ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກພະນັກງານໜ່ວຍ ກູ້ໄພສຸກເສີນ ຂອງ ສຫລ ຍົກລະດັບ ຄວາມກຽມພ້ອມ ສໍາລັບສະພາບສຸກເສີນ ໃນຂັ້ນສູງທີ່ສຸດ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຖະແຫລງຕໍ່ປະເທດຊາດ ກ່ຽວກັບ ການລະບາດ ຂອງໄວຣັສໂຄໂຣນາ ຢູ່ທີ່ທຳນຽບຂາວ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຖະແຫລງຕໍ່ປະເທດຊາດ ກ່ຽວກັບ ການລະບາດ ຂອງໄວຣັສໂຄໂຣນາ ຢູ່ທີ່ທຳນຽບຂາວ.

ອົງການຄຸ້ມຄອງພາວະສຸກເສີນຂອງລັດຖະບານກາງ ໄດ້ຍົກລະດັບສະພາບການ ຂຶ້ນສູ່
ຂັ້ນສູງສຸດ ໃນທົ່ວປະເທດ ແລະປະທານາທິບໍດີ ດໍໂນລ ທຣຳ ພວມໃຊ້ອຳນາດປະຈຳ
ຕຳແໜ່ງ ເພີ້ມຕື່ມ ເພື່ອຮັບມືກັບການລະບາດຂອງໄວຣັສໂຄໂຣນາໃນທົ່ວໂລກ.

“ພວກເຮົາຈະນໍາໃຊ້ກົດໝາຍວ່າດ້ວຍການຜະລິດເພື່ອກະຊວງປ້ອງກັນປະເທດ ໃນ
ກໍລະນີ ທີ່ພວກເຮົາຈຳເປັນຕ້ອງໃຊ້ມັນ” ທ່ານທຣຳ ໄດ້ປະກາດໄປ ຢູ່ທີ່ກອງປະຊຸມ
ຖະແຫລງຂ່າວ ໃນວັນພຸດວານນີ້ ຢູ່ໃນຫ້ອງແຈ້ງການຂອງທຳນຽບຂາວ.

ກົດໝາຍນີ້ ເປັນແຫລ່ງຕົ້ນຕໍຂອງອຳນາດຕຳແໜ່ງປະທານາທິບໍດີ ເພື່ອທີ່ຈະເລັ່ງ ແລະ
ຂະຫຍາຍໃນການຕອບສະໜອງຊັບພະຍາກອນຕ່າງໆ ຈາກຖານແຫຼ່ງດ້ານອຸດສາຫະ
ກຳທັງຫຼາຍຂອງປະເທດ ໃຫ້ສະໜັບສະໜູນໃນການປ້ອງກັນຊາດ. ໃນກໍລະນີນີ້ມັນຈະ
ອຳນວຍໃຫ້ມີ ການຜະລິດໜ້າກາກຫຼາຍຂຶ້ນຕື່ມ ແລະອຸປະກອນທີ່ຈຳເປັນອື່ນໆອີກ.

ທ່ານປະທານາທິບໍດີ ຍັງໄດ້ປະກາດອີກວ່າກຳປັ່ນໂຮງໝໍຂອງກອງທັບສະຫະລັດ 2 ລຳ
ແມ່ນຈະຖືກນຳມາປະຈຳການ ໂດຍລຳນຶ່ງ ຈະສົ່ງໄປລັດນິວຢອກ ແລະອີກລຳນຶ່ງ ຈະສົ່ງ
ໄປສະຖານທີ່ທີ່ຍັງບໍ່ໄດ້ພິຈາລະນາເທື່ອ. ສ່ວນໂຮງໝໍສະໜາມແລະໂຮງໝໍທີ່ຕິດຕັ້ງຂຶ້ນ
ແບບເລັ່ງລັດຂອງກອງທັບສະຫະລັດ ຍັງຖືກກຽມພ້ອມໄວ້ ສຳລັບຄຳສັ່ງໃຫ້ປະຕິບັດການ
ອີງຕາມການກ່າວປະກາດຂອງທ່ານມາກ ແອັສເປີ ລັດຖະມົນຕີກະຊວງປ້ອງກັນປະເທດ.

ນອກຈາກນັ້ນແລ້ວ ທ່ານລັດຖະມົນຕີ ໄດ້ກ່າວວ່າ ກອງທັບ ຈະນຳເອົາເຄື່ອງຊ່ອຍຫາຍ
ໃຈ N95 ເຖິງ 5 ລ້ານເຄື່ອງ ແລະໜ້າກາກສຳລັບຜ່າຕັດທັງຫຼາຍ ເອົາອອກມາໃຫ້ພວກ
ພົນລະເຮືອນທີ່ເປັນພະນັກງານສາທາລະນະສຸກ ແລະພວກພະນັກງານສຸກເສີນອື່ນໆ
ໃຊ້.

ຊຶ່ງທ່ານທຣຳ ກໍໄດ້ກ່າວໄປວ່າ “ພວກເຮົາຕ້ອງການໜ້າກາກຫຼາຍລ້ານອັນ. ທັງໝົດນັ້ນ
ຈະຖືກສັ່ງເອົາ.”

ທ່ານທຣຳ ກ່າວຕໍ່ບັນດານັກຂ່າວຢູ່ທຳນຽບຂາວ ໃນລະຫວ່າງກອງປະຊຸມແຈ້ງການ ເມື່ອ
ຕອນກາງເວັນ ພ້ອມກັບບັນດາສະມາຊິກຄະນະຮັບຜິດຊອບເລື້ອງ ໄວຣັສໂຄໂຣນາຂອງ
ລັດຖະບານທ່ານ ວ່າ “ພວກເຮົາກຳລັງສັ່ງເຄື່ອງຊ່ອຍຫາຍໃຈ ຫຼາຍພັນ ແລະຫຼາຍໆພັນ
ເຄື່ອງ.”

ສ່ວນຮອງປະທານາທິບໍດີ ທ່ານໄມຄ໌ ເພັນສ໌ ຜູ້ທີ່ເປັນຫົວໜ້ານຳພາຄະນະດັ່ງກ່າວ ກໍໄດ້
ເປີດເຜີຍວ່າ ສາງເກັບເຄື່ອງທັງຫຼາຍຂອງລັດຖະບານ ມີເຄື່ອງຊ່ອຍຫາຍໃຈ ຫຼາຍກວ່າ
10,000 ເຄື່ອງ ທີ່ໄດ້ສະສົມໄວ້.

ອ່ານຂ່າວນີ້ຕື່ມ ເປັນພາາສາອັງກິດ

XS
SM
MD
LG