ໃນການຕັດສິນທີ່ກ່ຽວຂ້ອງກັບການສືບສວນສອບສວນ ການໂຈມຕີຫໍລັດຖະສະ ພາ ສະຫະລັດ ເມື່ອວັນທີ 6 ມັງກອນ 2021 ຂອງສະພານັ້ນ, ຜູ້ພິພາກສາລັດຖະບານກາງ ໃນອາທິດນີ້ໄດ້ສະຫຼຸບວ່າ ມັນ “ມີຄວາມເປັນໄດ້ຫຼາຍກວ່າບໍ່ແມ່ນ” ວ່າອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ກໍ່ອາຊະຍາກຳລັດຖະບານກາງສອງອັນຕ່າງກັນ ອັນເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ຈະຕ່າວປີ້ນໄຊ ຊະນະຂອງທ່ານ ໂຈ ໄບເດັນ ໃນການເລືອກຕັ້ງປະທານາທິບໍດີປີ 2020.
ການຕັດສິນດັ່ງກ່າວຈາກທ່ານ ເດວິດ ໂອ ຄາເຕີ, ຜູ້ພິພາກສາສານປະຈຳເຂດ ສະຫະລັດ ສຳລັບເຂດສູນກາງຂອງເຂດພາກໃຕ້ລັດ ຄາລິຟໍເນຍ, ໄດ້ສະແດງຄວາມເປັນຫ່ວງຕໍ່ຄວາມພະຍາຍາມ ໂດຍໄອຍະການ ຈອນ ຊີ ອີສແມນ, ທີ່ປຶກສາຂອງອະດີດປະທານາທິບໍດີ, ທີ່ອ້າງວ່າເອກະສານບາງອັນທີ່ຖືກຊອກຫາໂດຍຄະນະກຳມະການ ທີ່ຖືກເລືອກໂດຍສະພາຕໍ່າ ສະຫະລັດ ເພື່ອສືບສວນສອບສວນການໂຈມຕີຫໍລັດຖະສະພາ ສະຫະລັດ ເມື່ອວັນທີ 6 ມັງກອນທີ່ຜ່ານມານັ້ນ ແມ່ນສິດທິພິເສດ, ວ່າຄະນະກຳມະການດັ່ງກ່າວບໍ່ໄດ້ໃຫ້ສິດຕໍ່ເຂົາເຈົ້າ.
ຄະດີດັ່ງກ່າວປະກອບມີເອກະສານ 111 ໜ້າ, ເຊິ່ງສ່ວນຫຼາຍ ຜູ້ພິພາກສາໄດ້ພິຈາລະນາວ່າ ຈະເປັນເອກະສານທີ່ບໍ່ແມ່ນສິດທິພິເສດ. ບັນດານັກສືບສວນສອບສວນສະພາໄດ້ໂຕ້ແຍ້ງວ່າ ເອກະສານທີ່ເຫຼືອ 11 ໃບ, ເຊິ່ງອາດໄດ້ເປັນສິດທິພິເສດພາຍໃຕ້ສະຖານະການປົກກະຕິນັ້ນ, ອາດໄດ້ຮັບການຍົກເວັ້ນການສໍ້ໂກງຄວາມຜິດ,” ເຊິ່ງຢືນຢັນວ່າເອກະສານທີ່ວ່ານັ້ນບໍ່ສາມາດຖືກພິຈາລະນາວ່າເປັນສິດທິພິເສດໄດ້ ຖ້າມັນຖືກສ້າງຂຶ້ນເພື່ອດຳເນີນການລະເມີດກົດໝາຍຕໍ່ໄປ.
ທ່ານ ຄາເຕີ ໄດ້ຕັດສິນວ່າ ນຶ່ງໃນເອກະສານທັງຫຼາຍແມ່ນມີຄວາມເປັນໄປໄດ້ວ່າຈະຖືກຍົກເວັ້ນຈາກການສໍ້ໂກງຄວາມຜິດ, ແຕ່ໃນການເຮັດແນວນັ້ນ, ທ່ານໄດ້ກ່າວຢ່າງຊັດເຈນວ່າ ທ່ານເຊື່ອວ່າ ຫຼັກຖານໃນຄະດີດັ່ງກ່າວ ໄດ້ສະເໜີວ່າ ທ່ານ ທຣຳ ໄດ້ກໍ່ອາຊະຍາກຳລັດຖະບານກາງ 2 ຢ່າງ.
ທ່ານ ຄາເຕີ ໄດ້ຂຽນວ່າ “ອີງຕາມຫຼັກຖານ, ສານໄດ້ພົບວ່າມັນມີຄວາມເປັນໄປໄດ້ຫຼາຍກວ່າວ່າບໍ່ແມ່ນວ່າ ປະທາ ນາທິບໍດີ ດໍໂນລ ທຣຳ ແລະ ດຣ. ອີສແມນ ໄດ້ສົມຮູ້ຮ່ວມຄິດຢ່າງບໍ່ຊື່ສັດ ເພື່ອຂັດຂວາງກອງປະຊຸມຮ່ວມຂອງສະພາໃນວັນທີ 6 ມັງກອນ 2021.”
ນອກຈາກນັ້ນ, ທ່ານໄດ້ຂຽນວ່າ, “ອີງຕາມຫຼັກຖານ, ສານໄດ້ພົບວ່າມັນມີຄວາມເປັນໄປໄດ້ຫຼາຍກວ່າບໍ່ແມ່ນວ່າ ປະທານາທິບໍດີ ທຣຳ ໄດ້ພະຍາຍາມຢ່າງບໍ່ຖືກ ຕ້ອງທີ່ຈະຂັດຂວາງກອງປະຊຸມຮ່ວມຂອງສະພາໃນວັນທີ 6 ມັງກອນ 2021.”