຄຸກ​ທ່ານ​ສ​ໂຕນ ເປັນ​ເວ​ລາ 9 ປີ ຊຶ່ງ​ເປັນ​ການ​ແນະ​ນຳ ບົ​ນພື້ນ​ຖານ​ຕາມແນວ​ທາງ​ຊີ້​ນຳ​ຂອງ​ການ​ລົງ​ໂທດ​ສຳ​ລັບ​ຄະ​ດີ​ອາ​ຍາ​ເຊັ່ນ​ນັ້ນ.

ແຕ່​ກະ​ຊວງ​ຍຸ​ຕິ​ທຳ ໄດ້​ສະ​ເໜີ​ແນະ​ນຳ​ຄືນໃໝ່ ໂທດ​ທີ່​ເບົາ​ກວ່ານັ້ນ ຫຼັງ​ຈາກ​ທີ່​ທ່ານ​ທ​ຣຳ ໄດ້​ຈົ່ມ​ໃນ​ທວີດ​ເຕີ້​ວ່າ ໂທດ​ຈຳ​ຄຸກ 7 ຫາ 9 ປີ ນັ້ນ ເປັນ​ເລື້ອງ​ທີ່ “ບໍ່​ດີ​ແທ້ໆ​ເລີຍ” ແລະ “ບໍ່ຍຸ​ຕິ​ທຳ”.

ໄອ​ຍະ​ການຮັບ​ຜິດ​ຊອບ​ໃນ​ຄະ​ດີ​ຂອງ​ທ່ານ​ສ​ໂຕນ 3 ຄົນ ​ໄດ້​ຖອນ​ໂຕ ແລະ​ໄອ​ຍະ​ການ​ຄົນ​ທີ​ສີ່ ກໍ​ໄດ້​ລາ​ອອກ​ຈາກ​ອົງ​ການ ໂດຍ​ສິ້ນ​ເຊີງ.

ສ່ວນ​ທ່ານ​ສ​ໂຕນ ແມ່ນ​ຈະ​ຖືກ​ຕັດ​ສິນ​ໂທດ ໃນ​ວັນ​ພະ​ຫັດ​ມື້​ຮືນີ້ ແລະ ມັນ​ກໍ​ຂຶ້ນ​ຢູ່​ກັບ​ຜູ້​ພິ​ພາກ​ສາ ທ່ານ​ນາງ ເອ​ມີ ເບີ​ແມນ ແຈກ​ສັນ ທີ່​ຈະ​ຕັດ​ສິນ​ວ່າ ຈະ​ສົ່ງ​ທ່ານ​ສ​ໂຕນ​ເຂົ້າ​ຄຸກ ເປັນ​ເວ​ລາ​ດົນ​ປາ​ນ​ໃດ.

ທ່ານ​ນາງ ແຈກ​ສັນ ມີ​ກຳ​ນົດ​ຈະ​ເຂົ້າ​ປະ​ຊຸມ​ໂດຍ​ຜ່ານທາງ​ໂທ​ລະ​ສັບ ກັບ​ບັນ​ດາ​ທະ​ນາຍ​ຄວາມ​ໃນ​ຄະ​ດີ​ຂອງ​ທ່ານ​ຣໍ​ເຈີ ສ​ໂຕນ ​ໃນ​ວັນ​ອັງ​ຄານ ແລະ​ວັນ​ພຸດ ເປັນ​ເວ​ລາ​ສອງວັນ ກ່ອນ​ທີ່​ອະ​ດີດເພື່ອນ​ຮ່ວມ​ງານ​ຂອງ​ທ່ານ​ທ​ຣຳ ມີ​ກຳ​ນົດ​ຈະ​ຖືກ​ຕັດ​ສິນລົງ​ໂທດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG