ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ພິ​ພາກສາລັດຖະບານກາງ ຂັດຂວງນະໂຍບາຍຂໍລີ້ໄພ ຂອງທ່ານໄບເດັນ ບັດນີ້ ແມ່ນຫຍັງຈະເກີດຂຶ້ນ? 


ພວກທະຫານຍາມ ໂອ້ລົມກັບ ຄົນເຂົ້າເມືອງ ທີ່ພະຍາຍາມຂ້າມເຂົ້າມາເຂດຊາຍແດນ the Rio Grande ຈາກເມັກຊິໂກ ເຂົ້າສູ່ສະຫະລັດ ຢູ່ລັດເທັກຊັສ ວັນທີ 11 ກໍລະກົດ 2023
ພວກທະຫານຍາມ ໂອ້ລົມກັບ ຄົນເຂົ້າເມືອງ ທີ່ພະຍາຍາມຂ້າມເຂົ້າມາເຂດຊາຍແດນ the Rio Grande ຈາກເມັກຊິໂກ ເຂົ້າສູ່ສະຫະລັດ ຢູ່ລັດເທັກຊັສ ວັນທີ 11 ກໍລະກົດ 2023

ຜູ້​ພິ​ພາກ​ສາລັດຖະບານກາງໄດ້​ຂັດ​ຂວາງ​ຕໍ່ກົດລະບຽບຂໍລີ້ໄພຂອງລັດຖະບານທ່ານໄບເດັນ ສຳລັບພວກຄົນເຂົ້າເມືອງຢູ່ຊາຍແດນສະຫະລັດ​ຕິດ​ກັບເມັກຊິໂກ.

ຢູ່ໃນການຕັດສິນຂອງທ່ານໃນວັນອັງຄານທີ່ຜ່ານມາ ຜູ້ພິພາກສາເຂດສະຫະລັດ ທ່ານຈອນ ທິກາ ຢູ່ເມືອງ​ໂອກແລນ ລັດຄາລິຟໍເນຍ ໄດ້ເຫັນວ່າກົດລະບຽບນີ້ບໍ່ຖືກຕ້ອງຕາມກົດໝາຍ ​ໂດຍກ່າວວ່າ ເຂົາເຈົ້າ​ກຳ​ນົດ​ເງື່ອນ​ໄຂ​ໃຫ້ແກ່ບັນດາຜູ້​ຂໍລີ້ໄພ ທີ່ບໍ່ໄດ້ຕັ້ງໃຈໂດຍລັດຖະສະພາ.

“ການຕັດສິນນີ້ເ​ປັນໄຊຊະນະ ແຕ່ວ່າ ແຕ່ລະມື້ລັດຖະບານທ່ານໄບເດັນ​ໄດ້ແກ່ ຍາວການຕໍ່ສູ້ກ່ຽວກັບການຫ້າມທີ່ຜິດກົດໝາຍ ຫລາຍຄົນພາກັນຫລົບໜີການປະ​ຫັດ​ປະ​ຫານ ແລະຊອກຫາບ່ອນຢູ່​ທີ່ປອດໄພສຳ​ລັບຄອບຄົວເຂົາເຈົ້າ ແທນ ທີ່ພາກັນປ່ອຍໃຫ້ຢູ່ໃນອັນຕະລາຍ” ທ່ານນາງກາຕຣີນາ ເອແລນ ຮອງຜູ້ອຳ ນວຍການ ALCU’s ຊຶ່ງ​ເປັນໂຄງການສິດທິຄົນເຂົ້າເມືອງ ຜູ້ທີ່ໄດ້ໂຕ້ຖຽງຄະດີ ຢູ່ໃນຖະແຫລງການຕໍ່ສື່​ມວນ​ຊົນ.

ການຕັດສິນຂອງທ່ານທິກາ ກຳລັງໂຈະ 14 ມື້ ເພື່ອໃຫ້ເວລາແກ່ລັດຖະບານຂໍອຸທອນ. ການ​ຂໍອຸທອນດັ່ງກ່າວຄາດວ່າຈະມີ​ຂຶ້ນຢູ່ສານອຸທອນເຂດ 9 ຂອງສະ ຫະລັດ.

“ບໍ່ມີການປ່ຽນແປງສຳລັບ 14 ມື້ ແລະພວກເຮົາລໍຖ້າເບິ່ງວ່າ ສານອຸທອນເຂດ 9 ກ່າວວ່າ “ການຫ້າມຂໍລີ້ໄພສືບຕໍ່ ໃນຂະນະທີ່ພວກເຮົາບັນລຸການຕັດສິນ” ທ່ານນາງປຣິສຊິລລາ ອໍຕາ ທະນາຍຄວາມຄົນເຂົ້າເມືອງ ໃນເມືອງບຣາວສວິລ ລັດເທັກຊັສ ໄດ້ກ່າວຕໍ່ ວີໂອເອ.

ອ່ານຂ່າວນີ້ເປັນພາສາອັງກິດ.

XS
SM
MD
LG