ເຈົ້າໜ້າທີ່ສັນຕິບານກາງ ຫລື ເອັຟບີໄອ (FBI) ໄດ້ຈັບຜູ້ຊາຍອາເມຣິກາຄົນນຶ່ງ ທີ່
ຖືກກ່າວຫາວ່າວາງແຜນໂຈມຕີແບບກໍ່ການຮ້າຍ ຢູ່ສະຖານທີ່ທ່ອງທ່ຽວທີ່ຄົນນິ
ຍົມໄປກັນຫລາຍໃນນະຄອນແຊນແຟຣນ ຊິສໂກ ທີ່ຈະມີຂຶ້ນໃນວັນບຸນຄຣິສມັສນີ້.
ບັນດາເຈົ້າໜ້າທີ່ສັນຕິບານກາງ ໄດ້ປະກາດໃນວັນສຸກວານນີ້ວ່າ ເຂົາເຈົ້າໄດ້ຈັບທ້າວ
ເອເວີຣິດ ອາເອຣອນ ເຈເມີສັນ (Everitt Aaron Jameson) ອາຍຸ 26 ປີ ຢູ່ເມືອງ
ໂມແດສໂຕ (Modesto) ລັດຄາລິຟໍຣເນຍໃນຕອນຕົ້ນໆ ອາທິດນີ້.
ທ້າວເຈເມີສັນ ໄດ້ບອກສາຍລັບຂອງ FBI ວ່າ ລາວໄດ້ວາງແຜນທີ່ຈະແນເປົ້າໝາຍ
ໃສ່ເຂດຂົວຍ່າງຍື່ນອອກໄປກາງທະເລ 39 ທີ່ມີນັກທ່ອງທ່ຽວໄປຢ່າງຄັບຄາໜາແໜ້ນ
ໃນນະຄອນແຊນແຟຣນຊິສໂກ ໂດຍການບີບຄະນວນລະເບີດຢູ່ທາງໄກ ແລະຫລັງ
ຈາກນັ້ນກໍຈະຍິງຄົນດ້ວຍອາວຸດປືນໂອໂຕມາຕິກ ໃນຂະນະທີ່ພວກເຂົາເຈົ້າພາກັນ
ແລ່ນໜີ.
ອີງຕາມບັນທຶກຂອງ FBI ນັ້ນ ທ້າວເຈເມີສັນ ໄດ້ເລືອກເອົາສະຖານທີ່ດັ່ງກ່າວກໍເພາະ
ວ່າລາວໄດ້ໄປເຫັນບ່ອນນັ້ນກ່ອນໜ້ານີ້ ແລະກໍຮູ້ວ່າມັນເປັນບ່ອນທີ່ມີຄົນໄປຢູ່ຫັ້ນຢ່າງ
ໜາແໜ້ນ. ລາວຍັງໄດ້ບອກແກ່ເຈົ້າໜ້າທີ່ FBI ໃນມື້ວັນຈັນຊຶ່ງເປັນວັນບຸນຄຣິສມັສ ຈະ
ເປັນ “ວັນທີ່ເໝາະສົມທີ່ສຸດເລີຍ” ສໍາລັບການໂຈມຕີດັ່ງກ່າວ. ລາວເວົ້າວ່າ ລາວບໍ່ມີແຜນ
ທີ່ຈະຫລົບໜີ “ເພາະວ່າລາວພ້ອມແລ້ວທີ່ຈະຕາຍ.”
ໃນຄໍາຟ້ອງຮ້ອງທາງຄະດີອາຍາຍັງເວົ້າວ່າ ທ້າວເຈເມີສັນ “ໃຫ້ມີຄວາມຄໍາເຊື່ອຕໍ່ພວກ
ຫົວຮຸນແຮງ ຈີຮາດ ຢ່າງແຮງ ຊຶ່ງລວມທັງການອອກຄໍາສັ່ງໃຫ້ມີການລົງຄໍາເຫັນຢູ່ໃນສື່
ສັງຄົມ ອອນລາຍທີ່ໃຫ້ການສະໜັບສະໜູນການກໍ່ການຮ້າຍ, ສື່ສານກັບຄົນທີ່ລາວເຊື່ອ
ວ່າ ມີແນວຄິດແບບດຽວກັບລາວກ່ຽວກັບພວກຈີຮາດ ແລະສະເໜີວ່າຈະໃຫ້ການຮັບໃຊ້
ພວກຄົນທີ່ເປັນເຊັ່ນນັ້ນ.”
ໃນຕົ້ນອາທິດນີ້ ຍັງມີຄໍາຟ້ອງຮ້ອງທີ່ເວົ້າວ່າ ທ້າວເຈເມີສັນບອກເຈົ້າໜ້າທີ່ີວ່າລາວໄດ້
ມີສອງຈິດສອງໃຈກ່ຽວກັບການວາງແຜນກໍ່ການຮ້າຍດັ່ງກ່າວ. ແຕ່ເມື່ອຮອດເວລານັ້ນ
ເອກກະສານເວົ້າວ່າ ພວກເຈົ້າໜ້າທີ່ມີຫລັກຖານພຽງພໍທີ່ຈະກວດຄົ້ນເຮືອນຂອງລາວ.
ພວກເຈົ້າໜ້າທີ່ກ່າວວ່າເຂົາເຈົ້າໄດ້ພົບເຫັນໜັງສືຂຽນໄວ້ກ່ອນຂ້າໂຕຕາຍຢູ່ເຮືອນຂອງ
ທ້າວເຈີເມີສັນ ພ້ອມທັງປືນຍາວຫລາຍກະບອກ, ປືນສັ້ນນຶ່ງກະບອກ, ລະເບີດຕ່າງໆ
ແລະ ຄຳ ພິປາດຖະໜາ ແລະຄໍາຖະແຫລງການສຸດທ້າຍ. ໜັງສືຂຽນໄວ້ກ່ອນຂ້າໂຕຕາຍ
ຂອງລາວລວມມີການປະນາມແຜນການຂອງປະທານາທິບໍດີ ດໍໂນລ ທຣໍາທີ່ຮັບຮູ້ເຈຣູຊາ
ແລັມວ່າ ເປັນນະຄອນຫລວງຂອງອິສຣາແອລ.