ຊາວໄຕ້ຫວັນ ທີ່ມີສິດປ່ອນບັດຈະພາກັນເລືອກ ປະທານາທິບໍດີໃນວັນເສົາຈະມາເຖິງນີ້ ໂດຍຈະກຳນົດທິດທາງວ່າ ຈະຮັບມືທາງດ້ານການເມືອງ ແລະທາງດ້ານ ທະຫານກັບຈີນ ຊຶ່ງເປັນຄູ່ປໍລະປັກແບບໃດ ທ່າມກາງຄວາມຢ້ານກົວວ່າ ໄຕ້ຫວັນອາດຈະຖືກຍຶດເອົາໂດຍລັດຖະບານຄອມມິວນິສ ຫຼືກາຍມາເປັນບ່ອນປະທ້ວງທີ່ຮ້າຍແຮງອີກຄືກັນກັບຮົງກົງ.
ການເລືອກຕັ້ງ ຂອງປະຊາຊົນປະມານ 18 ລ້ານຄົນ ຈະລົງຄວາມເຫັນວ່າ ຈະປ່ອຍໃຫ້ທ່ານນາງໄຊ ອິງ-ເຫວນຮັບຕຳແໜ່ງຕື່ມອີກສະໄໝນຶ່ງເປັນເວລາ 4 ປີ. ທ່ານນາງໄດ້ເອົາທ່າທີຢ່າງແຂງຂັນກັບຈີນ ຢູ່ໃນການສ່ຽງ ທີ່ຈະສ້າງຄວາມໂກດແຄ້ນເພີ້ມຂຶ້ນຕໍ່ຜູ້ນຳຄອມມິວນິສຈີນ ຊຶ່ງໄດ້ສົ່ງກອງທັບເຮືອ ແລະເຮືອບິນລົບທະຫານເຂົ້າໄປໃກ້ເກາະດັ່ງກ່າວ ເພື່ອເປັນການເຕືອນນັບແຕ່ປີ 2016 ເປັນຕົ້ນມາ.
ບັນດານັກວິເຄາະຫຼາຍຄົນເຊື່ອວ່າ ທ່ານນາງໄຊ ຈະໄດ້ຊະນະຄູ່ແຂ່ງທີ່ໃກ້ຄຽງທີ່ສຸດ ທ່ານຮານ
ກົວ-ຢູ (Han Kuo-Yu) ຊຶ່ງເປັນເຈົ້າເມືອງ ເມືອງທ່າທີ່ສຳຄັນຂອງຫວັນ ແລະສະໜັບສະນຸນໃຫ້ເປີດການສົນທະນາກັບຈີນ ພາຍໃຕ້ເງື່ອນໄຂຂອງປັກກິ່ງ.
ທ່ານນາງໄຊ ກຳລັງໄດ້ຮັບການຊຸກຍູ້ໂດຍສະເພາະ ຄວາມສຳພັນຢ່າງເຂັ້ມແຂງ ກັບສະຫະລັດ ຊຶ່ງຊາວໄຕ້ຫວັນເຫັນວ່າ ເປັນຮ່ອງຮອຍຂອງຄວາມເຂັ້ມແຂງໃນກໍລະນີທີ່ເຂົາເຈົ້າຕ້ອງການຄວາມຊ່ວຍເຫຼືອ ເພື່ອຕອບໂຕ້ຈີນ ແລະຫລິງເຫັນວ່າ ທ່ານນາງສາມາດສະກັດກັ້ນໄຕ້ຫວັນໄດ້ດີທີ່ສຸດ ຈາກການກາຍເປັນຮົງກົງອີກແຫ່ງນຶ່ງ ອີງຕາມຄຳເວົ້າຂອງບັນດາຜູ້ຊ່ຽວຊານ.
ພວກປະທ້ວງໃນຮົງກົງ ຊຶ່ງບາງຄົນໃຊ້ຄວາມຮຸນແຮງນັ້ນ ຕ້ອງການໃຫ້ຈີນປ່ອຍໃຫ້ດິນແດນຂອງເຂົາເຈົ້າ ຈາກປົກຄອງ “ປະເທດດຽວ ສອງລະບົບ” ຊຶ່ງໝາຍຄວາມວ່າປັກກິ່ງເປັນຜູ້ຄວບຄຸມ ແຕ່ມີຂອບເຂດປົກຄອງຕົນເອງຢູ່ໃນທ້ອງຖິ່ນດັ່ງການປົກຄອງໂດຍຮົງກົງໃນປັດຈຸບັນ. ໄຕ້ຫວັນ ແລະຈີນ ໄດ້ແຍກກັນປົກຄອງນັບແຕ່ສົງຄາມກາງເມືອງຈີນຂອງປີ 1940 ເປັນຕົ້ນມາ.