ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ກ່າວ​ວ່າ ​ການ​ຂະຫຍາຍ​ຕົວ​ ຂອງເສດຖະກິດ​ ​​ເລີ້ມ ຟື້ນ​ຕົວຄືນ (ວີດີໂອ)


US Central Bank Lowers Growth Forecast But Says Economy Rebounding
please wait

No media source currently available

0:00 0:01:51 0:00

Shaqaale gargaar oo sida canug yar oo ku dhaawacmay dhulgariirkii shalay ku dhuftay waqooyiga Afghanistan, magaalada Jalalabad ee dalka Afghanistan.

ທະນາຄານ​ກາງ​ສະຫະລັດ ກ່າວ​ວ່າ ​ການ​ຂະຫຍາຍ​ຕົວ​ຂອງ
ເສດຖະກິດ​ໃນ​ສະຫະລັດ ​ໄດ້​ເລີ້ມຟື້ນ​ຕົວ ຫຼັງຈາກໄດ້ຢຸດ​ສະ​ງັກ
ລົງ ໃນລະຍະສອງສາມເດືອນ ​ຕົ້ນປີ​ນີ້.

ແຕ່​ແນວໃດກໍຕາມ ບັນດາເຈົ້າໜ້າ​ທີ່​ຂັ້ນສູງ ຂອງທະນາຄານ​ກາງ​
ສະຫະລັດ ຍັງຕັດການທຳນາຍກ່ຽວກັບການ​ຂະຫຍາຍ​ຕົວຂອງ​
ເສດຖະກິດ ໃນ​ປີ​ນີ້ ຢູ່ໃນລະຫວ່າງກາຍ 2 ​ເປີ​ເຊັນ​ໜ້ອຍນຶ່ງ.

​ບັນດາ​ເຈົ້າໜ້າ​ທີ່ດັ່ງກ່າວ ​ເວົ້າວ່າ ຕະຫລາດ​ວຽກ​ງານຍັງສືບຕໍ່
ດີຂຶ້ນ​ເຖິງ​ແມ່ນ​ວ່າ ປະ​ທານທະນາຄານ​ກາງ​ ທ່ານ​ນາງ Janet
Yellen ກ່າວ​ວ່າ ອັດຕາ​ຄົນຫ​ວ່າງ​ງານ ​ແມ່ນ​ຍັງ​ສູງ​ເກີນ​ໄປຢູ່.
​ແຕ່​ທ່ານ​ນາງ ​ເວົ້າວ່າ ​ເສດຖະກິດ ​ທີ່​ມີ​ການ​ຫົດ​ຕົວ​ ໃນລະຫວ່າງ​ ເດືອນມັງກອນ ຫາ
​ເດືອນມີນາ ​ໄດ້​ສິ້ນສຸດ​ແລ້ວ.

ທ່ານນາງ Yellen ເວົ້າວ່າ “ຄະນະ​ກຳມະການ ຍັງ​ເຊື່ອ​ວ່າ ກິ​ດຈະ​ກຳ​ຂອງ​
ເສດຖະກິດ ​ກຳລັງ​ຟື້ນຕົວຄືນ ​ໃນໄຕ​ມາດປັດຈຸບັນ​ນີ້ ​ແລະ​ ຈະ​ສືບ​ຕໍ່​
ຂະຫຍາຍຕົວ​ອອກ ​ໃນ​ລະດັບ​ປານ​ກາງ ຕໍ່​ຈາກ​ນັ້ນ​ໄປ.”


ທ່າ​ນນາງ​ໄດ້​ໃຫ້ຄວາມເຫັນດັ່ງກ່າວ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ພຸດ​ວານ​ນີ້ ຫຼັງ ຈາກ​ໄດ້​
ມີ​ການ​ພົບ​ປະ​ກັບບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ​ ຂອງທະນາຄານ​ກາງ​ສະຫະລັດ ຊຶ່ງ​
ໄດ້ຕັດສິນ​ໃຈ ສືບ​ຕໍ່ຄ່ອຍໆ​ຫລຸດຜ່ອນຄວາມ​ພະຍາຍາມ​ ​ເພື່ອ​ກະ​ຕຸ້ນ​ເສດຖະກິດ
ດ້ວຍ​ການ​ຊື້​ພັນທະບັດ​ນັ້ນ.

​ແຕ່​ແນວໃດກໍຕາມ ບັນດາເຈົ້າໜ້າ​ທີ່​ ກ່າວ​ວ່າ ​ເຄື່ອງມື​ອີກອັນນຶ່ງ ​ເພື່ອເສີມຄວາມ
ເຂັ້ມແຂງໃຫ້ແກ່​ເສດຖະກິດ ​ຄືດອກ​ເບ້ຍ​ທີ່​ຕ່ຳ​ສຸດ​ເປັນ​ປະຫວັດ​ການນັ້ນ ຈະ​ຍັງ
ນຳ​ໃຊ້​ຢູ່​ຕໍ່ໄປ ອີກຊົ່ວລະຍະນຶ່ງ.

ບັນດາ​ນັກຊ່ຽວຊານກ່ຽວກັບທະນາຄານ​ກາງ​ສະຫະລັດຄາດ​ວ່າ ອັດຕາ​ ເງິນ​ເຟີ້​
ຈະ​ສູງຂຶ້ນນ້ອຍ​ນຶ່ງ ​ແລະເກືອບໃກ້ຈະຮອດລະດັບ 2 ​ເປີ​ເຊັນຕໍ່ ປີ ຊຶ່ງ​ເຂົາ​ເຈົ້າຄິດ​
ວ່າ​ ເປັນ​ລະ​ດັບ​ທີ່​ດີ​ ສຳລັບ​ເສດຖະກິດນັ້ນ.
XS
SM
MD
LG