ຄວາມຢ້ານກົວຢ່າງຕໍ່ເນື່ອງໃນບັນດານັກລົງທຶນ ກ່ຽວກັບ ຜົນກະທົບທາງເສດຖະກິດຈາກ ໄວຣັສໂຄໂຣນາ ນັ້ນໄດ້ເຮັດໃຫ້ ລາຄາຕະຫຼາດຮຸ້ນຂອງ ສະຫະລັດ ຕົກຕ່ຳຢ່າງຫຼວງຫຼາຍໃນວັນອັງຄານວານນີ້, ແມ່ນກະທັ້ງຫຼັງຈາກທະນາຄານກາງ ໄດ້ປະກາດການຕັດອັດຕາດອກເບ້ຍສຸກເສີນກໍຕາມ.
ປະທານທະນາຄານກາງ ທ່ານ ເຈໂຣມ ພາວໂວ ໄດ້ກ່າວໃນການອະທິບາຍ ກ່ຽວກັບ ການຕັດສິນໃຈຂອງທະນາຄານກາງທີ່ຈະຕັດ 0.5 ເປີເຊັນຂອງອັດຕາດອກເບ້ຍລົງຕໍ່ຂອບເຂດເປົ້າໝາຍຂອງ 1 ເປີເຊັນ ຫາ 1.25 ເປີເຊັນວ່າ” ພວກເຮົາໄດ້ເຫັນຄວາມສ່ຽງຕໍ່ອະນາຄົດສຳລັບເສດຖະກິດ ແລະ ໄດ້ເລືອກທີ່ຈະທຳການດຳເນີນການ.”
ແນວໃດກໍຕາມ, ການຕັດສິນໃຈຂອງທະນາຄານກາງບໍ່ໄດ້ສ້າງຄວາມພໍໃຈໃຫ້ບັນດາພໍ່ຄ້າ ຫຼື ປະທານາທິບໍດີ ດໍໂນລ ທຣຳ.
ຫຼັງຈາກການເພີ່ມຂຶ້ນເປັນເວລາບໍ່ດົນໃນທິດທາງທີ່ເປັນແງ່ບວກນັ້ນ, ດັດສະນີຕະຫຼາດຮຸ້ນທີ່ສຳຄັນຕ່າງໆກໍໄດ້ຕົກລົງອີກຄັ້ງນຶ່ງ. ຕະຫຼາດຮຸ້ນອຸດສາຫະກຳ ດາວ ໂຈນສ໌ ໄດ້ປິດດ້ວຍ 788 ຈຸດ, ເຊິ່ງຫຼຸດລົງເກືອບ 3 ເປີເຊັນ.
ທ່ານ ທຣຳ ໄດ້ກ່າວໃນຄຳປາໄສຕໍ່ກອງປະຊຸມໃຫຍ່ສະມາຄົມນິຕິບັນຍັດເມືອງແຫ່ງຊາດ ລຸນຫຼັງການດຳເນີນການຂອງທະນາຄານກາງວ່າ “ພວກເຮົາຄວນຈ່າຍເງິນໜ້ອຍລົງ. ອັດຕາດອກເບ້ຍຂອງທະນາຄານກາງແມ່ນສູງໂພດ.”
ໃນທວິດເຕີ, ທ່ານປະທານາທິບໍດີໄດ້ຮຽກຮ້ອງໃຫ້ທຳ “ການຫຼຸດຜ່ອນລົງ ແລະ ຕັດລົງຕື່ມ.”
ຜູ້ປົກຄອງລັດ ນິວຢອກ ທ່ານ ແອນດຣູ ຄູໂອໂມ ໄດ້ປະກາດການຢືນຢັນການຕິດເຊື້ອ COVID-19 ກໍລະນີທີສອງໃນລັດຂອງທ່ານໃນວັນອັງຄານວານນີ້. ຜູ້ຊາຍອາຍຸ 50 ປີທີ່ຕິດເຊື້ອນັ້ນແມ່ນບໍ່ໄດ້ເດີນທາງໄປ ຈີນ ຫຼື ປະເທດອື່ນໆ ທີ່ຖືກປົກຄຸມໂດຍການແຜ່ລະບາດຂອງໄວຣັສໂຄໂຣນາ.
ທ່ານ ທຣຳ ໄດ້ເລັ່ງໃຫ້ທຳການພັດທະນາ ແລະ ສົ່ງອອກຢາຢ່າງວ່ອງໄວ, ເຊິ່ງທ່ານໄດ້ທຳການປຶກສາຫາລືກັບບັນດາຜູ້ບໍລິຫານບໍລິສັດການຢາ ຜູ້ທີ່ໄດ້ເດີນທາງໄປທຳນຽບຂາວໃນວັນຈັນທີ່ຜ່ານມາ.
ການຈັດສົ່ງຢາດັ່ງກ່າວແມ່ນຈະໃຊ້ເວລາຢ່າງໜ້ອຍນຶ່ງປີ ຫາ ນຶ່ງປີເຄິ່ງ, ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການຂອງສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດ ໄດ້ກ່າວຕໍ່ບັນດາສະມາຊິກສະພາສູງ ສະຫະລັດ ໃນວັນອັງຄານວານນີ້.
ໃນການໃຫ້ການຕໍ່ສະພາສູງນັ້ນ, ຫົວໜ້າຂອງອົງການອາຫານ ແລະ ຢາ ສະຫະລັດ, ດຣ. ສເຕເຟັນ ຮານ, ໄດ້ກ່າວວ່າ ອົງການດັ່ງກ່າວໄດ້ເຮັດວຽກັບບໍລິສັດເອກະຊົນແຫ່ງນຶ່ງ ເພື່ອຜະລິດອຸປະກອນທົດສອບຫຼາຍເຖິງ 2,500 ອັນໃຫ້ຫ້ອງທົດລອງຕ່າງໆພາຍໃນທ້າຍອາທິດນີ້.
ການແນະນຳໃໝ່ໄດ້ຖືກປະກາດໂດຍສູງກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ເພື່ອເຮັດໃຫ້ມັນມີຄວາມກະຈ່າງແຈ້ງວ່າ ປະຊາຊົນ ອາເມຣິກັນ ທຸກຄົນ ສາມາດຖືກກວດກາໂດຍບໍ່ມີຂໍ້ຫ້າມ “ຕາມຄຳສັ່ງຂອງບັນດາແພດໝໍ,” ອີງຕາມການປະກາດຂອງຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໃນກອງປະຊຸມລາຍງານທີ່ບໍ່ໄດ້ອອກອາກາດໃນຕອນແລງວັນອັງຄານວານນີ້.
ບັນດາຜູ້ຊ່ຽວຊານດ້ານການແພດໃນທົ່ວປະເທດໄດ້ຕຳໜິ ກ່ຽວກັບ ການຂາດການທົດລອງທີ່ພຽງພໍ ແລະ ຂໍ້ຜິດພາດຂອງບັນດາເຈົ້າໜ້າທີ່ລັດຖະບານກາງ, ລວມທັງຄວາມຜິດພາດໃນການທົດລອງກວດກາເບື້ອງຕົ້ນ ແລະ ການຫ້າມກວດໂຣກທີ່ກວ້າງຂວາງ.