ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ່ວຍເຫຼືອ ລັດຖະບານກາງ ກຳລັງຖືກສົ່ງໄປໃຫ້ລັດ ເທັກຊັສ ທີ່ປະສົບບັນຫາ ຫຼັງຈາກພາຍຸຫິມະ


ນໍ້າບໍລິຈາກກຳລັງຖືກຢາຍໃຫ້ປະຊາຊົນ, ນະຄອນ ຮູສຕັນ, ລັດ ເທັກຊັສ. 18 ກຸມພາ, 2021.
ນໍ້າບໍລິຈາກກຳລັງຖືກຢາຍໃຫ້ປະຊາຊົນ, ນະຄອນ ຮູສຕັນ, ລັດ ເທັກຊັສ. 18 ກຸມພາ, 2021.

ການຊ່ວຍເຫຼືອຂອງລັດຖະບານກາງແມ່ນກຳລັງຖືກສົ່ງໄປລັດ ເທັກຊັສ ແລະ ລັດອື່ນໆ ທ່າມກາງພາຍຸລະດູໜາວທີ່ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 1 ລ້ານ ຄົນໜາວສັ່ນໃນຄວາມມືດ ຫຼັງຈາກເຄືອຂ່າຍການສົ່ງໄຟຟ້າອິດສະຫຼະຂອງລັດ ນັ້ນ ໄດ້ປະສົບກັບຄວາມລົ້ມແຫຼວ. ລັດ ອາລາບາມາ ແລະ ຫຼຸຍເຊຍນາ ກໍໄດ້ປະສົບກັບໄຟຟ້າມອດຢ່າງກວ້າງຂວາງເຊັ່ນກັນ.

ລັດຖະບານປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແມ່ນ “ກຳລັງເຮັດວຽກດ້ວຍທຸກວິທີທາງທີ່ພວກເຮົາມີໃນການໃຊ້ຈ່າຍຜ່ານລັດຖະບານກາງ ເພື່ອໃຫ້ໄດ້ການຊ່ວຍເຫຼືອຕໍ່ປະຊາຊົນລັດ ເທັກຊັສ,” ອີງຕາມການກ່າວຂອງໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໃນວັນພະຫັດວານນີ້.

ການຊ່ວຍເຫຼືອຈາກອົງການຄຸ້ມຄອງພາວະສຸກເສີນລັດຖະບານກາງນັ້ນ ລວມມີເຄື່ອງຈັກໄຟຟ້າ 60 ໜ່ວຍໃຫ້ໂຮງໝໍ ແລະ ສະຖານທີ່ຜະລິດນໍ້າປະປາ, ນໍ້າ 729,000 ລິດ, ຜ້າຫົ່ມ 60,000 ຜືນ ແລະ ອາຫານ 225,000 ເຍື່ອງ. ອີງຕາມການກ່າວຂອງທີ່ປຶກສາດ້ານຄວາມປອດໄພພາຍໃນປະເທດຂອງທຳນຽບຂາວ ທ່ານນາງ ລິສ ເຊີຫວູດ ແຣນດອລ.

ໃນຂໍ້ຄວາມທີ່ກ່າວຢໍ້າເຖິງການຊ່ວຍເຫຼືອຂອງອົງການ FEMA ນັ້ນ, ທ່ານ ໄບເດັນ ໄດ້ກ່າວວ່າ ທ່ານພ້ອມແລ້ວທີ່ຈະສະໜອງການຮຽກຮ້ອງຕື່ມອີກ ສຳລັບການຊ່ວຍເຫຼືອຈາກຜູ້ປົກຄອງລັດ ເທັກຊັສ, ໂອກລາໂຮມາ ແລະ ລັດອື່ນໆ. ຂໍ້ຄວາມໃນທວິດເຕີຂອງທ່ານໄດ້ຈົບລົງດ້ວຍ “ກະລຸນາເອົາໃຈໃສ່ກັບການຊີ້ນຳຂອງບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ແລະ ເບິ່ງແຍງຕົນເອງ.”

ໂຮງງານໄຟຟ້າທຸກແຫ່ງໃນລັດ ເທັກຊັສ ແມ່ນໄດ້ເຮັດວຽກຄືນອີກຄັ້ງ, ແຕ່ 325,000 ຄົວເຮືອນ ແມ່ນຍັງບໍ່ມີໄຟຟ້າໃຊ້ຍ້ອນສາຍໄຟຟ້າທີ່ຂາດ ແລະ ບັນຫາອື່ນໆ, ອີງຕາມການກ່າວຂອງຜູ້ປົກ ຄອງລັດ ທ່ານ ເກຣັກ ແອບບັອດ, ຜູ້ທີ່ຍັງໄດ້ປະກາດວ່າ ປະຊາຊົນລັດ ເທັກຊັສ ຫຼາຍກວ່າ 13 ລ້ານຄົນ ບໍ່ມີ ນໍ້າໃຊ້.

ປະຊາຊົນຫຼາຍພັນຄົນໃນລັດ ເທັກຊັສ, ເຊິ່ງແມ່ນລັດທີ່ໃຫຍ່ສຸດເປັນອັນດັບສອງຂອງປະເທດນັ້ນ, ໄດ້ລຽນແຖວໃນອຸນຫະພູມແຂງກະດ້າງ, ເຊິ່ງລັດດັ່ງກ່າວຈະປະເຊີນດົນໆຄັ້ງນຶ່ງ, ເພື່ອຮັບເອົາແກັສ ແລະ ນໍ້າ.

ອຸນຫະພູມໜາວຍັງໄດ້ເຮັດໃຫ້ທໍ່ນໍ້າໃນເຮືອນແຕກ. ສຳລັບຫຼາຍຄົນຜູ້ທີ່ຍັງມີລະບົບນໍ້າເຮັດວຽກຢູ່ນັ້ນ, ນໍ້າແມ່ນບໍ່ປອດໄພ ສຳລັບການດື່ມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG