ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານກາງ ສະຫະລັດ ອາດຈະກະຕຸ້ນ ເສດຖະກິດຄັ້ງໃໝ່


ທະນາຄານກາງ ສະຫະລັດ
ທະນາຄານກາງ ສະຫະລັດ
ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ຂອງ​ທະ​ນາ​ຄານກາງສະຫະລັດ ​ໄດ້ໃຫ້​ສັນຍານ​ໃນ​ວັນ​ພຸດ​ນີ້​ວ່າ ​ເຂົາ​ເຈົ້າອາດ​ຈະລິ​ເລີ້ມ​ການພະຍາຍາມຄັ້ງ​ໃໝ່ ​ເພື່ອກະຕຸກ​ຊຸກ​ຍູ້​ເສດ ຖະກິດ ຖ້າ​ຫາກ​ວ່າການ​ເຕີບ​ໂຕ​ຍັງ​ບໍ່​ດີ​ຂື້ນ.

ເຈົ້າ​ໜ້າ​ທີ່​ຂອງທະນາຄານ​ກາງ​ສະຫະລັດ ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ກະຕຸກຊຸກ​ຍູ້​ໃຫ້ເສດຖະ
ກິດເຕີບ​ໂຕ​ນັ້ນ ອາດ​ຈະ​ຮວມ​ທັງ​ໂຄງການ​ ທີ່ມີ​ຈຸດປະສົງ​ແນ​ໃສ່ ​ເພື່ອຫຼຸດອັດຕາດອກ​ເບ້​ຍ​ໃນ​ລະຍະ​ຍາວ​ໃຫ້​ຕໍ່າລົງ​ ພ້ອມ​ດ້ວຍ​ໂຄງການ​ທີ່​ສະ​ລັບ​ຊັບຊ້ອນ ​ໃນ​ການ​ຊື້​ພັນທະບັດ.

ຄວາມ​ຫວັງ​ກໍຄື​ວ່າ ​ເມື່ອ​ອັດຕາ​ດອກ​ເບ້ຍ​ຕໍ່າລົງ​ມັນອາດ​ຊຸກຍູ້ໃຫ້ທຸລະ​ກິດຕ່າງໆ ​ສາມາດ​ຢືມ​ເງິນ​ທີ່​ຕ້ອງການ ​ເພື່ອນໍາ​ໄປ​ຊື້​ເຄື່ອງອຸ​ປະກອນ​ໃໝ່ ​ແລະ​ຂະຫຍາຍ​ການ​ຜະລິດ ​ແ​ລະ​ຈ້າງ​ຄົນ​ງານຕື່ມ.

ລາຍ​ລະອຽດ​ດັ່ງກ່າວ​ນີ້ ​ແມ່ນ​ມາ​ຈາກກອງປະ​ຊຸມ​ຂອງທະນາຄານ​ກາງຫວ່າງ​ມໍ່ໆ​ມາ​ນີ້ ທີ່​ໄດ້​ພິມ​ເຜີຍ​ແຜ່ຫລັງ​ຈາກໄດ້​ມີ​ການ​ຊັກ​ຊ້າ​ມາ​ເປັນ​ເວ​ລາສາມ​ອາທິດ.

ກ່ຽວຂ້ອງກັນ

XS
SM
MD
LG