ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍມີຄວາມຢ້ານກົວ ກ່ຽວກັບການ ເກີດຂຶ້ນຂອງກຸ່ມກໍລະນີຄົນ ຕິດພະຍາດລາຍໃໝ່


ພະນັກງານການແພດເອົາຂໍ້ມູນລະອຽດຈາກຄົນທີ່ຢືນລຽນແຖວເພື່ອລໍຖ້າກວດພະຍາດ ຢູ່ສະຖານທີ່ກວດຫາພະຍາດໂຄວິດ-19 ຢູ່ໃກ້ໂຮງແຮມອາແດລເລດ (Adelaide).
ພະນັກງານການແພດເອົາຂໍ້ມູນລະອຽດຈາກຄົນທີ່ຢືນລຽນແຖວເພື່ອລໍຖ້າກວດພະຍາດ ຢູ່ສະຖານທີ່ກວດຫາພະຍາດໂຄວິດ-19 ຢູ່ໃກ້ໂຮງແຮມອາແດລເລດ (Adelaide).

ເຈົ້າໜ້າທີ່ອອສເຕຣເລຍ ກຳລັງເຕືອນວ່າ ພວກເຂົາເຈົ້າຈະປະເຊີນໜ້າກັບ "ສະຖານະການທີ່ເປັນອັນຕະລາຍຮ້າຍແຮງ" ຢູ່ໃນການແຜ່ລະບາດຂອງໄວຣັສໂຄໂຣນາ ຫຼັງຈາກມີລາຍງານວ່າມີຜູ້ຕິດເຊື້ອ 20 ຄົນທີ່ຖືກກວດພົບໃໝ່ ຢູ່ໃນລັດອອສເຕຣເລຍໃຕ້, ເຊິ່ງເປັນການລະບາດຄັ້ງທຳອິດ ນັບຕັ້ງແຕ່ເດືອນເມສາເປັນຕົ້ນມາ. Phil Mercer ນັກຂ່າວຂອງວີໂອເອມີລາຍງານມາຈາກນະຄອນຊິດນີ, ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ຫລັງຈາກ 7 ເດືອນທີ່ບໍ່ມີການແຜ່ຜາຍຂອງໄວຣັສໂຄໂຣນາສາຍພັນໃໝ່ຢູ່ຊຸມຊົນແລ້ວ, ລັດອອສເຕຣເລຍໃຕ້ ທີ່ຕັ້ງຢູ່ພາກກາງຂ້ອນໄປທາງໃຕ້ຂອງອອສເຕຣເລຍ ກຳລັງຕໍ່ສູ້ ຈະເພື່ອສະກັດກັ້ນການເກີດຂຶ້ນຂອງກຸ່ມກໍລະນີຄົນຕິດພະຍາດລາຍໃໝ່ບໍ່ໃຫ້ແຜ່ລາມໄປ.

ສ່ວນໃຫຍ່ຂອງການຕິດເຊື້ອທີ່ກວດພົບເມື່ອໄວໆມານີ້ ແມ່ນຄົນຢູ່ໃນຄອບຄົວດຽວກັນ.

ແຫຼ່ງທີ່ມາຂອງການແຜ່ລະບາດນີ້ ຄິດວ່າແມ່ນມາຈາກໂຮງແຮມອາແດລເລດ (Adelaide) ບ່ອນທີ່ນັກທ່ອງທ່ຽວຊາວອອສະເຕຣເລຍ ຖືກຈັດເອົາໄປໄວ້ໃນນັ້ນ ຕາມຂໍ້ບັງຄັບໃຫ້ທໍາການກັກກັນຕົວ ຫຼັງຈາກເດີນທາງກັບມາ ຈາກຕ່າງ ປະເທດແລ້ວ. ເຊື່ອກັນວ່າ ຜູ້ຮັກສາຄວາມສະອາດຄົນນຶ່ງທີ່ຕິດເຊື້ອໄດ້ນໍາເອົາເຊື້ອໄວຣັສນີ້ ໄປຕິດໃສ່ຄົນຄອບຄົວທີ່ໃຫຍ່ຂອງລາວ, ລວມທັງພະນັກງານປະຈໍາຄຸກຄົນນຶ່ງ.

ເຈົ້າໜ້າທີ່ສາທາລະນະສຸກໄດ້ເຮັດວຽກເພື່ອທາວຫາຜູ້ໄດ້ສໍາພັດຕິດຕໍ່ກັບຜູ້ທີ່ ຕິດພະຍາດນີ້ຢູ່ໃນກຸ່ມທີ່ຢູ່ໂຮງແຮມອາແດລເລດ (Adelaide) ທຸກຄົນທີ່ຮູ້ຈັກ. ປະຊາຊົນຫຼາຍພັນຄົນໄດ້ໄປກວດເບິ່ງພະຍາດນີ້ ນັບຕັ້ງແຕ່ມັນຖືກຄົ້ນພົບເປັນ ຕົ້ນມາ. ພຽງແຕ່ມີກໍລະນີຄົນຕິດເຊື້ອໃໝ່ ກໍລະນີດຽວ ຖືກກວດພົບໃນວັນຈັນຜ່ານມາເທົ່ານັ້ນ, ນາຍົກລັດຖະມົນຕີສໍາລັບລັດອອສເຕຣເລຍໃຕ້, ທ່ານສຕີບ ເວັນ ມາກຊາລ (Steven Marshall) ກໍເວົ້າວ່າຕ້ອງໄດ້ມີຄວາມລະມັດລະວັງຫລາຍຂຶ້ນ.
ທ່ານ ມາກຊາລ (Marshall) ກ່າວດັ່ງນີ້:
“ນີ້ແມ່ນສະຖານະການທີ່ເປັນອັນຕະລາຍຮ້າຍແຮງຫຼາຍ. ຖ້າພວກເຮົາເຮັດວຽກຮ່ວມມືກັບພະແນກສາທາລະນະສຸກ ແລະກົມຕຳຫຼວດຂອງລັດອອສເຕຣເລຍໃຕ້ກ່ຽວກັບເລື້ອງນີ້ແລ້ວ, ພວກເຮົາກໍໜ້າຈະຄວບຄຸມມັນໄດ້. ແຕ່ວ່າ ມັນແມ່ນສະຖານະການທີ່ໜ້າເປັນຫ່ວງຫຼາຍອີ່ຫລີ, ແລະພວກເຮົາຈະຕ້ອງໄດ້ປະຕິບັດຢ່າງວ່ອງໄວ.”

ລັດຖະບານຂອງລັດນັ້ນ ໄດ້ນຳເອົາຂໍ້ຈຳກັດແບບສຸກເສີນໃໝ່ ມາໃຊ້ຢູ່ໃນລັດ ອອສເຕຣເລຍໃຕ້, ຊຶ່ງລວມທັງການປິດສະຖານທີ່ອອກກໍາລັງກາຍ, ໃນຂະນະທີ່ຖ້ຽວບິນສາກົນທີ່ບັນທຸກເອົາພົນລະເມືອງຊາວອອສເຕຣເລຍ ແລະຜູ້ຢູ່ອາໄສຖາວອນກັບຄືນປະເທດໄດ້ຖືກໂຈະໄວ້ ເປັນເວລາ 7 ວັນ.

ການລະບາດດັ່ງກ່າວສາມາດກີດກັນ ການດໍາເນີນຄວາມພະຍາຍາມຂອງອອສ ເຕຣເລຍ, ໃນການເປີດຊາຍແດນຂອງລັດ ແລະຂອງອານາເຂດດັ່ງກ່າວພາຍ ໃນວັນຄຣິສມາດຈະມາເຖິງນີ້. ໃນເຂດອອສເຕຣເລຍຕາເວັນຕົກ ແລະ ເຂດ ທາສມາເນຍ (Tasmania) ແລະດິນແດນທາງພາກເໜືອຂອງປະເທດ ແມ່ນກຳລັງນໍາສະເໜີມາດຕະການກັກກັນອີກເທື່ອໃໝ່ຕໍ່ຊາວເມືອງໃນລັດອອສເຕຣ ເລຍໃຕ້.

ແຕ່ວ່າຢູ່ໃນເຂດປົກຄອງແຫ່ງອື່ນໆ, ລວມທັງລັດ ນີວຊາວ ເວລສ໌ (New South Wales), ບໍ່ມີແຜນທີ່ຈະປະຕິເສດບໍ່ໃຫ້ພວກນັກທ່ອງທ່ຽວຈາກລັດຂອງອອສເຕຣເລຍໃຕ້ເຂົ້າໄປແຕ່ຢ່າງໃດເລີຍ.

ນາຍົກປະຈໍາລັດນີວຊາວ ເວລສ໌ (New South Wales), ທ່ານ ແກລດີສ໌ ເບີຣີຈີຄລຽນ (Gladys Berejiklian) ກ່າວວ່າ:
“ການເຮັດແນວນີ້ໃຊ້ໄດ້ ກໍຄືມັນເປັນການເຮັດໃຫ້ພວກເຮົາ ຮູ້ເພີ້ມຂຶ້ນວ່າ ພະ ຍາດນີ້ຕິດແປດໄດ້ແນວໃດ ແລະກໍລະນີຄົນເປັນພະຍາດ ແລະການລະບາດຂອງພະຍາດແບບບໍ່ຄາດຝັນ ສາມາດເກີດຂຶ້ນໄດ້ແນວໃດ. ແຕ່ວ່າມັນແມ່ນວິທີທີ່ທ່ານຈັດການກັບການລະບາດເຫຼົ່ານັ້ນ, ແລະພວກເຮົາໝັ້ນໃຈວ່າຖ້າສະພາບ ການນັ້ນເກີດຂຶ້ນຢູ່ໃນລັດນີວຊາວ ເວລສ໌, ພວກເຮົາກໍຈະກ້າວຂຶ້ນໄປຄວບຄຸມ ມັນໂລດ ແລະກໍຄ້າຍໆກັນນີ້ ເຮົາໝັ້ນໃຈວ່າ ພວກເຈົ້າໜ້າທີ່ອອສເຕຣເລຍໃຕ້ ກຳລັງຄວບຄຸມມັນຢູ່ ແລະໝັ້ນໃຈວ່າ ມັນແມ່ນຄວາມເຂົ້າໃຈຂອງພວກເຮົາ ທີ່ ມາຈາກພະນັກງານການແພດຂອງພວກເຮົາຢູ່ໃນລັດນີວຊາວ ເວລສ໌.”

ລັດນີວຊາວ ເວລສ໌ ໄດ້ບັນທຶກວ່າເປັນມື້ທີ 10 ຕິດຕໍ່ກັນແລ້ວທີ່ບໍ່ມີການແຜ່ ລະບາດຂອງພະຍາດໂຄວິດ -19 ຢູ່ໃນຊຸມຊົນ, ໃນຂະນະທີ່ເຈົ້າໜ້າທີ່ລັດວິກ ຕໍເຣຍກ່າວວ່າ ດຽວນີ້ພວກເຂົາເຈົ້າບໍ່ມີກໍລະນີຄົນຕິດພະຍາດນີ້ລາຍໃໝ່ໄດ້ 18 ມື້ແລ້ວ ຫລັງຈາກມີການຢ່ອນຍານລະບຽບປິດເມືອງໄວ້ ທີ່ເຂັ້ມງວດຢູ່ໃນເຂດເມືອງແມລເບີນ (Melbourne) ນັ້ນເປັນຕົ້ນມາ.

ນັບຕັ້ງແຕ່ມີໂຣກລະບາດໄດ້ເລີ່ມຕົ້ນຂຶ້ນ, ປະເທດອອສເຕຣເລຍໄດ້ວິນິດໄສວ່າ ມີຄົນຕິດເຊື້ອໄວຣັສໂຄໂຣນາຢູ່ 27,750 ຄົນ. ຫລາຍກວ່າ 900 ຄົນໄດ້ເສຍຊີວິດໄປແລ້ວ.

ອອສເຕຣເລຍໄດ້ປິດຊາຍແດນລະຫວ່າງປະເທດຂອງຕົນບໍ່ໃຫ້ຄົນຕ່າງປະເທດເຂົ້າໄປໃນເດືອນມີນາຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG