ຜູ້ພິພາກສາລັດຖະບານກາງ ໃນວັນພະຫັດວານນີ້ ໄດ້ສັ່ງລະງັບດຳລັດປະທານາທິບໍດີສະບັບຫຼ້າສຸດຂອງປະທານາທິບໍດີ ດໍໂນລ ທຣຳ ຊຶ່ງມີເປົ້າໝາຍເພື່ອຈຳກັດການດູແລສຸຂະພາບ ທີ່ຢືນຢັນເພດສຳລັບບຸກຄົນຂ້າມເພດທີ່ມີອາຍຸຕ່ຳກວ່າ 19 ປີ ເປັນການຊົ່ວຄາວ ອີງຕາມລາຍງານຂອງອົງການຂ່າວເອພີ.
ຄຳຕັດສິນຂອງຜູ້ພິພາກສາມີຂຶ້ນ ຫຼັງຈາກມີການຍື່ນຟ້ອງເມື່ອຕົ້ນເດືອນນີ້ ໃນນາມຂອງຄອບຄົວທີ່ມີລູກຂ້າມເພດ ຫຼື ບໍ່ແມ່ນຊາຍຫຼືຍິງ ຊຶ່ງອ້າງວ່າ ການດູແລສຸຂະພາບຂອງພວກເຂົາເຈົ້າຖືກລະເມີດໂດຍຄຳສັ່ງຂອງປະທານາທິບໍດີ. ກຸ່ມລະດັບຊາດເພື່ອຄອບຄົວຂອງຄົນ LGBTQ+ ແລະ ອົງການແພດກໍເປັນຜູ້ຮ້ອງທຸກໃນຄະດີນີ້ ທີ່ຍື່ຄຳຮ້ອງທຸກຕໍ່ສານ ຊຶ່ງເປັນນຶ່ງໃນຄະດີຄວາມຫຼາຍຄະດີທີ່ຄັດຄ້ານດຳລັດປະທານາທິບໍດີ ຫຼາຍສະບັບທີ່ທ່ານ ທຣຳ ອອກນັ້ນ.
ຜູ້ພິພາກສາ ທ່ານ ແບຣນເດັນ ເຮີສັນ ຊຶ່ງໄດ້ຮັບການສະເໜີຊື່ໂດຍອະດີດປະທານາທິບໍດີ ໂຈ ໄບເດັນ ໄດ້ອະນຸມັດຄຳຮ້ອງຂອງຜູ້ຮ້ອງທຸກໃນການອອກຄຳສັ່ງຫ້າມຊົ່ວຄາວ ຫຼັງຈາກການພິຈາລະນາຄະດີໃນສານລັດຖະບານກາງ ໃນນະຄອນ ບອລຕິມໍ ລັດ ແມຣີແລນ. ຄຳຕັດສິນດັ່ງກ່າວ ຊຶ່ງມີຜົນບັງຄັບໃຊ້ເປັນເວລາ 14 ວັນ ຖືເປັນການລະງັບຄຳສັ່ງຂອງທ່ານ ທຣຳ ໃນລະຫວ່າງທີ່ຄະດີຍັງດຳເນີນຢູ່ ໂດຍຄຳສັ່ງຫ້າມດັ່ງກ່າວ ອາດຈະຂະຫຍາຍເວລາອອກໄປໄດ້.
ບໍ່ດົນຫຼັງຈາກເຂົ້າຮັບຕຳແໜ່ງ ທ່ານ ທຣຳ ກໍໄດ້ລົງນາມໃນດຳລັດປະທານາບໍດີທີ່ສັ່ງໃຫ້ໂຄງການປະກັນສຸຂະພາບທີ່ດຳເນີນການໂດຍລັດຖະບານກາງ ບໍ່ຄຸ້ມຄອງການດູແລ ທີ່ຄຳນຶງເຖິງເພດທີ່ລວມເຖິງປະກັນສຸຂະພາບ Medicaid ຊຶ່ງຄວບຄຸມການບໍລິການດັ່ງກ່າວ ໃນບາງລັດ ແລະ ປະກັນສຸຂະພາບ TRICARE ສຳລັບຄອບຄົວທະຫານ. ຄຳສັ່ງຂອງທ່ານ ທຣຳ ຍັງຮຽກຮ້ອງໃຫ້ກະຊວງຍຸດຕິທຳດຳເນີນຄະດີ ແລະ ອອກກົດໝາຍເພື່ອຕໍ່ຕ້ານການປະຕິບັດນີ້ດ້ວຍ.
ການຟ້ອງຮ້ອງດັ່ງກ່າວໄດ້ອ້າງເຖິງຫຼາຍກໍລະນີຈາກຄອບຄົວທີ່ເລົ່າເລື້ອງ ກ່ຽວກັບການນັດໝາຍທີ່ຖືກຍົກເລີກ ເນື່ອງຈາກສະຖາບັນທາງການແພດ ໄດ້ປະຕິບັດຕາມຄຳສັ່ງໃໝ່.
ທະນາຍຄວາມຂອງຜູ້ຮ້ອງທຸກໄດ້ໂຕ້ແຍ້ງວ່າ ດຳລັດປະທານາທິບໍດີຂອງທ່ານ ທຣຳ ນັ້ນ “ຜິດກົດໝາຍ ແລະ ຂັດຕໍ່ລັດຖະທຳມະນູນ” ເນື່ອງຈາກຄຳສັ່ງດັ່ງກ່າວ ພະຍາຍາມທີ່ຈະຍຶດເງິນທຶນຂອງລັດຖະບານກາງ ທີ່ລັດຖະສະພາອະນຸມັດໄວ້ກ່ອນໜ້ານີ້ ແລະ ເນື່ອງຈາກຄຳສັ່ງດັ່ງກ່າວ ລະເມີດກົດໝາຍຕໍ່ຕ້ານການເລືອກປະຕິບັດ ໃນຂະນະດຽວກັນ ກໍລະເມີດສິດທິຂອງຜູ້ປົກຄອງດ້ວຍ.
ອ່ານຂ່າວນີ້ເປັນພາສາອັງກິດ
A federal judge on Thursday temporarily blocked President Donald Trump's recent executive order aimed at restricting gender-affirming health care for transgender people under age 19.
The judge's ruling came after a lawsuit was filed earlier this month on behalf of families with transgender or nonbinary children who allege their health care has been compromised by the president's order. A national group for family of LGBTQ+ people and a doctors organization are also plaintiffs in the court challenge, one of many lawsuits opposing one of the many executive orders Trump has issued.
Judge Brendan Hurson, who was nominated by former President Joe Biden, granted the plaintiffs' request for a temporary restraining order following a hearing in federal court in Baltimore. The ruling, in effect for 14 days, essentially puts Trump's directive on hold while the case proceeds. The restraining order could also be extended.
Shortly after taking office, Trump signed an executive order directing federally run insurance programs to exclude coverage for gender-affirming care. That includes Medicaid, which covers such services in some states, and TRICARE for military families. Trump's order also called on the Department of Justice to vigorously pursue litigation and legislation to oppose the practice.
The lawsuit includes several accounts from families of appointments being canceled as medical institutions react to the new directive.
Attorneys for the plaintiffs argue Trump's executive order is "unlawful and unconstitutional" because it seeks to withhold federal funds previously authorized by Congress and because it violates anti-discrimination laws while infringing on the rights of parents.
ຟໍຣັມສະແດງຄວາມຄິດເຫັນ